ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍ​ລິ​ສັດ ໂທ​ລະ​ສັບ​ມື​ຖື ອັງ​ກິດ, ຍີ່​ປຸ່ນ ຢຸດ​ການ​ເປີດ​ຕົວ ໂທ​ລະ​ສັບ 5G ຂອງ ຫົວ​ເຫວີຍ


ຜູ້​ຊາຍ​ຄົນ​ນຶ່ງ​ຖື​ໂທ​ລະ​ສັບ​ສະຫຼາດ​ລະ​ບົບ 5G ແບບ​ພັບ​ໄດ້ ລຸ້ນ​ໃໝ່​ຂອງ​ບໍ​ລິ​ສັດ ຫົວ​ເຫວີຍ ໃນ​ງານ​ວາງ​ສະ​ແດງ​ໂທ​ລະ​ສັບ​ມື​ຖື​ Mobile World Congress wireless show, ໃນ​ເມືອງ ບາ​ເຊ​ໂລ​ນາ, ປະ​ເທດ ສ​ເປນ, 26 ກຸມ​ພາ, 2019.
ຜູ້​ຊາຍ​ຄົນ​ນຶ່ງ​ຖື​ໂທ​ລະ​ສັບ​ສະຫຼາດ​ລະ​ບົບ 5G ແບບ​ພັບ​ໄດ້ ລຸ້ນ​ໃໝ່​ຂອງ​ບໍ​ລິ​ສັດ ຫົວ​ເຫວີຍ ໃນ​ງານ​ວາງ​ສະ​ແດງ​ໂທ​ລະ​ສັບ​ມື​ຖື​ Mobile World Congress wireless show, ໃນ​ເມືອງ ບາ​ເຊ​ໂລ​ນາ, ປະ​ເທດ ສ​ເປນ, 26 ກຸມ​ພາ, 2019.

ບໍ​ລິ​ສັດ​ໂທ​ລະ​ສັບ​ມື​ຖືສີ່​ແຫ່ງ​ຂອງ​ ອັງ​ກິດ ກັບ ຍີ່​ປຸ່ນ ໄດ້​ເລື່ອນ​ແຜນ​ການ​ທີ່​ຈະ​ຂາຍ​ໂທ​
ລະສັບຊະນິດໃໝ່ຈາກບໍລິສັດເທັກໂນໂລຈີ ຫົວເຫວີຍ ຂອງ ຈີນ ລຸນ ຫຼັງການຫ້າມຢ່າງ
ກະທັນຫັນ ຕໍ່ບໍລິສັດຍັກໃຫຍ່ໂທລະຄົມມະນາຄົມ ດັ່ງກ່າວ ໂດຍ ສະຫະລັດ.

ໂດຍ​ອ້າງ​ເຖິງ​ບັນ​ຫາ​ຄວາມ​ປອດ​ໄພ, ສະ​ຫະ​ລັດ ໄດ້​ຫ້າມ​ບໍ​ລິ​ສັດ​ຕ່າງໆ​ຂອງ ອາ​ເມ​ຣິ​ກາ
ຢ່າງຈິງຈັງໃນອາທິດແລ້ວນີ້ ຈາກການຈຳໜ່າຍຊິ້ນສ່ວນທີ່ສຳຄັນຂອງບໍລິສັດ ຫົວເຫວີຍ
ແລະ ຄູ່ຮ່ວມທຸລະກິດຂອງເຂົາເຈົ້າ ທີ່ຊ່ວຍໃຫ້ບໍລິສັດດັ່ງກ່າວ ກາຍເປັນຜູ້ຜະລິດໂທລະ
ສັບສະຫຼາດທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງໂລກ. ບໍລິສັດໂທລະຄົມຕ່າງໆ ຈະໄດ້ຮັບ
ເວລາ 90 ວັນ ເພື່ອຊອກຫາຜູ້ຈຳໜ່າຍອື່ນ.

ບໍ​ລິ​ສັດ EE ແລະ Vodaphone ຂອງ ອັງ​ກິດ ແລະ​ ບໍ​ລິ​ສັດ KDDI ແລະ Y! Mobile
ຂອງ ຍີ່ປຸ່ນ ໄດ້ກ່າວໃນວັນພຸດວານນີ້ວ່າ ເຂົາເຈົ້າໄດ້ຢຸດການຂາຍໂທລະສັບສະຫຼາດ
ຫົວເຫວີຍ ຊົ່ວຄາວ, ລວມທັງການສັ່ງລ່ວງໜ້າສຳລັບໂທລະສັບພ້ອມກັບເທັກໂນໂລຈີ
5G ນັ້ນ.

ບັນ​ດາ​ບໍ​ລິ​ສັດ ອັງ​ກິດ ແລະ ຍີ່​ປຸ່ນ ໄດ້​ອ້າງ​ເຖິງ​ບັນ​ຫາ​ຄວາມ​ປອດ​ໄພ ກ່ຽວ​ກັບ ໂທ​ລະ​
ສັບ 5G ຂອງ ຫົວເຫວີຍ ແລະ ຕ້ອງການທີ່ຈະປະເມີນຜົນກະທົບ ກ່ຽວກັບ ການປາບ
ປາມຂອງ ສະຫະລັດ ນັ້ນວ່າ ເປັນຫດຜົນ ທີ່ຢູ່ເບື້ອງຫຼັງການຕັດສິນໃຈຂອງເຂົາເຈົ້າ.

ບໍ​ລິ​ສັດ ຫົວ​ເຫວີຍ ໄດ້​ອອກ​ມາ​ຕອບ​ຕໍ່​ບັນ​ດາ​ບໍ​ລິ​ສັດ​ໂທ​ລະ​ສັບ​ມື​ຖື​ດັ່ງ​ກ່າວ​ວ່າ ເຂົາ​ເຈົ້າ​
ຮັບຮູ້ ກ່ຽວກັບ ຄວາມກົດດັນທີ່ເພີ່ມຂຶ້ນ ຕໍ່ບັນດາຜູ້ຈຳໜ່າຍຂອງເຂົາເຈົ້າ ແລະ ວ່າເຂົາ
ເຈົ້າໝັ້ນໃຈວ່າ ສະຖານະການດັ່ງກ່າວສາມາດໄດ້ຮັບການແກ້ໄຂ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG