ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອັງກິດ ສະຫຼອງ ວັນຄ້າຍ ວັນປະສູດ ຄົບຮອບ 88 ພັນສາ ຂອງ​ພະລາຊີນີ Elizabeth (ວີດີໂອ)


UK Queen Birthday VO
please wait
Embed

No media source currently available

0:00 0:00:32 0:00
ສະຫະລາຊະອານາຈັກອັງກິດ ໄດ້ຈັດສະເຫຼີມສະຫຼອງວັນຄ້າຍ
ວັນປະສູດ ຄົບຮອບ 88 ປີ ຂອງ​ພະລາຊີນີ Elizabeth ໃນວັນ
ຈັນວານນີ້.

ອັງກິດ​ ໄດ້ຈັດພິທີສະຫຼອງດັ່ງກ່າວ ດ້ວຍການຍິງປືນໃຫຍ່ 62
ນັດ ເພື່ອເປັນສັນຍາລັກໃນ ຄຳນັບຮັບຕ້ອນແລະໃຫ້ກຽດອັນ
ສູງສົ່ງ ໂດຍກອງປືນໃຫຍ່ຮັກສາພະອົງທີ່ຫໍຄອຍລອນດອນ ຊຶ່ງມີຂົວTower Bridge ທີ່ ມີຊື່ສຽງຂອງອັງກິດຢູ່ທາງຫຼັງນັ້ນ.

ທີ່ສວນສາທາລະນະ Green Park ໄດ້ມີກອງທະຫານມ້າຮັກສາພະອົງໄດ້ຍິງປືນໃຫຍ່
41 ນັດ ເພື່ອສະແດງຄວາມເຄົາລົບ.

ທີ່ພະລາຊະວັງ Buckingham ໄດ້ແຈກຢາຍຮູບພາບໃໝ່ຂອງ​ພະລາຊີນີ Elizabeth
ທີ່ ຖ່າຍໂດຍຊ່າງພາບທີ່ຂຶ້ນຊື່ລືນາມຂອງອັງກິດ ທ່ານ David Bailey ຜູ້ຊຶ່ງໄດ້ຖ່າຍ ພາບແລະເກັບກຳການສະຫຼອງຕ່າງໆຂອງລາຊະວົງອັງກິດມານານກວ່າ 5 ທົດສະວັດ ແລ້ວນັ້ນ.

The United Kingdom celebrated the 88th birthday of Queen Elizabeth on Monday.

London marked the occasion with a 62-gun salute delivered by the Honorable Artillery Company at the Tower of London, with London's iconic Tower Bridge in the background.

In Green Park, the King's Troop Royal Horse Artillery fired a 41-gun royal salute.

Buckingham Palace released a new portrait of the Queen, taken by the British celebrated photographer David Bailey, whose career photographing Royals and celebrities spans more than five decades.
XS
SM
MD
LG