ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ແລະ ສະຫະລັດ ລົງໂທດຕໍ່ຜູ້ນໍາອະວຸໂສຂອງກຸ່ມກະບົດຮູຕີ ທີ່ພົວພັນກັບການໂຈມຕີການຂົນສົ່ງໃນທະເລແດງ


ແຟ້ມຮູບ-ເຮືອບິນ ກໍາລັງບິນອອກຈາກກໍາປັ່ນ USS Dwight D. Eisenhower (CVN 69) ໃນລະຫວ່າງປະຕິບັດການຕໍ່ສູ້ໃນທະເລແດງ, ວັນທີ 22 ມັງກອນ 2024. ກອງທັບ ອັງກິດ ແລະ ສະຫະລັດ ໄດ້ຖິ້ມລະເບີດຫຼາຍຄັ້ງໃສ່ເປົ້າໝາຍກຸ່ມກະບົດຮູຕີຂອງເຢເມນ.
ແຟ້ມຮູບ-ເຮືອບິນ ກໍາລັງບິນອອກຈາກກໍາປັ່ນ USS Dwight D. Eisenhower (CVN 69) ໃນລະຫວ່າງປະຕິບັດການຕໍ່ສູ້ໃນທະເລແດງ, ວັນທີ 22 ມັງກອນ 2024. ກອງທັບ ອັງກິດ ແລະ ສະຫະລັດ ໄດ້ຖິ້ມລະເບີດຫຼາຍຄັ້ງໃສ່ເປົ້າໝາຍກຸ່ມກະບົດຮູຕີຂອງເຢເມນ.

ອັງກິດ ແລະ ສະຫະລັດ, ໃນວັນພະຫັດມື້ກ່າວວ່າ ຕົນໄດ້ລົງໂທດເຈົ້າຫນ້າທີ່​ອະວຸໂສ 4 ຄົນຂອງກຸ່ມກະບົດຮູຕີ ສໍາລັບບົດບາດຂອງພວກເຂົາ ໃນການສະ ຫນັບສະຫນຸນ ຫຼືຊີ້ນໍາໂດຍກົງຕໍ່ການໂຈມຕີການຂົນສົ່ງສິນຄ້າຢູ່ໃນທະເລແດງ, ອີງຕາມລາຍງານຂອງອົງການຂ່າວ Reuters.

ການ​ໂຈມ​ຕີ​ຂອງກຸ່ມກະບົດຮູຕີ ​ໄດ້​ລົບ​ກວນ​ການ​ຂົນ​ສົ່ງ​ທົ່ວ​ໂລກ ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ຕໍ່​ໄພ​ເງິນ​ເຟີ້​ຂອງ​ໂລກ. ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ເພີ້ມ​ຄວາມ​ເປັນ​ຫ່ວງຢ່າງເລິກເຊິ່ງ​ທີ່​ວ່າ ​ຜົນ​ກະ​ທົບຈາກ​ສົງ​ຄາມ​ອິ​ສຣາ​ແອລ ແລະກຸ່ມ ຮາມາສ ສາ​ມາດ​ເຮັດ​ໃຫ້​ພາກ​ຕາ​ເວັນ​ອອກ​ກາງ​ບໍ່​ມີ​ສະ​ຖຽນ​ລະ​ພາບໄດ້.

ຜູ້ທີ່ໄດ້ຮັບການລົງ​ໂທດເຫຼົ່ານັ້ນ ​ມີລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຂອງກຸ່ມຮູຕີ ທ່ານໂມຮາເມັດ ນາສຊາ ອາລ-ອາຕີຟີ (Mohamed Nasser al-Atifi), ຜູ້​ບັນຊາ​ການກອງ​ທັບ​ເຮືອຮູຕີ ທ່ານມູຮໍາມາດ ຟາເດລ ອາບ ອາລ-ນາບີ (Muhammad Fadl Abd Al-Nabi), ຫົວໜ້າກອງ​ກຳລັງ​ປ້ອງ​ກັນ​ຊາຍຝັ່ງ ທ່ານມູຮໍາມາດ ອາລີ ອາລ-ກາດີຣີ (Muhammad Ali al-Qadiri) ​ແລະ ທ່ານມູຮໍາເມັດ ອາມາດ ອາລ-ຕາລິບີ (Muhammed Ahmad al-Talibi) ຜູ້ທີ່​ລັດຖະບານຂອງທັງ​ສອງ​ປະ​ເທດ​ກ່າວ​ວ່າ​ ເປັນ​ຜູ້​ບັນຊາ​ການ​ຈັດຫາອາວຸດໃຫ້ກອງກໍາລັງຮູຕີ.

"ການໂຈມຕີກໍ່ການຮ້າຍ ຍັງຄົງດໍາເນີນຢູ່ຕໍ່ໄປ ຂອງພວກກະບົດຮູຕີຕໍ່ຂະບວນ ເຮືອຂົນສົ່ງສິນຄ້າ ແລະລູກເຮືອທີ່ເປັນພົນລະເຮືອນ ແມ່ນເປັນການຂົ່ມຂູ່ລົບກວນຕໍ່ຕ່ອງໂສ້ການສະຫນອງສິນຄ້າສາກົນ ແລະເສລີພາບໃນການເດີນເຮືອ, ເຊິ່ງເປັນສິ່ງສໍາຄັນຕໍ່ຄວາມໝັ້ນຄົງ, ສະຖຽນລະພາບ, ແລະຄວາມຈະເລີນຮຸ່ງ ເຮືອງຂອງໂລກ." ອີງຕາມການກ່າວໃນຖະແຫຼງການຂອງ ທ່ານບຣາຍອັນ ເນລຊັນ (Brian Nelson), ຮອງລັດຖະມົນຕີກະ​ຊວງການເງິນ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກ່ຽວ​ກັບການກໍ່ການຮ້າຍ ແລະ​ສືບ​ລັບການເງິນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG