ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກເຄາະຮ້າຍ ຊາວວີເກີ້ ສະໜັບສະໜຸນ ການສົນທະນາ ຢູ່ ວໍຊິງຕັນ ໃຫ້ຕໍ່ຕ້ານ ບໍລິສັດວີດີໂອ ຂອງຈີນ


ລັດຖະບານຈີນພວມນຳໃຊ້ເທັກໂນໂລຈີທີ່ກ້າວໜ້າທັນສະໄໝ ເພື່ອຕິດຕາມສິ້ງຊອມ
ແລະກວດກາເບິ່ງແຕ່ລະມື້ແຕ່ລະວັນ ຊີວິດການເປັນຢູ່ຂອງຜູ້ຄົນໃນເຂດຊິນຈຽງວີ
ເກີ້ ທີ່ປົກຄອງຕົນເອງ ອີງຕາມນາງຈີວເຮີ້ ຢູຮານລູກສາວຂອງນັກປາດແລະນັກເສດ
ຖະສາດທີ່ມີຊື່ສຽງ ຢູຮານ ໂຕຕີ ຊາວວີເກີ້ ທີ່ພວມຖືກຂັງຄຸກຢູ່. ການສັງເກດຂອງ
ນາງ ໄດ້ມີຂຶ້ນ ໃນຖ້າມກາງລາຍງານທີ່ວ່າ ລັດຖະບານສະຫະລັດ ພວມພິຈາລະນາ
ວ່າ ຈະລົງໂທດບໍລິສັດວີດີໂອ Hikvision ທີ່ຕິດຕາມສິ້ງຊອມເບິ່ງ ຍ້ອນບົດບາດຂອງ
ເຂົາ ໃນການປະຕິບັດຂອງຈີນ ຕໍ່ຊົນຊາດກຸ່ມນ້ອຍວີເກີ້ ຢູ່ໃນສູນກັກຂັງພວກເຂົາ
ເຈົ້ານັ້ນ. ນັກຂ່າວຂອງກະຊວງຕ່າງປະເທດ Nike Ching ມີລາຍງານເລື້ອງນີ້ຕື່ມ ຊຶ່ງ ສາລີຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຊາວວີເກີ້ມຸສລິມຫລາຍກວ່ານຶ່ງລ້ານຄົນພວມຖືກກັກຂັງ ຢູ່ໃນສູນແຫ່ງຕ່າງໆ. ຈີນ
ກ່າວວ່າ ມັນເປັນສູນດັດສ້າງ. ແຕ່ພວກນັກວິຈານທັງຫລາຍເວົ້າວ່າ ມັນເປັນບ່ອນທີ່
ອອກແບບມາເພື່ອລົບລ້າງເອກກະລັກຂອງຊາວວີເກີ້ແລະຄວາມເຊື່ອຖືທາງດ້ານ
ສາສະໜາຂອງພວກເຂົາເຈົ້າ.

ນອກຈາກນັ້ນແລ້ວ ພວກຜູ້ປົກປ້ອງສິດທິຂອງພວກວີເກີ້ ເຊັ່ນຢູຮານ ຕົກຕີ ນັ້ນ ກໍແມ່ນໄດ້ຖືກປາບປາມ. ນັກປາດຜູ້ທີ່ມີຊື່ສຽງຄົນດັ່ງກ່າວ ໄດ້ຖືກຕັດສີນຈຳຄຸກຕະ
ຫລອດຊີວິດ ຕັ້ງແຕ່ປີ 2014 ເປັນຕົ້ນມາ ລຸນຫລັງການຖືກກ່າວຫາໂດຍພວກເຈົ້າ
ໜ້າທີ່ຈີນວ່າ ແບ່ງແຍກປະເທດຊາດ.

ແຕ່ລູກສາວຂອງເພິ່ນ ນາງ ຈິວເຮີ້ ຢູຮານ ກ່າວວ່າ ພໍ່ຂອງລາວ ບໍ່ເຄີຍໄດ້ສົ່ງເສີມ
ຄວາມຮຸນແຮງ ຫລືສ້າງຄວາມແຕກແຍກຈັກເທື່ອ.

ຍ້ອນຄວາມຢ້ານກົວ ວ່າລາວຈະບໍ່ໄດ້ຍິນຈາກສະມາຊິກຄອບຄົວຄົນອື່ນໆອີກຈັກ
ເທື່ອ ຍ້ອນການປາກເວົ້າອອກມານີ້ ຢູຮານຈຶ່ງກ່າວວ່າ ຊີວິດຂອງແຕ່ລະຄົນໃນຊິນ
ຈຽງພວມຕົກຢູ່ພາຍໃຕ້ການສິ້ງຊອມຢ່າງໜັກໜ່ວງ ຊຶ່ງນາງເວົ້າວ່າ:

“ຄົນໄກ້ຊິດສ່ວນຕົວຂ້າພະເຈົ້າ ໄດ້ໄປຢ້ຽມຍາມເຂດວີເກີ້ເມື່ອນຶ່ງປີກ່ອນ ແລະເວົ້າ
ວ່າ ເວລາລາວຜ່ານດ່ານກວດຄົນເຂົ້າໄປ ລາວໄດ້ເຫັນຮູບພາບຂອງລາວຢ່າງໜ້ອຍ
ແປດຮູບຢູ່ໃນຈໍໂທລະພາບແຫ່ງຕ່າງໆຢູ່ໃນເມືອງນັ້ນ. ອັນນີ້ມັນໂພດເກີນໄປ. ມັນບໍ່ມີ
ຄວາມເປັນໂຕຂອງຕົນເອງເລີຍ.

ສະຫະລັດພວມພິຈາລະນາຢູ່ວ່າ ຈະເຂັ້ມງວດຂຶ້ນກວ່າເກົ່າ ໃນດ້ານການຄວບຄຸມການ
ສົ່ງອອກ ຕໍ່ບໍລິສັດວີດີໂອຕິດຕາມສິ້ງຊອມ Hikvision ຂອງຈີນ ກ່ຽວກັບການພົວພັນ
ທີ່ຖືກກ່າວຫານັ້ນ ຢູ່ໃນສູນກັກຂັງຕ່າງໆຂອງຊາວວີເກີ້ ຊຶ່ງທ່ານ Sam Brownback ເອກອັກຄະລັດຖະທູດເສລີພາບດ້ານສາສະໜາສາກົນກ່າວວ່າ:

“ມັນມີຮ່າງກົດໝາຍຢູ່ໃນສະພາ ບ່ອນທີ່ຜູ້ຄົນຈະສາມາດປາກເວົ້າອອກມາ ກ່ຽວກັບ
ສະຖາບັນຕ່າງໆ. ແຕ່ມັນກໍມີຄວາມກັງວົນເປັນພິເສດ ເທົ້າທີ່ຜ່ານມາ ກ່ຽວກັບບໍລິສັດ
Hikvision ໂດຍລັດຖະບານ ສະຫະລັດ.

ນາງຢູຮານກ່າວວ່າ ນາງຈະສະໜັບສະໜູນມາດຕະການລົງໂທດຕໍ່ພວກບໍລິສັດທັງ
ຫລາຍທີ່ອຳນວຍຄວາມສະດວກໃຫ້ແກ່ການບໍລິຫານສູນກັກຂັງຊາວວີເກີ້ແຫ່ງ
ຕ່າງໆ ຊຶ່ງນາງກ່າວວ່າ:

“ບໍ່ວ່າຈະເປັນບໍລິສັດອາຫານການກິນ ບໍລິສັດເທັກໂນໂລຈີ ບໍລິສັດກ້ອງຖ່າຍ ຈະເປັນ
ບໍລິສັດຫຍັງກໍແລ້ວແຕ່ ຈະເປັນບໍລິສັດໃໝ່ ບໍລິສັດໃຫຍ່ ຫລືນ້ອຍກໍຕາມ ຖ້າມັນຊ່ອຍ
ຈັດຕັ້ງສູນກັກຂັງທີ່ໃຫຍ່ກວ່າເກົ່າຂຶ້ນມາ ຂ້າພະເຈົ້າແມ່ນຈະບໍ່ສະໜັບສະໜູນໃຫ້ມີຂຶ້ນ. ຂ້າພະເຈົ້າສົ່ງເສີມໃຫ້ສະຫະລັດທຳການຂັດຂວາງຫ້າມປາມ.”

ປັກກິ່ງຂັດຄ້ານຕໍ່ຂໍ້ກ່າວຫາຕ່າງໆທີ່ວ່າ ຕົນລະເມີດສິດທິທາງດ້ານສາສະໜາ. ທ່ານ
ລູກັງ ໂຄສົກຂອງກະຊວງຕ່າງປະເທດຈີນກ່າວເປັນພາສາຈີນກາງວ່າ:

“ພວກເຮົາຢາກຮຽກຮ້ອງໃຫ້ສະຫະລັດເບິ່ງນະໂຍບາຍທາງດ້ານສາສະໜາແລະຖານະ
ທາງດ້ານເສລີພາບຂອງສາສໜາຢູ່ໃນຈີນໃຫ້ຖືກຕ້ອງ ແລະຢຸດເຊົາໃຊ້ເລື້ອງສາສະໜາ
ມາແຊກແຊງເຂົ້າໃນກິດຈະການຂອງປະເທດອື່ນໆ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ພົບເມື່ອບໍ່ດົນມານີ້ ກັບຢູຮານ ແລະ
ພວກເຄາະຮ້າຍດ້ານການປະຫັດປະຫານສາສະໜາຄົນອື່ນໆທີ່ທຳນຽບຂາວ. ນອກນັ້ນ ສະຫະລັດກໍຍັງຊອກຫາຊ່ອງທາງຢູ່ ເພື່ອຈະລົງໂທດພວກເຈົ້າໜ້າທີ່ຈີນໃນການປະຕິ
ບັດຕໍ່ຊາວຫວີເກີ້ໃນປະເທດດັ່ງກ່າວນຳ.

ເຊີນອ່ານເລື້ອງນີ້ຕື່ມເປັນພານສາອັງກິດ

XS
SM
MD
LG