ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອູການດາ ​ລົງ​ນາມ ໃນ​ ກ.ໝ. ລົງ​ໂທດ​ໜັກ ຕໍ່​ພວກ​ຮັກ​ຮ່ວມ​ເພດ


ປະທານາທິບໍດີ ອູ​ການ​ດາ ທ່ານ Yoweri Museveni.
ປະທານາທິບໍດີ ອູ​ການ​ດາ ທ່ານ Yoweri Museveni.
ປະທານາທິບໍດີ ອູ​ການ​ດາ ທ່ານ Yoweri Museveni ​ໄດ້​
ລົງ​ນາມ​ໃນ​ຮ່າງ​ກົດ​ ໝາຍສະບັບ​ນຶ່ງ ທີ່​ລະບຸ​ໂທດ​ໜັກ ສໍາ
ລັບການ​ມີ​ເພດ​ສໍາພັນ​ກັບ​ຄົນ​ເພດ​ດຽວ​ກັນ.

ທ່ານ​ປະທານາທິບໍດີ​ ໄດ້​ເຊັນ​ຮ່າງ​ກົດໝາຍ ຕໍ່ຕ້ານ​ການ​
ຮັກ​ຮ່ວມ​ເພດ ​ໃນ​ລະຫວ່າງ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ບັ້ນ​
ນຶ່ງ ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ບ້ານ​ພັກ​ທາງ​ການ​ຂອງ​ທ່ານ.

ສະພາແຫ່ງ​ຊາດ ​ໄດ້ຮັບ​ຜ່ານ​ມາດ​ຕະການດັ່ງກ່າວ ​ໃນ​ເດືອນ
​ທັນວາຜ່ານ​ມາ ​ທີ່​ລະບຸ​ໂທດຈໍາ​ຄຸກ 14 ປີ ຕໍ່​ຜູ້​ກະທໍາຜິດ​ເທື່ອ​
ທີ່​ນຶ່ງ ​ແລະຈໍາ​ຄຸກ​ຕະຫລອດ​ຊີວິດ ຕໍ່​ຜູ້ຖືກ​ຕັດສິນ​ວ່າ ມີ​ຄວາມ
​ຜິດໃນ​ການ “ຮັກ​ຮ່ວມ​ເພດ​ຂັ້ນ​ຮຸນ​ແຮງ​.”

ຮ່າງ​ກົດໝາ​ຍສະບັບທໍາ​ອິດ ​ຍັງໄດ້ຮຽກຮ້ອງ​ໃຫ້​ລົງໂທດ ປະຫານ​ຊີວິດ ​ໃນ​ບາງ​ກໍລະ
ນີ ​ແຕ່​ວ່າຂໍ້​ກໍານົດ​ດັ່ງກ່າວ​ໄດ້​ຖືກ​ລົບ​ລ້າງ ​ຫລັງ​ຈາກ​ທີ່ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ​
ພວກກຸ່ມສິດທິ​ມະນຸດ ​ພາກັນ​ຕິຕຽນ​ອັນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ​ເປັນ​ການ​ພະຍາຍາມ
​ແບ່ງ​ແຍກ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ໃນ​ຕົ້ນ​ເດືອນ​ນີ້ວ່າ ທ່ານ
“ມີ​ຄວາມ​ຜິດ​ຫວັງ​ຢ່າງ​ເລິກ​ເຊິ່ງ” ກັບ​ກົດໝາຍນີ້ ​ແລະວ່າ ມັນ​ຈະ “ສົ່ງ​ແສງສະທ້ອນ​ຢ່າງ
ຂີ້ຮ້າຍ​ທີ່​ສຸດ” ຕໍ່ຄວາມ​ໝາຍ​ໝັ້ນ​ຂອງ ອູ​ການ​ດາ ຕໍ່​ການ​ຍົກ​ສູງ​ສິດທິ​ມະນຸດ ຂອງ​ພົນລະ
​ເມືອງ​ຂອງ​ຕົນ.

ທ່ານ​ໂອ​ບາ​ມາກ່າວຕື່ມວ່າ ສະຫະລັດ ​ໄດ້​ບອກ​ ທ່ານ Museveni ​ແລ້ວວ່າ ​ການຮັບ​ຜ່ານ
​ກົດໝາຍດັ່ງກ່າວ ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຄວາມ​ສໍາພັນ ​ລະຫວ່າງສອງປະ​ເທດ.

ການຮັກ​ຮ່ວມ​ເພດ​ດຽວ​ກັນ ​ເປັນ​ສິ່ງ​ຜິດກົດໝາຍ​ຢູ່​ໃ​ນ 37 ປະ​ເທດ​ໃນ​ອາ​ຟຣິກາ ​ແລະ​
ເປັນ​ເລື້ອງ​ຕ້ອງ​ຫ້າມ ຢູ່​ໃນ​ຫລາຍ​ພາກສ່ວນຂອງ​ທະວີບ. ບັນດາ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ
ມີຊາວ​ອາຟຣິກັນ ຈໍານວນ​ນ້ອຍຫລາຍ ທີ່​ສາມາດ​ເປີດ​ເຜີ​ຍຕົວ​ເອງ​ໄດ້ ວ່າ​ຕົນເປັນ​
ກະ​ເທີຍ.
XS
SM
MD
LG