ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການເມືອງ ອູການດາ ຖັກຖາມ ນັກການ ທູດຂອງ ປະເທດ ປະຈໍາ ສຫລ ກ່ຽວກັບການ ຈັບກຸມທ່ານ

ໂຣເບີດ ກິຢາກູລານຢີ ທີ່ຄົນຮູ້ກັນດີໃນຊື່ບອບບີ ວາຍນ໌, ຜູ້ນໍາຝ່າຍຄ້ານ ອູການດາ ໄດ້ກ່າວຢູ່ໃນກອງປະຊຸມ ຖະແຫລງຂ່າວຮ່ວມກັບ ທະນາຍຄວາມຂອງທ່ານ (ຊ້າຍ) ໃນວັນທີ 6 ກັນຍາ, 2018 ທີ່ນະຄອນຫລວງວໍຊິງຕັນຂອງສະຫະລັດ ຊຶ່ງເປັນກອງປະຊຸມຖະແຫລງຂ່າວຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບ ການປິ່ນປົວບາດແຜ ທີ່ເກີດຈາກການທຸບຕີ ຂອງເຈົ້າໜ້າທີ່ຮັກສາຄວາມປອດໄພນັ້ນ ໃຫ້ດີແລ້ວ ໃນຕອນທີ່ທ່ານຖືກຈັບໄປ ໃນເດືອນແລ້ວນີ້ ຢູ່ອູການດາ, ອີງຕາມການກ່າວຫາ

ທ່ານ ບອບບີ ວາຍນ໌, ຜູ້ນໍາຝ່າຍຄ້ານລັດຖະບານ ອູການດາໄດ້ປະເຊີນໜ້າກັບເອກ
ອັກຄະລັດຖະທູດອູການດາ ປະຈໍາສະຫະລັດ ໃນເລື້ອງການຈັບກຸມທ່ານເມື່ອມໍ່ໆ
ມານີ້ ແລະການທໍລະມານທ່ານ ຕາມທີ່ມີການກ່າວຫານັ້ນ ແຕ່ວ່າ ຊາວອູການດາ ຫລາຍຄົນບໍ່ສາມາດທີ່ຈະເບິ່ງການສໍາພາດທີ່ອອກທາງໂທ ລະພາບນັ້ນໄດ້ ຍ້ອນ
ໄຟຟ້າດັບ.

ລາຍການໂທລະພາບ "Straight Talk Africa" ຫລື “ການເວົ້າແບບກົງໆຂອງ
ທະວີບອາຟຣິກາ” ໃນວັນພຸດວານນີ້ ໄດ້ເອົານັກການເມືອງທີ່ຫັນປ່ຽນມາຈາກ
ການເປັນດາລານັກຮ້ອງ ທີ່ມີຊື່ສຽງ ທີ່ຮູ້ກັນອີກຊື່ນຶ່ງວ່າ ໂຣເບີດ ກິຢາກູລານຢີ
(Robert Kyagulanyi) ແລະທ່ານ ມູລ ເຊບຸຈຈາ ກາເທັນເດ (Mull Sebujja
Katende), ເອກອັກຄະລັດຖະທູດອູການດາ ປະຈໍາສະຫະລັດ ມາປາກົດຕົວ
ນໍາກັນ ໃນການສໍາພາດ ທາງໂທລະພາບ.

ໃນວັນທີ 14 ສິງຫາທີ່ຜ່ານມານັ້ນ ທ່ານ ວາຍນ໌ ຖືກກ່າວຫາວ່າ ໄດ້ທໍາການໂຈມຕີ
ຂະບວນລົດຂອງປະທະນາທິບໍດີ ໂຢເວຣີ ມີເຊເວນີ (Yoweri Museveni) ທີ່ປົກ
ຄອງປະເທດມາເປັນເວລາດົນນານນັ້ນ ໃນຂະນະທີ່ມີການປະທະກັນລະຫວ່າງ ພວກສະໜັບສະໜຸນຝ່າຍຕໍ່ຕ້ານລັດຖະບານ ແລະພວກສະໜັບສະໜຸນຝ່າຍລັດ
ຖະບານຢູ່ນັ້ນ. ທ່ານ ວາຍນ໌ ເວົ້າວ່າ ໃນມື້ນັ້ນຕໍາຫລວດໄດ້ຍິງຄົນຂັບລົດຂອງທ່ານ,
ທ້າວ ຢາຊິນ ຄາວູມາ (Yasin Kawuma) ຕາຍ ໂດຍຄິດວ່າລາວແມ່ນທ່ານວາຍນ໌.

ໂຣເບີດ ກິຢາກູລານຢີ (ເຄິງກາງ) ທີ່ຄົນຮູ້ກັນວ່າ Bobi Wine ຍ່າງຜ່ານລົດຂົນສົ່ງຄົນເຈັບ ຢູ່ນອກຕຶກສານສູງສຸດ, ໃນເມືອກູລູ ທາງພາກເໜືອຂອງປະເທດ ພາຍຫລັງທີ່ທ່ານໄດ້ຖືກປ່ອຍຕົວ ພາຍໃຕ້ການປະກັນໂຕ ໃນວັນທີ 27 ສິງຫາ, 2018
ໂຣເບີດ ກິຢາກູລານຢີ (ເຄິງກາງ) ທີ່ຄົນຮູ້ກັນວ່າ Bobi Wine ຍ່າງຜ່ານລົດຂົນສົ່ງຄົນເຈັບ ຢູ່ນອກຕຶກສານສູງສຸດ, ໃນເມືອກູລູ ທາງພາກເໜືອຂອງປະເທດ ພາຍຫລັງທີ່ທ່ານໄດ້ຖືກປ່ອຍຕົວ ພາຍໃຕ້ການປະກັນໂຕ ໃນວັນທີ 27 ສິງຫາ, 2018

ທ່ານ ວາຍນ໌ ເວົ້າອີກວ່າ ໃນມື້ຕໍ່ມາ ທ່ານ ແລະອີກ 33 ຄົນກໍໄດ້ຖືກຈັບ, "ຊຶ່ງລວມ
ທັງສະມາຊິກລັດຖະສະພາ 4 ຄົນ".

ອົງການນີລະໂທດກໍາສາກົນ ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດລາຍງານວ່າ ພວກ
ທີ່ຖືກຈັບນັ້ນ ໄດ້ຖືກຂໍ້ກ່າວຫາວ່າ ຂາຍຊາດ.

XS
SM
MD
LG