ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂຢ​ເວ​ຣີ ກ່າວ​ວ່າ ອູ​ການ​ດາ ປອດ​ໄພ​​ສຳ​ລັບ ນັກ​ທ່ອງ​ທ່ຽວ ຫຼັງ​ຈາກ​ໜ່ວຍ​ກູ້​ໄພ ໄດ້​ຊ່ວຍ​ຜູ້​ຖືກ​ລັກ​ພາ​ໂຕ


ປະ​ທາ​ນາ​ທິ​ບໍ​ດີ​ອູ​ການ​ດາ ທ່ານ​ ໂຢ​ເວ​ຣີ ມູເຊ​ເວນີ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກ (WEF) ປະ​ຈຳ​ປີ​ໃນ​ເມືອງ ດາ​ໂວ, ປະ​ເທດ ສວິດ​ເຊີ​ແລນ. 24 ມັງ​ກອນ, 2019.
ປະ​ທາ​ນາ​ທິ​ບໍ​ດີ​ອູ​ການ​ດາ ທ່ານ​ ໂຢ​ເວ​ຣີ ມູເຊ​ເວນີ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກ (WEF) ປະ​ຈຳ​ປີ​ໃນ​ເມືອງ ດາ​ໂວ, ປະ​ເທດ ສວິດ​ເຊີ​ແລນ. 24 ມັງ​ກອນ, 2019.

ປະ​ທາ​ນາ​ທິ​ບໍ​ດີ​ອູ​ການ​ດາ ທ່ານ​ ໂຢ​ເວ​ຣີ ມູເຊ​ເວນີ ໄດ້​ສະ​ເໜີ​ການ​ຄ້ຳ​ປະ​ກັນອີກ​ຄັ້ງ​ນຶ່ງ​
ໃນ​ວັນ​ຈັນ​ວານ​ນີ້​ວ່າ ປະ​ເທດ​ຂອງ​ທ່ານ​ເປັນ​ບ່ອນ​ປອດ​ໄພ​ສຳ​ລັບ​ການ​ຢ້ຽມ​ຢາມ ຫຼັງ​
ຈາກ​ກຸ່ມ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ຊ່ວຍ​ເຫຼືອ​ແມ່​ຍິງ​ຊາວ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ແລະ​ຄົນ
​ຂັບ​ລົດ​ຂອງ​ນາງ ຜູ້​ທີ່ຖືກ​ລັດ​ພາ​ໂຕ​ໂດຍພວກ​ມື​ປືນຢູ່​ສວນອຸດ​ທະ​ຍານ​ແຫ່ງ​ຊາດ.

ທ່ານ​ ມູ​ເຊເວ​ນີ ກ່າວ​ຢູ່​ໃນ​ທວິດ​ເຕີ​ວ່າ “ພວກ​ເຮົາ​ຈະ​ຮັບ​ມື​ກັບກັບອາ​ຊະ​ຍາ​ກອນເຫລົ່າ
​ນີ້. ເຖິງ​ຢ່າງ​ໃດ​ກໍ​ດີ ຂ້າ​ພະ​ເຈົ້າ​ຢາກ​ຮັບ​ປະ​ກັນ​ອີກປະ​ເທດ ແລະ​ບັນ​ດາ​ນັກ​ທ່ອງ​ທ່ຽວ​
ຂອງ​ພວກ​ເຮົາອີກ​ຄັ້ງ​ນຶ່ງວ່າ ປະ​ເທດ ອູ​ການ​ດາ ​ແມ່ນ​ປອດ​ໄພ ແລະ ​ພວກ​ເຮົາຈະ​ສືບ​
ຕໍ່​ປັບ​ປຸງການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ສວນ​ອຸດ​ທະ​ຍານ​ຂອງ​ພວກ​ເຮົາ. ຈົ່ງ​ມາ ແລະ
​ມ່ວນ​ຊື່ນ​ກັບ​ໄຂ່ໝຸກ​ແຫ່ງອາ​ຟ​ຣິ​ກາ.

ພວກ​ມື​ປືນ​ສີ່​ຄົນ​ທີ່​ບໍໍ່​ສາ​ມາ​ລະ​ບຸໄດ້ ໄດ​ລັກ​ພາ​ໂຕ​ນາງ ​ຄິມ​ເບີ​ລີ ຊູ ເອັນ​ດີຄັອ​ດ ອາ​ຍຸ
56 ປີ ແລະ​ຄົນ​ຂັບ​ລົບ​ຂອງ​ນາງ ທ້າວ ​ຊັງ-ໂປ​ລ ມີ​ຣັງ ໃກ້​ກັບ​ບ່ອນ​ພັກ​ຢູ່ປ່າ ຢູ່​ໃນ
​ສວນອຸ​ດທະ​ຍານ ຄວີນ ເອ​ລິ​ຊາ​ເບັ​ດ ໃນອາ​ທິດ​ແລ້ວ​ນີ້. ຜູ້​ເຖົ້າ​ສອງ​ຄົນ​ທີ່​ຖືກ​ປຸ້ນ ແຕ່​
ບໍ່ຖືກ​ຈັບ​ຕົວ​ໄປ ໄດ້​ແຈ້ງໃຫ້​ເຈົ້າ​ໜ້າ​ທີ່​ອຸດ​ທະ​ຍານ​ຊາບ​ເຖິງ​ການ​ລັກ​ພາ​ໂຕນັ້ນ.

ການ​ລັກ​ພາ​ໂຕ​ໄດ້​ເກີດ​ຂຶ້ນ​ຢູ່​ໃນພາກ​ສ່ວນ ​ອິ​ສ​ຮາ​ຊາ​ ຂອງ​ສວນອຸດ​ທະ​ຍານ ຊຶ່ງ
​ຕັ້ງ​ຢູ່​ໃກ້​ຊາຍ​ແດນ​ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ.

ຕຳ​ຫຼວດ​ ອູ​ການ​ດາ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ ນາງ​ ເອັນ​ດີຄັອດ ແລະ​ທ້າວ​
ມີ​ຣັງ ປອດ​ໄພດີ ແລະ ​ມີ​ສຸ​ຂະພາບ​ດີຫຼັງ​ຈາກ​ການ​ຊ່ວຍ​ເຫຼືອ.

ໂຄ​ສົກ​ຕຳ​ຫຼວດ ທ່ານ ​ໂປ​ລ​ລີ ນາ​ມາ​ເຢ ກ່າວ​ວ່າ ພວກ​ລັກ​ພາ​ໂຕ ໄດ້ໃຊ້​ໂທ​ລະ​ສັບ
​ຂອງ​ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ ຮຽກຄ່າ​ໄຖ່ 500,000 ໂດ​ລາ.

ໃນ​ວັນ​ອາ​ທິດ​ວານ​ນີ້ ​ມັນ​ຍັງ​ບໍ່​ຊັດ​ເຈນ​ວ່າໄດ້​ມີ​ການ​ຈ່າຍ​ຄ່າ​ໄຖ່​ສຳ​ລັບ ນາງ ​ເອັນ​ດີ​
ຄັອ​ດ ຫຼືບໍ່, ຜູ້​ທີ່​ມາເມືອງ ​ຄັອ​ສ​ຕາ ເມ​ສາ, ລັດ​ຄາ​ລິ​ຟໍ​ຣ​ເນຍ, ບ່ອນ​ທີ່​ນາງ​ມີ​ຮ້ານບົວ​ລ
ະ​ບັດ​ຜິວ​ໜັງນ້ອຍ​ແຫ່ງ​ນຶ່ງ.

​ອູ​ການ​ດາ​ ໄດ້​ຮັບ​ເງິນ​ເຂົ້າປະ​ເທດ​ປະ​ມານ 1 ພັນ 3 ຮ້ອຍ​ລ້​ານ​ໂດ​ລາ​ຕໍ່​ປີ ຈາກ​ນັກ
​ທ່ອງ​ທ່ຽວ.

ທ່ານ ​ບາ​ເຊີ​ຣ ຮັງ​ກີ ໂຄ​ສົກ​ສຳ​ລັບ​ອຳ​ນາດ​ການ​ປົກ​ຄອງ​ສັດ​ປ່າ ອູ​ການ​ດາ ໄດ້​ຍອມ​
ຮັບ​ວ່າ​ການ​ລັກ​ພາ​ໂຕ ອາດສ້າງ​ຄວາມ​ເສຍ​ຫາຍ​ຕໍ່ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ ແຕ່​ໄດ້​
ກ່າວ​ວ່າ ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ຕ້ອງ​ລະ​ມັດ​ລະ​ວັງ​ເວ​ລາ​ເດີນ​ທາງ​ເຂົ້າ​ສູ່​ສວນ​ອຸດ​ທ​ະ
ຍານແຫ່ງ​ຊາດ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG