ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານສູງສຸດ ອູການດາ ຢືນຢັນ ການເລືອກຕັ້ງ ປ. Museveni ເຂົ້າຮັບຕຳແໜ່ງ ຕື່ມ


ຕຳຫລວດຈາລະຈົນ ອູການດາ ທີ່ຕິດອາວຸດ ກຳລັງລາດຕະເວນ ຢູ່ໜ້າປ້າຍໂຄສະນາຫາສຽງ.
ຕຳຫລວດຈາລະຈົນ ອູການດາ ທີ່ຕິດອາວຸດ ກຳລັງລາດຕະເວນ ຢູ່ໜ້າປ້າຍໂຄສະນາຫາສຽງ.

ໃນ​ວັນ​ພະຫັດ​ວາ​ນນີ້ ສານ​ສູງ​ສຸດ​ອູ​ການ​ດາ ​ໄດ້​ຕັດສິນ​ເຫັນ​ພ້ອມ​ກັບການ​ທີ່​ປະທານາທິບໍ ດີ Yoweri Museveni ຖືກ​ເລືອກໃຫ້ເຂົ້າຮັບ​ຕຳ​ແໜ່​ງຄືນ​ອີກໃນ​ການເລືອກ​ຕັ້ງ​ແຫ່ງຊາດ ເມື່ອວັນ​ທີ 18 ​ເດືອນ​ກຸມພາ. ສານ​ໄດ້​ປະຕິ​ເສດ​ການ​ຍື່ນ​ໜັງສື​ຮ້ອງ​ຮຽນ ທີ່​ໄດ້​ນຳ​ພາ ​ໂດຍ ອ​ະດີດນາຍົກລັດ​ຖະມົນຕີ ແລະ​ຜູ້​ສະໝັກ​ປະທານາທິບໍດີທ່ານ Amama Mbabazi.

ຄະນະ​ກຳມາທິການ​ເລືອກ​ຕັ້ງໄດ້​ປະກາດ​ໃນ​ວັນ​ທີ 20 ກຸມພາຜ່ານ​ມານີ້​ວ່າ ທ່ານ Muse- veni ​ໄດ້​ຊະນະຄະ​ແນນ​ສຽງ 60 ​ເປີ​ເຊັນ​ຂອງ​ການ​ປ່ອນ​ບັດຊຶ່ງຜູ້​ທ້າ​ທາຍຝ່າຍຄ້ານທ່ານ Kizza Besilgye ​ໄດ້​ຮັບ 30.5 ​ເປີ​ເຊັນ​.

ທ່ານ Mbabazi ​ໄດ້​ຮ້ອງ​ຂໍ​ໃຫ້​ສານ​ປະກາດ​ເປັນ​ໂມ​ຄະຜົນການເລືອກ​ຕັ້ງ​ຍ້ອນ​ວ່າ ຄະນະ​ກຳມາທິການ​ເລືອກ​ຕັ້ງ ​ບໍ່​ໄດ້​ປະຕິບັດ​ຕາມ​ກົດໝາຍ​ເລືອກ​ຕັ້ງ ຂອງ​ປະ​ເທດ. ​ແຕ່​ວ່າ​ສານ ໄດ້​ໃຫ້​ຂໍ້​ສັງ​ເກ​ດວ່າ ​ໃນ​ຂະນະ​ທີ່​ມີ​ການ​ເຮັດ​ຜິດ​ກົດ​ລະບຽບ ບາງ​ຢ່າງ​ເກີດ​ຂຶ້ນ ແຕ່​ກໍບໍ່​ໄດ້ ​ເປັນ​ຜົນ​ກະທົບ​ຕໍ່ຜົນ​ການ​ເລືອກ​ຕັ້ງ​ຂັ້ນສຸດ​ທ້າຍທີ່ມີ​ເຫດຜົນສົມຄວນ​ເພື່ອ​ຈະ​ປະກາດໃຫ້ ​ຜົນ​ການ​ເລືອກ​ຕັ້ງ​ເປັນ​ໂມຄະ.

ຜູ້ນຳຝ່າຍຄ້ານທີ່ສຳຄັນທ່ານ Kizza Besigye, ກາງ, ຖືກຕຳຫລວດຈັບ ແລະນັ່ງຢູ່ລົດຕຳຫລວດນອກເຮືອນຂອງທ່ານ ທີ່ເມືອງ Kasangati, Uganda.
ຜູ້ນຳຝ່າຍຄ້ານທີ່ສຳຄັນທ່ານ Kizza Besigye, ກາງ, ຖືກຕຳຫລວດຈັບ ແລະນັ່ງຢູ່ລົດຕຳຫລວດນອກເຮືອນຂອງທ່ານ ທີ່ເມືອງ Kasangati, Uganda.

ນາຍ​ພົນເບ້ຍ​ບຳນານ ທ່ານ Jim Mauhweri ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ໃຫ້ແນະນຳ​ຂອງ​ອູ​ການ​ດາກ່າວ​ວ່າ ສານ​ສູງ​ສຸດໄດ້ຕັດສິນ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ເລືອກ ​ເອົາ​ຂອງ​ຊາວ​ອູການ​ດາ ​ເວລາ​ເຂົາ​ເຈົ້າ​ເລືອກເອົາ​ປະທານາ ທິບໍດີ Museveni ​ເຂົ້າຮັບ ຕຳ​ແໜ່​ງຕື່ມ​ອີກ. ທ່ານ Muhwezi ກ່າວ​ວ່າ “ລັດ ຖະບານ ​ແນ່ນອນ​ວ່າ ມີ​ຄວາມ​ດີ​ໃຈ ຫລາຍເພາະວ່າ ມັນ​ເປັນ​ການ​ຢືນຢັນ​ໃນ​ອັນ​ທີ່​ເຮົາ​ຮູ້​ເປັນ​ຢ່າງ​ດີ ທີ່​ປະຊາຊົນ​ອູ​ການ​ດາ ​ໄດ້ ​ສ​ະ​ແດງ​ອອກ​ໃນການ​ເລືອກ​ຂອງ​ເຂົາ​ເຈົ້າ​ ​ແລະ​ປະທານາທິບໍດີ Mesuveni ໄດ້ ຮັບ ໄຊຊະນະ​ ໃນການ​ເລືອກ​ຕັ້ງ​ກາ​ຍ 50 ​ເປີ​ເຊັນ. ​ເພາະສະ​ນັ້ນ ​ສານ​ສູງ​ສຸດ​ໄດ້​ໃຫ້ການ​ຢືນ ຢັນໃນ​ອັນ​ທີ່​ພວກ​ເຮົາ​ເຊື່ອ.”

ທ່ານ Muhweri ກ່າວ​ວ່າ ​ມັນ​ຂຶ້ນກັບ​ທ່ານ Museveni ​ແລະ​ຝ່າຍ​ຄ້ານ​ທີ່​ຈະ​ຮຳບາດ​ແຜ ແລະ​ບັດ​ນີ້ທ້ອນ​ໂຮມ​ປະ​ເທດ​ຊາດ ທີ່​ສານໄດ້​ຕັດສິນ​ໄປແລ້ວນັ້ນ.“

Uganda Election Court
please wait
Embed

No media source currently available

0:00 0:00:33 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG