ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳຫຼວດ ຢູການດາ ໄດ້ຈັບກຸມ ຜູ້ນຳພັກຝ່າຍຄ້ານ ທ່ານ Kizza Besigye ອີກເທື່ອໜຶ່ງ


ຜູ້ນຳພັກຝ່າຍຄ້ານຫຼັກ ຂອງຢູການດາ ທ່ານ Kizza Besigye (ກາງ) ແມ່ນໄດ້ຖືກຈັບກຸມ ຢູ່ນອກເຮືອນຂອງທ່ານ ໂດຍຕຳຫຼວດ ແລະ ຖືກໂຍນຂຶ້ນລົດຕູ້ຂອງຕຳຫຼວດ ທີ່ຖືກລຶບເຄື່ອງໝາຍຕ່າງໆ ອອກຈົນໝົດ ຊຶ່ງໄດ້ນຳເອົາຕົວ ທ່ານ Besigye ອອກໄປ ແລະ ຕໍ່ຈາກນັ້ນມາ ກໍໄດ້ໄປເຫັນ
ທ່ານ ຢູ່ທີ່ສະຖານີຕຳຫຼວດ ນອກເມືອງ, ວັນທີ 22 ກຸມພາ
2016.
ຜູ້ນຳພັກຝ່າຍຄ້ານຫຼັກ ຂອງຢູການດາ ທ່ານ Kizza Besigye (ກາງ) ແມ່ນໄດ້ຖືກຈັບກຸມ ຢູ່ນອກເຮືອນຂອງທ່ານ ໂດຍຕຳຫຼວດ ແລະ ຖືກໂຍນຂຶ້ນລົດຕູ້ຂອງຕຳຫຼວດ ທີ່ຖືກລຶບເຄື່ອງໝາຍຕ່າງໆ ອອກຈົນໝົດ ຊຶ່ງໄດ້ນຳເອົາຕົວ ທ່ານ Besigye ອອກໄປ ແລະ ຕໍ່ຈາກນັ້ນມາ ກໍໄດ້ໄປເຫັນ ທ່ານ ຢູ່ທີ່ສະຖານີຕຳຫຼວດ ນອກເມືອງ, ວັນທີ 22 ກຸມພາ 2016.

ຕຳຫຼວດ ຢູ່ໃນຢູການດາໄດ້ຈັບກຸມ ຜູ້ນຳພັກຝ່າຍຄ້ານ ທ່ານ
Kizza Besigye ອີກເທື່ອໜຶ່ງ ໃນວັນຈັນມື້ນີ້ ຫຼັງຈາກຫຼາຍມື້
ຜ່ານມາ ທີ່ທ່ານໄດ້ເສຍໄຊ ໃນການເລືອກຕັ້ງປະທານາທິບໍດີ
ທີ່ທ່ານກ່າວຫາວ່າ ເປັນການສໍ້ໂກງ.

ທ່ານ Besigye ໄດ້ວາງແຜນວ່າ ຈະເດີນທາງໄປ ສຳນັກງານ
ໃຫຍ່ ຂອງຄະນະກຳມາທິການເລືອກຕັ້ງ ຢູ່ໃນນະຄອນຫຼວງ
Kampala.

ທ່ານ Besigye ໄດ້ຖືກຈັບກຸມຫຼາຍໆຄັ້ງ ໃນສັບປະດາຜ່ານ
ມາ ແລະ ຕະຫລອດເວລາ ຈົນເຖິງການເລືອກຕັ້ງ ໃນວັນ
ພະຫັດຜ່ານມາ ເຊິ່ງ ປະທານາທິບໍດີ Yoweri Museveni ໄດ້ຮັບການດຳລົງຕຳແໜ່ງອີກ
ສະໄໝໜຶ່ງ.

ຕຳຫຼວດປາບຈະລາຈົນ ຕັ້ງແຖວກີດກັ້ນ ສື່ມວນຊົນ ຈາກການເຂົ້າໄປຫາ ຜູ້ນຳພັກຝ່າຍຄ້ານຫຼັກຂອງຢູການດາ ທ່ານ Kizza Besigye ໃນຂະນະທີ່ທ່ານພະຍາຍາມ ອອກໄປຈາກເຮືອນຂອງທ່ານ ຢູ່ໃນເມືອງ Kasangati, ຂອງຢູການດາ, ວັນທີ 22 ກຸມພາ 2016.
ຕຳຫຼວດປາບຈະລາຈົນ ຕັ້ງແຖວກີດກັ້ນ ສື່ມວນຊົນ ຈາກການເຂົ້າໄປຫາ ຜູ້ນຳພັກຝ່າຍຄ້ານຫຼັກຂອງຢູການດາ ທ່ານ Kizza Besigye ໃນຂະນະທີ່ທ່ານພະຍາຍາມ ອອກໄປຈາກເຮືອນຂອງທ່ານ ຢູ່ໃນເມືອງ Kasangati, ຂອງຢູການດາ, ວັນທີ 22 ກຸມພາ 2016.

ຕຳຫລວດ ໄດ້ນຳໂຕທ່ານ Besigye ໄປຄວບຄຸມໄວ້ ຢູ່ໃນເຮືອນຂອງທ່ານ ໃນວັນສຸກ
ຜ່ານມາ ແລະ ກ່າວວ່າ ການເຄື່ອນໄຫວນັ້ນ ແມ່ນເພື່ອຢຸດຜູ້ກ່ຽວ ຈາກການນຳພາການ
ປະທ້ວງ ຕໍ່ຕ້ານ ໄຊຊະນະຂອງທ່ານ Museveni ທີ່ອາດຈະກາຍເປັນຄວາມຮຸນແຮງຂຶ້ນ.
ຜູ້ນຳພັກຝ່າຍຄ້ານ ໄດ້ຕອບໂຕ້ ໂດຍຮຽກຮ້ອງໃຫ້ພວກສະໜັບສະໜູນທ່ານ ທຳການປະ
ທ້ວງການກັກຕົວທ່ານໄວ້ ແລະ ຕໍ່ຜົນຂອງການເລືອກຕັ້ງ.

Uganda Elections
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG