ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ​ແຫ່ງ​ຊາດຢູການ​ດາ ​ຜ່ານ​ຮ່າງ​ກົດໝາຍ ຕໍ່ຕ້ານ​ ພວກ​ຮັກຮ່ວມເພດ (ວີດີໂອ)


ສະພາ​ແຫ່ງ​ຊາດຢູການ​ດາ ​ໄດ້​ຮັບຜ່ານ​ຮ່າງ​ກົດໝາຍ ທີ່​ຈະ​ເຮັດໃຫ້ ການ​ຮ່ວມ​ເພດບາງ​ຢ່າງ ລະຫວ່າງຄົນ​ເພດ​ດຽວ​ກັນ ​ເປັນ​ການ​ຜິດ​ກົດໝາຍ.​
ສະພາ​ແຫ່ງ​ຊາດຢູການ​ດາ ​ໄດ້​ຮັບຜ່ານ​ຮ່າງ​ກົດໝາຍ ທີ່​ຈະ​ເຮັດໃຫ້ ການ​ຮ່ວມ​ເພດບາງ​ຢ່າງ ລະຫວ່າງຄົນ​ເພດ​ດຽວ​ກັນ ​ເປັນ​ການ​ຜິດ​ກົດໝາຍ.​
ສະພາ​ແຫ່ງ​ຊາດຢູການ​ດາ ​ໄດ້​ຮັບຜ່ານ​ຮ່າງ​ກົດໝາຍ ທີ່​ຈະ​ເຮັດ
​ໃຫ້ ການ​ຮ່ວມ​ເພດບາງ​ຢ່າງ ລະຫວ່າງຄົນ​ເພດ​ດຽວ​ກັນ​ນັ້ນ ມີ
ໂທດໜັກ​ເຖິງ​ຂັ້ນຕິດ​ຄຸກ​ຕະຫລອດ​ຊີວິດ.

ຮ່າງ​ກົດ​ໝາຍ​ດັ່ງກ່າວ ​ໄດ້​ຖືກ​ປະນາມ​ມາ​ກ່ອນ​ແລ້ວ ຈາກ​ກຸ່ມ
​ສິດ​ທິ ມະນຸດ​ ​ແລະ​ບັນດາລັດຖະບານ​ປະ​ເທດ​ຕາ​ເວັນ​ຕົກ
ຮວມ​ທັງສະຫະລັດ ຊຶ່ງ​ສາ​ເຫດສ່ວນນຶ່ງ​ແມ່ນ​ຍ້ອນ​ມີ​ໂທດ​ປະ
ຫານ​ຊີວິດ ຮວມຢູ່​ນໍາ.

ຮ່າງ​ກົດໝາຍ ​ທີ່ຜ່ານສະພາ​ໃນ​ວັນ​ສຸກ​ວານ​ນີ້ ບໍ່​ໄດ້​ຮວມເອົາ
​ໂທດປະຫານ​ຊີວິດ ​ແຕ່ກໍານົດ​ໂທດ​ຂັງ​ຄຸກຕະຫລອດ​ຊີວິດ ​
ແກ່​ຜູ້​ໃດກໍ​ຕາມ ທີ່​ຮ່າງ​ກົດໝາຍ​ຮ້ອງວ່າ “ມີການ​ຮ່ວມ​ເພດກັບ​ຄົນ​ເພດ​ດຽວ​ກັນ ຂັ້ນຮ້າຍ​ແຮງ.”

​ເຈົ້າ​ໜ້າ​ທີ່ ປະ​ຈໍາ​ກຸ່ມສີ້​ງຊອມ​ສິດ​ທິມະນຸດ Human Rights Watch ທ່ານ​ນາງ Maria
Burnett ນັກ​ຄົ້ນຄວ້າອາ​ຟຣິກາອະ​ວຸ​ໂສ ກ່າວວ່າ ຮ່າງ​ກົດໝາຍ​ນັ້ນກໍຍັງ​ເປັນ​ທີ່​ຢ້ານ​ກົວ
ຢູ່ ​ເຖິງ​ແມ່ນ​ວ່າ​ມີ​ການ​ດັດ​ແປງ​ແລ້ວ​ກໍ​ຕາມ. ອົງການ​ນິລະ​ໂທດ​ກໍາສາກົນ ກໍໄດ້​ຕິຕຽນ​
ມາດ​ຕະການດັ່ງກ່າວ​ເຊັ່ນກັນ ​ແລະ​ຮ້ອງ​ວ່າ “​ເປັນ​ການ​ຈໍາ​ແນ​ກຢ່າງໃຫຍ່."

ຮ່າງ​ກົດໝາຍນີ້ ຕ້ອງມີລາຍ​ເຊັນ​ຂອງ ປະທານາທິບໍ​ດີ Yowei Museveni ຈຶ່ງ​ຈະ​ເປັນ​
ກົດໝາຍໄດ້.

ຜູ້​ສະໜັບສະໜູນ​ຮ່າງ​ກົດ​ໝາຍ​ຄົນ​ນຶ່ງ ສະມາຊິກ​ສະພາ ທ່ານ David Bahair ກ່າວ​ວ່າ
ບັນດາຜູ້ແທນ​ສະພາ ​ໄດ້​ສະ​ແດງ​ຄວາມ​ກ້າຫານ ​ໃນ​ການ​ຜ່ານ​ຮ່າງ​ກົດໝາຍ​ດັ່ງ​ກ່າວ.

ການ​ຮັກຮ່ວມ​ເພດ​ດຽວ​ກັນ​ເປັນ​ເລື້ອງ​ທີ່ຕ້ອງ​ຫ້າມ ຢູ່​ທົ່ວ​ອາ​ຟຣິກາ. ​ເກືອບ 40 ປະ​ເທດ​
ອາຟຣິກາ ມີ​ກົດໝາຍ​ເຮັດ​ໃຫ້ການ​ຮັກຮ່ວມ​ເພດ​ດຽວ​ກັນ ​ເປັນຄວາມ​ຜິດ ແລະ​ບັນດາ​
ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ມີຊາວ​ອາ​ຟຣິກາ ຈໍານວນ​ໜ້ອຍ​ຫລາຍ​ທີ່​ສາມາດເປີດ​ເຜີຍຕົນ​
ເອງວ່າ​ ເປັນ​ກະ​ເທີຍ​.

ໃນ​ວັນ​ພະຫັດ​ ສະພາ​ຢູກັນດາ ໄດ້​ຜ່ານ​ຮ່າງ​ກົດໝາຍ​ທີ່ເປັນ​ຂໍ້​ຂັດ​ແຍ້​ງ ກັນອີກ​ສະບັບ​ນຶ່ງ
ທີ່ຕໍ່ຕ້ານ​ການສະ​ແດງ​ອອກ​ເຖິງ​ຄວາມ​ລາມົກ ຊຶ່ງຮວມ​ຢູ່​ໃນມາດ​ຕະການອຶ່ນໆ ກໍ​ມີ​ທັງ​
ການ​ຫ້າມ​ບໍ່​ໃຫ້​ນຸ່ງ​ກະ​ໂປງ​ທີ່ສັ້ນໆ.

uganda
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG