ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເດັກນັກຮຽນ 18 ຄົນເສຍຊີວິດ ຍ້ອນຟ້າຜ່າທີ່ Uganda


ເດັກນັກຮຽນ 18 ຄົນເສຍຊີວິດ ຍ້ອນຟ້າຜ່າທີ່ Uganda
ເດັກນັກຮຽນ 18 ຄົນເສຍຊີວິດ ຍ້ອນຟ້າຜ່າທີ່ Uganda

ລາຍ​ງານຂອງ​ສື່​ມວນ​ຊົນ Uganda ກ່າວ​ວ່າ ຟ້າຜ່າ​ໄດ້​ເອົາ​ຊີວິດ​ພວກເດັກນ້ອຍ​ໄປ 18
ຄົນທີ່​ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ Uganda ​ໃນ​ວັນ​ອັງຄານ​ວານ​ນີ້
ອັນເປັນ​ເຫດ​ຟ້າຜ່າ​ຄັ້ງ​ຫລ້າສຸດ​ໃນ​ຈໍານວນ​ຟ້າຜ່າ​ຫລາຍ​ຄັ້ງ​ທີ່​ເກີດ​ຕິດ​ຕໍ່​ກັນ​ມາ​ໃນ​ປະ​ເທດ​
ດັ່ງກ່າວ.

ໝັງ​ສື​ພິມ​ທີ່ລັດ​ເປັນ​ເຈົ້າ​ຂອງ The New Vision ກ່າວ​ວ່າ ພວກ​ເດັກນ້ອຍ​ນັກຮຽນ​ເຫລົ່າ​
ນີ້​ຕາຍ​ໃນ​ທັນທີ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພວມ​ລໍຖ້າໃຫ້​ພາຍຸ​ຝົນ​ເຊົາ​ທີ່​ໂຮງຮຽນ​ປະຖົມ
Runyanya ​ໃນ​ເມືອງ Kiryandongo ທາງ​ທິດ​ເໜືອ​ຈາກ​ນະຄອນຫລວງ Kampala
ນັ້ນ. ໜັງສືພິມ​ສະບັບ​ນີ້​ຍັງ​ກ່າວ​ຕື່ມ​ວ່າ ມີ​ປະຊາຊົນ​ຕືມອີກ 36 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ
ຟ້າຜ່າ​ດັ່ງກ່າວ ທີ່​ເກີດ​ຂຶ້ນ​ເວລາ​ 4:30 ຕອນ​ບ່າຍ​ຕາມ​ເວລາໃນ​ທ້ອງ​ຖິ່ນ.

ນອກ​ນັ້ນ ໜັງສືພິມ​ສະບັບ​ນີ້​ຍັງແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ ​ເກີດ​ຟ້າຜ່າ​ໃນ​ບ່ອນ​ນຶ່ງ​ອີກ ຊຶ່ງ​ໄດ້​
ເຮັດ​ໃຫ້​ພວກ​ເດັກນ້ອຍ 37 ຄົນ​ແລະ​ນາຍຄູ 2 ຄົນ​ໄດ້​ຮັບ​ບາດ​ເຈັບ​ທີ່​ໂຮງຮຽນປະຖົມອີກ
ແຫ່ງ​ນຶ່ງ​ໃນ​ເມືອງ Zombo ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ໃນ​ວັນ​ອັງຄານ​ວານ​ນີ້​ເຊ່ນ​ກັນ.

ລາຍ​ງານ​ເວົ້າ​ວ່າ ຟ້າຜ່າ​ຫລາຍ​ຄັ້ງໄດ້​ເອົາ​ຊີ​ວີ​ດຜູ້​ຄົນ​ໄປ​ໃນ​ຈໍານວນ​ຫລາຍ​ກວ່າ 40 ຄົນ
ແລ້ວ​ໃນ Uganda ​ໃນ​ຫວ່າງ​ບໍ່ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້. ບັນດາ​ນັກ​ຊ່ຽວຊານ​ກ່າວ​
ວ່າ ການຂາດສາຍລໍ້ຟ້າຫລື​ເຂັມ​ກັນ​ຟ້າຜ່າ​ໃນ​ຕຶກ​ອາຄານ​ຫລາຍ​ແຫ່ງ​ໃນ Uganda ອາດ​
ຈະ​ເປັນພາກສ່ວນ​ນຶ່ງ​ທີ່​ພາ​ໃຫ້​ເກີດ​ຄວາມ​ເສຍ​ຫາຍຢ່າງ​ຫລວງຫລາຍ​ຍ້ອນ​ຟ້າຜ່າ​ໃນ​ປະ
ເທດ​ດັ່ງກ່າວນັ້ນ.

XS
SM
MD
LG