ການນັບບັດຄະແນນສຽງຍັງດຳເນີນຢູ່ຕໍ່ມາໃນການເລືອກຕັ້ງ
ປະທານາທິບໍດີແລະສະພາແຫ່ງຊາດ ຂອງອູການດາລຸນຫຼັງ
ການປ່ອນບັດ ທີ່ໄດ້ດຳເນີນໄປດ້ວຍຄວາມສະຫງົບໃນມື້ວັນ
ສຸກວານນີ້.
ມີທ່າທາງວ່າ ປະທານາທິບໍດີ Yoweri Museveni ທີ່ສະ
ມັກເຂົ້າແຂ່ງຂັນເອົາຕຳແໜ່ງຕື່ມອີກນັ້ນ ຈະໄດ້ຮັບໄຊຊະນະ
ເຂົ້າຮັບໜ້າທີ່ເປັນສະໄໝທີ 4.
ສະໄໝໃນການເຂົ້າກຳຕຳແໜ່ງໃໝ່ ຕື່ມອີກນີ້ ຈະເຮັດໃຫ້
ການປົກຄອງຂອງທ່ານ Museveni ເພີ່ມຂຶ້ນເປັນ 3 ທົດ
ສະວັດ ແຕ່ບາງທີທ່ານອາດໄດ້ປະເຊີນກັບການທ້າທາຍໜັກທີ່ສຸດໃນການແຂ່ງຂັນໃນ
ຮອບ 25 ປີຂະນະທີ່ອະດີດນາຍແພດຂອງທ່ານຄືທ່ານ Kizza Besigye ໄດ້ທ້າທາຍ
ທ່ານເປັນຄັ້ງທີ 3 ລຽນຕິດ.
ທ່ານ Besigye ຊຶ່ງເປັນຜູ້ນຳພາແນວໂຮມ 4 ພັກຝ່າຍຄ້ານນັ້ນໄດ້ກ່າວຫາລັດຖະບານ
ອູການດາວ່າ ພະຍາຍາມທີ່ຈະສໍ້ໂກງຄະແນນສຽງແຕ່ປະທານາທິບໍດີ Museveni ໄດ້ປະ
ຕິເສດ ຕໍ່ການກ່າວຫາທີ່ວ່ານີ້.