ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອູ​ການ​ດາ ​ຢືນ​ຢັນ ການຕິດ​ເຊື້ອ​ໄວ​ຣັ​ສ ອີ​ໂບ​ລາ ຄັ້ງ​ທຳ​ອິດ ຢູ່ນອກ ຄອງ​ໂກ


ເຈົ້າ​ໜ້າ​ທີ່ ສາ​ທາ​ລະ​ນະ​ສຸກ ຄົນ​ນຶ່ງ ຢູ່​ສູນ​ປິ່ນ​ປົວ​ໄວ​ຣັ​ສ ອີ​ໂບ​ລາ ໃນ​ເມືອງ ເບ​ນີ, ພາກ​ຕາ​ເວັນ​ອອກ​ ຂອງ​ປະ​ເທດ ຄອງ​ໂກ. 16 ເມ​ສາ, 2019.
ເຈົ້າ​ໜ້າ​ທີ່ ສາ​ທາ​ລະ​ນະ​ສຸກ ຄົນ​ນຶ່ງ ຢູ່​ສູນ​ປິ່ນ​ປົວ​ໄວ​ຣັ​ສ ອີ​ໂບ​ລາ ໃນ​ເມືອງ ເບ​ນີ, ພາກ​ຕາ​ເວັນ​ອອກ​ ຂອງ​ປະ​ເທດ ຄອງ​ໂກ. 16 ເມ​ສາ, 2019.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ ອູ​ການ​ດາ ໄດ້​ຢືນ​ຢັນ​ວ່າ​ເດັກ​ຊາ​ຍ​ອາ​ຍຸ 5 ປີ​ໄດ້​ຖືກ​ກວດ
ພົບວ່າ ຕິດເຊື້ອໄວຣັສ ອີໂບລາ, ເປັນຂີດໝາຍຄັ້ງທຳອິດທີ່ໄວຣັສດັ່ງກ່າວ ໄດ້ແຜ່ຂ້າມ
ເຂດຊາຍແດນລະຫວ່າງປະເທດ, ໃນລະຫວ່າງສິ່ງທີ່ໄດ້ກາຍເປັນການແຜ່ລະບາດທີ່
ຮ້າຍແຮງທີ່ສຸດເປັນອັນດັບສອງໃນບັນທຶກປະຫວັດສາດ.

ເດັກ​ນ້ອຍ​ຊາວ ຄອງ​ໂກ, ຜູ້​ທີ່​ໄດ້​ເດີນ​ທາງ​ຮອດປະ​ເທດ ອູ​ການ​ດາ ກັບ​ພໍ່​ແມ່​ຂອງ​ລາວ​
ໃນວັນອາທິດທີ່ຜ່ານມາ, ໄດ້ຖືກຈັດໃຫ້ຢູ່ໂດດດ່ຽວໃນໂຮງໝໍ ທີ່ເມືອງ ຄາເຊເຊ, ເປັນ
ເມືອງທີ່ຕັ້ງຢູ່ຕາມເຂດຊາຍແດນກ້ຳຕາເວັນຕົກຂອງປະເທດ ຕິດກັບສາທາລະນະລັດ
ປະຊາທິປະໄຕ ຄອງໂກ.

ຂ່າວ​ດັ່ງ​ກ່າວ​ໄດ້ສະ​ເທືອນ​ຂວັນ​ຂອງ​ບັນ​ດາ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ຜູ້​ທີ່​ໄດ້​ຕໍ່​ສູ້​
ເປັນເວລາຫຼາຍເດືອນ ເພື່ອປ້ອງກັນການແຜ່ລາມຂອງເຊື້ອໄວຣັສຂ້າມເຂດຊາຍແດນ
ຈາກປະເທດ ຄອງໂກ, ບ່ອນທີ່ຫຼາຍກວ່າ 2,000 ກໍລະນີໄດ້ຖືກບັນທຶກໃນ 10 ເດືອນ
ທີ່ຜ່ານມາ. ເກືອບ 1,400 ຄົນໃນນັ້ນແມ່ນໄດ້ເສຍຊີວິດ.

ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ກະ​ຊວງ​ສາ​ທາ​ລະ​ນະ
ສຸກ ແລະ ອົງການອະນາໄມໂລກ ໄດ້ສົ່ງທີມຮັບມືສຸກເສີນ ໄປເມືອງ ຄາເຊເຊ ເພື່ອລະ
ບຸຕົວຄົນອື່ນໆຜູ້ທີ່ອາດມີຄວາມສ່ຽງ, ແລະ ຮັບປະກັນວ່າເຂົາເຈົ້າຖືກຕິດຕາມ ແລະ
ໄດ້ຮັບການປິ່ນປົວ ຖ້າເຂົາເຈົ້າບໍ່ສະບາຍ.”

ບັນ​ດາ​ພະ​ນັກ​ງານ​ຊ່ວຍ​ເຫຼືອ​ຈາກ ສູນ​ກາງ​ສຳ​ລັບ​ການ​ຄວບ​ຄຸມ​ ແລະ ປ້ອງ​ກັນ​ໂຣກ
ສະຫະລັດ ແລະ ອົງການ USAID ໄດ້ເລີ່ມການຝຶກຊ້ອມ ແລະ ສັກຢາໃຫ້ພະນັກ
ງານປິ່ນປົວສຸຂະພາບໃນປະເທດ ອູການດາ, ຣວັນດາ ແລະ ຊູດານໃຕ້, ທຸກໆປະ
ເທດທີ່ຕັ້ງຢູ່ໃກ້ຄຽງ ກັບພາກສ່ວນທີ່ໄດ້ຮັບຜົນກະທົບຂອງ ຄອງໂກ.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG