ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະມັກ ປະທານາທິບໍດີ ອູການດາ ໂຄສະນາຫາສຽງ ເປັນມື້ສຸດທ້າຍ


ພວກຕຳຫລວດຢືນຢູ່ກ້ອງປ້າຍເລືອກຕັ້ງ ຂອງປະທານາທິບໍດີ Yoweri Museveni ໃນນະຄອນຫຼວງ Kampala ປະເທດ Uganda, ທີ 15 ກຸມພາ, 2016.
ພວກຕຳຫລວດຢືນຢູ່ກ້ອງປ້າຍເລືອກຕັ້ງ ຂອງປະທານາທິບໍດີ Yoweri Museveni ໃນນະຄອນຫຼວງ Kampala ປະເທດ Uganda, ທີ 15 ກຸມພາ, 2016.

ບັນດາ​ຜູ້​ສະມັກ ຢູ່​ໃນ​ປະ​ເທດ​ອູ​ການ​ດາ ກຳລັງ​ພາກັນ​ໂຄສະນາ​
ຫາ​ສຽງເປັນ​ມື້ ສຸດ​ທ້າຍ​ໃນ​ວັນ​ອັງຄານ​ມື້​ນີ້ກ່ອນ​ໜ້າການເລືອກ
​ຕັ້ງ​ປະ​ທາ​ນາ​ທິບໍດີ​ຂອງ​ປະ​ເທດ ​ແລະ​ບັນດາ​ສະມາຊິກ​ສະພາ.

ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ​ຈະ​ຕັດ​ສິນ​ໃຈ​ໃນ​ວັນ​ພະຫັ​ດຈະ​ມາ​ເຖິງ​ນີ້​
ວ່າຈະ​ໃຫ້​ໂອກາ​ດ​ແກ່ປະທານ​າທິບໍດີ Yoweri Museveni ​ເຂົ້າ
ຮັບ​ຕຳ​ແໜ່​ງ​ເປັນ​ສະ​ໄໝທີ​ຫ້າຫລື ​ເລືອກ​ເອົາ​ຜູ້​ສະມັກຝ່າຍ​ຄ້ານ
ແລະ​ມີ​ຜູ້ນຳ​ຄົນ​ໃໝ່​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 1986 ​ເປັນຕົ້ນມາ.

ທ່ານ Museveni ​ໄດ້​ເຂົ້າ​ກຳ​ອຳນາດ​ໃນ​ການ​ເຮັດລັດຖະປະຫານ
​ແລະ​ໄດ້ຮັບ ​ໄຊຊະນະໃນ​ການ​ເລືອກ​ຕັ້ງ​ດ້ວຍ​ຄະ​ແນນ​ສຽງ​ຢ່າງ​
ຖ້ວມ​ລົ້​ນ​ໃນ​ປີ 2006 ​ແລະ 2011 ທີ່​ບັນດາ​ຜູ້​ສັງ​ເກດ​ການ ກ່າວ​ວ່າ ເຕັມ​ໄປ​ດ້ວຍ​ການ​ເຮັດ​ຜິດ​ກົດ​ລະບຽບ ຕ່າງໆ ​ແລະການ​ຂົ່ມຂູ່ຕໍ່ບັນດາ​ພັກ​ຝ່າຍ​ຄ້ານ.

​ໃນ​ວັນ​ຈັນວານ​ນີ້ ຕຳຫລວດ​ອູ​ການ​ດາ ​ໄດ້​ກັກ​ຂັງ​ຜູ້​ສະມັກ​ຝ່າຍ​ຄ້ານ ທ່ານ Kizza
Besigye ​ໃນ​ຂະນະ​ທີ່​ທ່ານ​ກຳລັງ​ໂຄສະນາ​ຫາ​ສຽງ ຢູ່​ໃນ​ນະຄອນ ຫລວງ​ຂອງ​ປະ​ເທດ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່່າ ຕຳ​ຫລວດ​ໄດ້​ຍິງ​ລະ​ເບີດນໍ້າຕາ ​ເຂົ້າໃສ່ການ​ໂຄສະ​ນາ​
ຫາ​ສຽງຂອງ​ທ່ານ Besigye ​ແລະ​ນຳ​ເອົາ​ໂຕ​ທ່ານ​ໄປ​ກັກ​ຂັງ. ຫລັງ​ຈາກ​ນັ້ນພວກ​ເຂົາ​ກໍ​
ໄດ້​ນຳ​ເອົາ​ໂຕ​ທ່ານໄປ​ຍັງ​ສະຖານ​ທີ່ອີກ​ແຫ່ງ​ໜຶ່ງ​ຢູ່​ນອກ​ເມືອງ ນະຄອນຫຼວງ Kampala
ກ່ອນ​ຖືກ​ປ່ອຍ​ໂຕ.

ຮອງ​ຜູ້​ກວດກາ​ທົ່ວ​ໄປ​ຂອງ​ຕຳຫລວດອູ​ການ​ດາ ​ໄດ້​ກ່າວ​ຫາທ່ານ Besigyeວ່າ​ ລະ​ເມີດ
ກົດ​ລະບຽບ​ການ​ໂຄສະນາ​ຫາ​ສຽງ.

ຜູ້ນຳຝ່າຍຄ້ານ ສະມັກເປັນປະທານາທິບໍດີ ທ່ານ Kizza Besigye, ກາງ, ຖືກຈັບໂດຍເຈົ້າໜ້າທີ່ຕຳຫລວດ.
ຜູ້ນຳຝ່າຍຄ້ານ ສະມັກເປັນປະທານາທິບໍດີ ທ່ານ Kizza Besigye, ກາງ, ຖືກຈັບໂດຍເຈົ້າໜ້າທີ່ຕຳຫລວດ.

ໃນ​ວັນ​ຈັນວານ​ນີ້ ຕຳຫລວດ​ອູ​ການ​ດາ ​ໄດ້​ກັກ​ຂັງ​ຜູ້​ສະມັກ​ຝ່າຍ​ຄ້ານ ທ່ານ Kizza
Besigye ​ໃນ​ຂະນະ​ທີ່​ທ່ານ​ກຳລັງ​ໂຄສະນາ​ຫາ​ສຽງ ຢູ່​ໃນ​ນະຄອນ ຫລວງ​ຂອງ​ປະ​ເທດ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່່າ ຕຳ​ຫລວດ​ໄດ້​ຍິງ​ລະ​ເບີດນໍ້າຕາ ​ເຂົ້າໃສ່ການ​ໂຄສະ​ນາ​
ຫາ​ສຽງຂອງ​ທ່ານ Besigye ​ແລະ​ນຳ​ເອົາ​ໂຕ​ທ່ານ​ໄປ​ກັກ​ຂັງ. ຫລັງ​ຈາກ​ນັ້ນພວກ​ເຂົາ​ກໍ​
ໄດ້​ນຳ​ເອົາ​ໂຕ​ທ່ານໄປ​ຍັງ​ສະຖານ​ທີ່ອີກ​ແຫ່ງ​ໜຶ່ງ​ຢູ່​ນອກ​ເມືອງ ນະຄອນຫຼວງ Kampala ກ່ອນ​ຖືກ​ປ່ອຍ​ໂຕ.

ຜູ້ນຳຝ່າຍຄ້ານ ທ່ານ Kizza Besigye, ກາງຊ້າຍມື ກ່າວຕໍ່ບັນດາຜູງຊົນ.
ຜູ້ນຳຝ່າຍຄ້ານ ທ່ານ Kizza Besigye, ກາງຊ້າຍມື ກ່າວຕໍ່ບັນດາຜູງຊົນ.

ຮອງ​ຜູ້​ກວດກາ​ທົ່ວ​ໄປ​ຂອງ​ຕຳຫລວດອູ​ການ​ດາ ​ໄດ້​ກ່າວ​ຫາທ່ານ Besigyeວ່າ​ ລະ​ເມີດ
ກົດ​ລະບຽບ​ການ​ໂຄສະນາ​ຫາ​ສຽງ.

XS
SM
MD
LG