ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

50 ຄົນ​ເສຍ​ຊີ​ວິດ​ໃນ​​ເຫດ​​ເຮືອຫລົ້ມ​​ ທີ່ Uganda


50 ຄົນ​ເສຍ​ຊີ​ວິດ​ໃນ​​ເຫດ​​ເຮືອຫລົ້ມ​​ ທີ່ Uganda
50 ຄົນ​ເສຍ​ຊີ​ວິດ​ໃນ​​ເຫດ​​ເຮືອຫລົ້ມ​​ ທີ່ Uganda

ຕຳ​ຫລວດ Uganda ກ່າວ​ວ່າ ພວກ​ເຂົາ​ເຈົ້າເຊື່ອວ່າມີຢ່​າງນ້ອຍ 50 ຄົນ ​ເສຍ​ຊີ​ວິດ​
ໃນ​ອຸບ​ປະຕິ​ເຫດເຮືອຂ້ວມໃນ​ລະຫວ່າງ​ພາຍຸ​ຝົນ ທີ່​ທະ​ເລ​ສາບ Albert

ໂຄສົກ​ຂອງ​ກົມ​ຕຳຫ​ລວດ​ແຫ່ງ​ຊາດ ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າມາ​ຮອດ​ປັດຈຸບັນ ພວກ​ກູ້​
ໄພໄດ້​ຊ່ອຍ​ຊີວິດ 17 ຄົນແລະດຶງເອົາ​ 5 ສົບອອກ​ມາຈາກ​ນໍ້າ​.

ໄດ້ມີລາຍງານ ທີ່ບໍ່ສອດຄ່ອງກັນກ່ຽວກັບຈຳນວນຂອງຜູ້ໂດຍສານໃນ ເຮືອລຳນັ້ນທີ່ໄດ້
ຂ້ວມ​ລົງໃນເຊົ້າມືດຂອງວັນອາທິດວານນີ້. ບາງລາຍງານໃນ Uganda ​ເວົ້າວ່າ​ມີ​ຜູ້​
ໂດຍສານ​ຮອດ 90 ຄົນ ຊຶ່ງ​ແມ່ນຫຼາຍກວ່າ​ຈຳນວນທີ່​ທາງເຮືອ​ສາ​ມາດ​ຮັບຮອງ​ໄດ້
ເກີນກວ່າ​ສອງ​ເທົ່າ. ການ​ບັນຈຸ​ ​ຜູ້​ໂດຍສານເກີນ​ຈຳນວນ​ທີ່​ເຮືອ​ສາມາດຮອງຮັບໄດ້​ນັ້ນ​
ແມ່ນເປັນບັນຫາການ​ຄົມມະນາຄົມ​ທາງ​ນ້ຳຢູ່​ເລື້ອຍໆໃນເຂດນີ້.

ເຮືອໂດຍສານ​ລຳດັ່ງກ່າວ ບັນທຸ​ກພວກພໍ່ຄ້າຊາວຂາຍທົ່ວໄປ ແລະ​ເດັກ ນ້ອຍນັກຮຽນ
ພ້ອມ​ທັງ​ສຳພາລະກະ​ເປົາ​ເດີນ​ທາງແລະ​ສິນຄ້າ​ປາ ຈໍານວນ​ນຶ່ງ. ​ເຮືອ​ລຳ​ນີ້​ກໍາລັງ​ແລ່ນ​
ມຸ້ງ​ໜ້າ​ໄປຍັງ​ເມືອງ Nebbi ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ Uganda

XS
SM
MD
LG