ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການພົບ ເສື້ອໃສ່ລະເບີດ ໂຈມຕີສະລະຊີບ ທີ່ອູການດາ


ເຈົ້າໜ້າທີ່ ລັດຖະບານຄົນນຶ່ງ ຂອງອູການດາ ກ່າວວ່າ ຕຳ ຫຼວດໄດ້ພົບເຫັນ​ ເສື້ອໃສ່ ລະເບີດ ໂຈມຕີສະລະຊີບ ທີ່ຍັງບໍ່ທັນແຕກ ຢູ່​ໃນນະຄອນຫຼວງ ກຳປາລາ ຂະນະທີ່ຕຳຫຼວດ ສືບຕໍ່ການສືບສວນ ກ່ຽວກັບເຫດລະເບີດ ທີ່ເກີດຂຶ້ນ ລະຫວ່າງຜູ້ຄົນ ກຳລັງພາກັນເບິ່ງ ການແຂ່ງຂັນ ເຕະບານໂລກ ຮອບຊິງຊະນະເລີດ ທີ່ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 76 ຄົນ ໃນວັນອາທິດ ຜ່ານມານີ້.

ຜູ້ບັນຊາການຕຳຫຼວດ ທ່ານ KALE KAYIHURA ກ່າວໃນວັນອັງຄານ ມື້ນີ້ວ່າ ເສື້ອໃສ່ ລະເບີດ ທີ່ວ່ານີ້ ແມ່ນຄືກັນກັບ ເສື້ອໃສ່ລະເບີດ ທີ່ໃຊ້ໃນການໂຈມຕີ ຢູ່ບ່ອນອື່ນໆ ແລະໄດ້ອອກແບບ ເພື່ອໃຫ້ນຳໄປວາງໄວ້ ຢູ່ບ່ອນໃດບ່ອນນຶ່ງ ແທນທີ່​ຈະໃຫ້ ຜູ້ໂຈມຕີສະລະຊີບ ໃສ່​ນຸ່ງ ​ແລ້ວ​ບີບ​ຄະ​ນວນ ​ໃຫ້​ແຕກ​ຂຶ້ນ.

ນອກນັ້ນ ທ່ານ KAYIHURA ຍັງແຈ້ງ ໃຫ້ພວກນັກຂ່າວ ຊາບວ່າ ມີຜູ້ຄົນກຸ່ມນຶ່ງ ໄດ້ຖືກຈັບ ທີ່​ພົວພັນ​ກັບ ເຫດລະເບີດ ດັ່ງກ່າວ ແຕ່ບໍ່ໄດ້ໃຫ້ ລາຍລະອຽດເພີ້ມຕື່ມ ກ່ຽວກັບພວກ ຜູ້ຕ້ອງສົງໄສ.

ຂະນະດຽວກັນ ປະທານາທິບໍດີ ອູການດາ ທ່ານ YOWERI MUSEVENI ໄດ້ປະກາດ ໃຫ້ວັນອັງຄານມື້ນີ້ ເປັນວັນເລີ້ມ ໄວ້ທຸກໃນທົ່ວປະເທດ ນຶ່ງອາທິດ ໃຫ້ແກ່ພວກເຄາະຮ້າຍ.

ກຸ່ມຫົວຮຸນແຮງ AL-SHABAB ຂອງໂຊມາເລຍ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການວາງ ລະເບີດດັ່ງກ່າວ. ໂຄສົກຄົນນຶ່ງ ຂອງກຸ່ມ AL-SHABAB ກ່າວວ່າ ການໂຈມຕີ ທີ່ວ່ານີ້ ແມ່ນ​ເພື່ອ ເປັນການແກ້ແຄ້ນ ຕໍ່ການປະກອບສ່ວນ ຂອງອູການດາ ເຂົ້າໃນກຳລັງ ຮັກສາສັນຕິພາບ ທີ່ໃຫ້ການ ສະໜັບສະໜຸນ ຕໍ່ລັດຖະບານ ໂຊມາເລຍ ແລະການໂຈມຕີ ເພີ້ມຕື່ມ ຈະຕິດຕາມມາ.

XS
SM
MD
LG