ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

64 ຄົນຕາຍແລະຫລາຍ ສິບຄົນບາດເຈັບ ທີ່ Uganda


ປະທານາທິບໍດີ Yoweri Museveni ​ແຫ່ງ Uganda ​ໄດ້​ໄປ​ຢ້ຽມຢາມ​ສະຖານ​ທ່ີ​ຕ່າງໆ​ທ່ີ​ມີ​ການ​ຖິ້ມ​ລະ​ເບີດ

ຢ່າງ​ຮ້າຍ​ແຮງ 2 ລູກ​ໃນນະຄອນຫລວງ Kampala ບ່ອນ​ທ່ີ​ປະຊາຊົນ​ຢ່າງ​ນ້ອຍ 64 ຄົນ​ໄດ້ເສຍ​ຊີວິດ​ໄປ
ໃນ​ຂະນະ​ທ່ີ​ໄປ​ເຕົ້າ​ໂຮມ​ກັນ​ຊົມການ​ແຂ່ງຂັນ​ກີລາ​ເຕະບານ​ໂລກ​ບັ້ນ​ສຸດ​ທ້າຍ​ນັ້ນ ​ແລະ​ປະຊາຊົນ​ອີກ​ຫລາຍສິບ​ຄົນ

ໄດ້​ຮັບ​ບາດ​ເຈັບ.ໃນ​ວັນ​ຈັນ​ມື້​ນີ້ ທ່ານ Museveni ​ໄດ້​ເອີ້ນພວກ​ໂຈມ​ຕີ​ນັ້ນ​ວ່າ​ເປັນ​ພວກກໍ່​ການ​ຮ້າຍ ​ແລະ​ກ່າວ​ຕໍ່​ໄປ​ວ່າ
Uganda ຈະ​ຊອກ​ຫາ​ແລະ​ຈັບ​ກຸມພວກທຳ​ການ​ໂຈມ​ຕີ​ເຫລົ່າ​ນີ້ ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ.

ຍັງບໍ່ທັນ​ມີ​ໃຜ​ອ້າງ​ເອົາຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃນ​ແລງ​ວັນ​ອາທິດວານ​ນີ້​ເທ່ືອ.

ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ທ່ານ​ນຶ່ງ​ກ່າວ​ວ່າ ທ່ານ​ສົງ​ໄສວ່າກຸ່ມມຸສລິ​ມ​ຫົວ​ຮຸນ​ແຮງ al-Shabab ຂອງ​ໂຊ​ມາ​ເລຍ​ອາດ​ຈະ​ຢູ່​ເບື້ອງ

ຫລັງ​ຂອງ​ການວາງ​ລະ​ເບີດ​ທ່ີ​ມີ​ການ​ປະສານ​ງານ​ກັນ​ເຫລົ່າ​ນີ້ ຊຶ່ງ​ຈະ​ເຮັດ​ໃຫ້​ເປັນ​ການ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ຂອງ​ກຸ່ມ​ດັ່ງກ່າວ
ຢູ່​ນອກ​ປະ​ເທດ

ໂຊ​ມາ​ເລຍ​ນັ້ນ.

ກຸ່ມAl-Shabab ຄວບ​ຄຸມ​ພາກ​ພື້ນທ່ີ​ດິນ​ສ່ວນ​ຫລາຍ​ໃນ​ນະຄອນຫລວງMogadishu ຂອງ​ໂຊ​ມາ​ເລຍ ​ແລະ​ໄດ້​ຫ້າມ​ການ
ຖ່າຍ​ທອດ​ທາງ​ວິທະຍຸ​ການ​ແຂ່ງຂັນ​ເຕະບານ​ໂລກ​ຮອບ​ສຸດ​ທ້າຍ​ໃນ​ເຂດ​ນັ້ນ.

ຜູ້​ບັນຊາ​ການ​ກຸ່ມ al-Shabab ກ່າວ​ໃນ​ນະຄອນຫລວງ Moghadishu ວ່າ ທ່ານ​ດີ​ໃຈ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ທ່ີ Uganda ນັ້ນ

ແຕ່​ທ່ານ​ບໍ່​ໄດ້​ກ່າ​ວຢືນຢັນ​ຫລື​ປະຕິ​ເສດວ່າ​ກຸ່ມ​ດັ່ງກ່າວ​ເປັນ​ຜູ້​ຮັບຜິດຊອບໃນການ​ໂຈມ​ຕີ​ຄັ້ງນີ້​ຫລື​ບໍ?

ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ການລະ​ເບີດ​ເຫລົ່າ​ນີ້​ເກີດການ​ການ​ຈູດ​ກະນວນ​ວັດຖຸ​ລະ​ເບີດ​ຈາກ​ຜູ້​ວາງ​ລະ​ເບີດ​ສະລະ​ຊີ​ບ.

XS
SM
MD
LG