ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ສະໝັກ ລົງແຂ່ງຂັນ ເປັນປະທານາທິບໍດີ ອູການດາ ເລີ້ມຕົ້ນ ການໂຄສະນາຫາສຽງ


ປະທານາທິບໍດີ ອູກາດາ ທ່ານ Yoweri Museveni. ກຸ່ມສັງເກດການ ກ່າວວ່າ ການທຳຮ້າຍຂອງຕຳຫຼວດ ການກີດກັນສື່ມວນຊົນ ແລະ ການຂາດຄວາມ ຮັບຜິດຊອບ ສຳຫລັບ ການລະເມີດຕ່າງໆ ໃນການເລືອກຕັ້ງທີ່
ຜ່ານມານັ້ນແມ່ນເປັນບ່ອນທຳລາຍ ຂະບວນການ ການເລືອກຕັ້ງ ທີ່ເສລີ ແລະຍຸຕິທຳ ໃນອູການດາ.
ປະທານາທິບໍດີ ອູກາດາ ທ່ານ Yoweri Museveni. ກຸ່ມສັງເກດການ ກ່າວວ່າ ການທຳຮ້າຍຂອງຕຳຫຼວດ ການກີດກັນສື່ມວນຊົນ ແລະ ການຂາດຄວາມ ຮັບຜິດຊອບ ສຳຫລັບ ການລະເມີດຕ່າງໆ ໃນການເລືອກຕັ້ງທີ່ ຜ່ານມານັ້ນແມ່ນເປັນບ່ອນທຳລາຍ ຂະບວນການ ການເລືອກຕັ້ງ ທີ່ເສລີ ແລະຍຸຕິທຳ ໃນອູການດາ.

ບັນດາຜູ້ສະໝັກລົງແຂ່ງຂັນ ໃນການເລືອກຕັ້ງ ເອົາປະທານາ
ທິບໍດີ ໃນເດືອນກຸມພາປີໜ້ານີ້ ຂອງປະເທດ Uganda ແມ່ນໄດ້ ເລີ້ມຕົ້ນການໂຄສະນາຫາສຽງ ຢ່າງເປັນທາງການ ໃນວັນຈັນມື້ນີ້
ໃນຂະນະທີ່ ກຸ່ມສິ້ງຊອມສິດທິມະນຸດ ຫຼື HRW ໄດ້ຮຽກຮ້ອງ ໃຫ້
ລັດຖະບານ ຮັບປະກັນ “ລະດັບການແຂ່ງຂັນໃຫ້ສະມໍ່າສະເໝີ
ກັນ”
ສຳຫລັບທຸກຄົນ.

ຄະນະກຳມາທິການເລືອກຕັ້ງ ຂອງອູການດາ ໄດ້ຮັບຮອງເອົາ
ລາຍຊື່ຂອງຜູ້ລົງສະໝັກ 8 ທ່ານ ທີ່ປະກອບມີ ປະທານາທິບໍດີ
ທ່ານ Yoweri Museveni ທີ່ແຂ່ງຂັນເອົາຕຳແໜ່ງສະໄໝທີ 5
ແລະ ຜູ້ນຳຝ່່າຍຄ້ານ ທ່ານ Kizza Besigye ທີ່ໄດ້ພະຍາຍາມ
ຍາດເອົາອຳນາດ ຈາກປະທານາທິບໍດີ ເປັນຄັ້ງທີ 4.

ກຸ່ມສິ້ງຊອມສິດທິມະນຸດ ໄດ້ອອກຖະແຫລງການສະບັບນຶ່ງ ເມື່ອຕອນແລງວັນອາທິດ
ວານນີ້ ທີ່ກ່າວວ່າ ການທຳຮ້າຍຂອງຕຳຫຼວດ ການກີດກັນສື່ມວນຊົນ ແລະ ການຂາດ
ແຄນຄວາມຮັບຜິດຊອບ ສຳຫລັບ ການລະເມີດຕ່າງໆ ໃນການເລືອກຕັ້ງທີ່ຜ່ານມານັ້ນ
ແມ່ນເປັນບ່ອນທຳລາຍ ຂະບວນການ ການເລືອກຕັ້ງ ທີ່ເສລີ ແລະຍຸດຕິທຳ ໃນອູການດາ.

ຜູ້ອະວຸໂສ ນັກຄົ້ນຄວ້າພາກພື້ນອາຟຣິກາ ຂອງກຸ່ມ HRW ທ່ານນາງ Maria Burnett
ເວົ້າວ່າ “ໄລຍະການໂຄສະນາຫາສຽງ ແມ່ນເປັນໂອກາດທີ່ສຳຄັນທີ່ສຸດ ເພື່ອຈະຫລີກ
ລ່ຽງ ການກົດຂີ່ ຄວາມຮຸນແຮງ ການທຳຮ້າຍຈາກຕຳຫຼວດ ແລະ ການຟ້ອງຄືນ ສຳລັບ
ຄະດີການເລືອກຕັ້ງ ໃນເມື່ອກ່ອນ.”
ທ່ານນາງເວົ້າອີກວ່າ “ຊາວອູການດາ ຄວນສາ
ມາດ ໄປເຂົ້າຮ່ວມການເຕົ້າໂຮມຊຸມນຸມ ຟັງການຖະແຫລງ ຂອງບັນດາ ຜູ້ລົງສະໝັກ
ໃນຕົວຈິງ ຫຼື ທາງວິທະຍຸ ແລະ ສະແດງອອກເຖິງຄວາມຄິດເຫັນຂອງພວກເຂົາເຈົ້າ
ໂດຍປາດສະຈາກ ຄວາມລັງເລໃຈ ຫຼື ຄວາມຢ້ານກົວ ເຫຼົ່ານັ້ນເປັນຕົ້ນ.”

ກ່ອນໜ້ານີ້ ກຸ່ມດັ່ງກ່າວໄດ້ຊຸກຍູ້ໃຫ້ ບັນດາເຈົ້າໜ້າທີ່ອູການດາ ຍຸດຕິ ການກີດກັນ ການ
ເຕົ້າໂຮມຊຸມນຸມດ້ານການເມືອງຢ່າງສັນຕິ ໂດຍສະເພາະແມ່ນການໃຊ້ ແກັສນ້ຳຕາ.
ຄຳຖະແຫລງຂອງກຸ່ມຄັ້ງຫຼ້າສຸດ ກ່າວວ່າ ການມີຕຳແໜ່ງເປັນເວລາຍາວນານຂອງທ່ານ
Museveni ແລະ ການຄວບຄຸມລັດຖະບານ ຢ່າງເຄັ່ງຂັດນັ້ນ “ໄດ້ກາຍເປັນບັນຫາທ້າ
ທາຍຢ່າງໜັກ ສຳລັບ ການໂຄສະນາຫາສຽງ ແລະ ການເລືອກຕັ້ງ.”

Uganda Politics
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG