ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UEFA ພວມພິຈາລະນາ ໄລ່ ທີມເຕະບານ ຣັດເຊຍ ແລະ ອັງກິດ ອອກຈາກການ ແຂ່ງຂັນ Euro 2016


ກອງເຊຍເຕະບານ ປະທະກັນໃນສະໜາມກິລາ Velodrome, ເມືອງ Marseille, ຫຼັງຈາກການແຂ່ງຂັນ 11 ມິຖຸນາ, 2016.
ກອງເຊຍເຕະບານ ປະທະກັນໃນສະໜາມກິລາ Velodrome, ເມືອງ Marseille, ຫຼັງຈາກການແຂ່ງຂັນ 11 ມິຖຸນາ, 2016.

ໃນວັນອາທິດວານນີ້ ອົງການເຕະບານ ຢູໂຣບ ຫຼື UEFA ໄດ້ອອກມາຂູ່ວ່າຈະ ໄລ່ທີມເຕະບານຂອງ ຣັດເຊຍ ແລະ ອັງກິດ ອອກຈາກ ການແຂ່ງຂັນກິລາ ເຕະບານ EURO 2016 ທີ່ຈັດຂຶ້ນໃນປະເທດ ຝຣັ່ງ ຖ້າກອງເຊຍຂອງພວກ ເຂົາເຈົ້າຍັງສືບຕໍ່ມີພຶດຕິກຳທີ່ຮຸນແຮງຢູ່.

ມີຫຼາຍກວ່າ 35 ຄົນໄດ້ຮັບບາດເຈັບໃນເມືອງ Marseille ໃນຕອນຄ່ຳຂອງ ວັນເສົາທີ່ຜ່ານມາ ຫຼັງຈາກກອງເຊຍ ອັງກິດ ແລະ ຣັດເຊຍ ໄດ້ຕີກັນຢູ່ໃນ ແລະ ນອກສະໜາມກິລາ Velodrome. ຫຼັງຈາກການແຂ່ງຂັນໄດ້ຈົບລົງ ດ້ວຍຄະແນນສະເໝີກັນ 1 ຕໍ່ 1, ພວກກອງເຊຍຂອງ ຣັດເຊຍ ໄດ້ໂຈມຕີ ກອງເຊຍຂອງ ອັງກິດ,​ເຮັດໃຫ້ ກອງເຊຍທັງຫຼາຍຕ້ອງໄດ້ຫຼົບໜີ ແລະ ປີນຮົ້ວໜີດ້ວຍຄວາມຢ້ານກົວ.

ຈາກການສືບສວນສອບສວນ ໃນການຕໍ່ສູ້ກັນ, UEFA ແມ່ນຄາດວ່າຈະໄດ້ ເລີ່ມການລົງໂທດໃນວັນອັງຄານມື້ອື່ນນີ້.

ເຫດການດັ່ງກ່າວບໍ່ແມ່ນພຽງແຕ່ເປັນເຫດການດຽວ ທີ່ໄດ້ເກີດຂຶ້ນໃນການ ແຂ່ງຂັນທີ່ແກ່ຍາວເຖິງເດືອນ. ໃນເມືອງ Nice, ຄວາມຮຸນແຮງລະ ຫວ່າງ ກອງເຊຍ ໄອຣແລນເໜືອ ກັບ ຄົນໃນທ້ອງຖິ່ນກໍໄດ້ເຮັດໃຫ້ມີ 7 ຄົນບາດເຈັບ.

UEFA ໄດ້ກ່າວປະນາມຄວາມຮຸນແຮງ, ໂດຍກ່າວວ່າ “ຄົນຜູ້ທີ່ເຂົ້າຮ່ວມໃນ ການກະທຳຄວາມຮຸນແຮງ ແມ່ນບໍ່ມີຢູ່ໃນການແຂ່ງຂັນເຕະ ບານ.” ແລະ ສະມາຄົມເຕະບານໂລກ ຫຼື FIFA ໄດ້ກ່າວວ່າ “ພວກສ້າງບັນຫາປັນຍາອ່ອນ” ໄດ້ເປັນສາເຫດຂອງສິ່ງທີ່ເອີ້ນວ່າຄວາມຮຸນ ແຮງທີ່ “ໜ້າອັບອາຍຂາຍໜ້ານີ້.

ໃນວັນອາທິດວານນີ້, ໄດ້ມີການປະທະກັນເລັກນ້ອຍ ລະຫວ່າງ ກອງເຊຍຂອງ ສອງຝ່າຍ ໃນໃຈກາງຈະຕຸລັດຂອງເມືອງ Lille ກ່ອນການ ແຂ່ງຂັນ ລະຫວ່າງ ເຢຍລະມັນ ກັບ ຢູເຄຣນ ໃນເມືອງດັ່ງກ່າວ. ຍ້ອນບັນຫານັ້ນ, ລັດຖະບານຂອງ ຝຣັ່ງ ຈຶ່ງໄດ້ສັ່ງຫ້າມການດື່ມຂອງມຶນເມົາໃນເຂດຕ່າງໆຂອງກອງເຊຍ ແລະ ເຂດສະເພາະອື່ນໆຢູ່ໃນການແຂ່ງຂັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

France Football Violence
please wait

No media source currently available

0:00 0:01:32 0:00

XS
SM
MD
LG