ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສຍຊີວິດ 14 ຄົນ ຍ້ອນເຊື້ອໄວຣັສ Ebola ໃນປະເທດ Uganda


ຮູບຮ່າງແລະໂຄງສ້າງຂອງ Ebola virus.
ຮູບຮ່າງແລະໂຄງສ້າງຂອງ Ebola virus.

ບັນດາ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ກ່າວ​ວ່າ ​ເຊື້ອ​ໄວຣັສ Ebola ທີ່​ອັນຕະລາຍ​ເຖິງ​ຕາຍ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ 14 ຄົນ ​ໃນ​ເຂດ​ພາກ ຕາ​ເວັນ​ຕົກ​ຂອງ​ປະ​ເທດອູ​ການ​ດາ.

ທ່ານ Joaquim Saweka ຜູ້​ຕາງໜ້າອົງການ​ອະນາ​ໄມ​ໂລກ WHO ປະ​ຈໍາ​ອູ​ການ​ດາ ກ່າວເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ​ມີ​ການລາຍ​ງານ​ວ່າ​ມີ​ຄົນ​ຕິ​ດ ​ເຊື້ອ​ນີ້ 20 ຄົນ ​ໃນ​ເຂດ​ປົກຄອງ​ເມືອງ Kibaale ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ເມືອງຫຼວງກໍາ​ປາລາ​ຂອງ​ອູ​ການ​ດາ​ ​ໄປ​ທາງ​ຕາ​ເວັນຕົກ ເກືອບ 200 ກິ​ໂລ​ແມັດນັ້ນ.

ບໍ່​ມີ​ວິທີ​ປິ່ນປົວ​ໃຫ້ຫາ​ຍຂາດ ຫຼືສີດຢາ​ວັກ​ຊີ​ນປ້ອງ​ກັນ ສໍາລັບ​ເຊື້ອ​ໄວຣັສ Ebola ນີ້ ຊຶ່ງມີ​ອາການ​ເປັນ​ໄຂ້ສູງ​ແລະ​ມີ​ເລືອດອອກ ແລະ​ເປັນເຊື້​ອຄຸກ​ຄາມ​ຢ່າງ​ຮຸນ​ແຮງ ​ແລະຜູ້​ຕິດ​ເຊື້ອ​ນີ້​ຈະ​ເສຍ​ຊີວິດ​ໄປ​ຢ່າງ​ໄວ.

​ໃນ​ປີ 2000 ​ເຊື້ອ​ໄວຣັສ Ebola ​ໄດ້​ເອົາ​ຊີວິດຊາວ​ອູ​ການ​ດາ​ໄປຫຼາຍ ກວ່າ 200 ຄົນ. ​

XS
SM
MD
LG