ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດມີແຜນການ ສ້າງຄວາມສົມດຸນ ດ້ານທະຫານໃໝ່ ຢູ່ໃນຂົງເຂດເອເຊຍ (ວີດີໂອ)


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລີອອນ ພາແນັດຕາ (ກາງ) ກັບຄູ່ຕໍາແໜ່ງຈາກເອເຊຍ ທີ່ກອງປະຊຸມສຸດຍອດດ້ານຄວາມໝັ້ນຄົງ
ແຫ່ງຂົງເຂດເອເຊຍ ຢູ່ສິງກະໂປ ເມື່ອເດືອນມິຖຸນາ 2012.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລີອອນ ພາແນັດຕາ (ກາງ) ກັບຄູ່ຕໍາແໜ່ງຈາກເອເຊຍ ທີ່ກອງປະຊຸມສຸດຍອດດ້ານຄວາມໝັ້ນຄົງ ແຫ່ງຂົງເຂດເອເຊຍ ຢູ່ສິງກະໂປ ເມື່ອເດືອນມິຖຸນາ 2012.

ສະຫະລັດ​ໄດ້​ປະກາດ​ອອກ​ໄປ​ເມື່ອ​ຕົ້ນ​ປີ​ນີ້​ວ່າ ຕົນ​ມີ​ແຜນການ​ຈະ​ຫັນປ່ຽນການເນັ້ນໜັກ ດ້ານ​ຄວາມ​ໝັ້ນຄົງ​ຂອງ​ຕົນ ​​ໄປໃສ່​ຂົງ​ເຂດ​ເອ​ເຊຍ. ​ແລະ​ໃນ​ຂະນະ​ທີ່​ຂັ້ນຕອນດັ່ງກ່າວ​ພວມ​ກ້າວ​​ໄປ​ຂ້າງ​ໜ້າຢູ່​ນັ້ນ ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ຫຼືທໍານຽບຫ້າ​ແຈ ກໍ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ລາຍ​ລະອຽດ​ເພີ່ມຕື່ມ​ກ່ຽວ​ກັບ​ວ່າ​ຕົນ​ມີ​ແຜນການ​ຢ່າງ​ໃດ​ທີ່​ຈະ​ສັບ​ປ່ຽນ​ກໍາລັງ​ທະຫານ​ຂອງ​ຕົນ​ໄປ​ຍັງ​ຂົງ​ເຂດ ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສໍາພັນ​ກັບ​ບັນດາພັນທະ​ມິດ​ ຂອງ​ຕົນ. ​ເລຶ່ອງ​ນີ້​ມັນ​ໄດ້​ກາຍ​ເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ວ່າ ການປັບ​ປ່ຽນເພື່ອສ້າງ​ຄວາມ​ສົມ​ດຸນ​ຄືນ​ໃໝ່ ດັ່ງ​ທີ່​ທໍານຽບຫ້າ​ແຈ​ມັກຈະ​ເອີ້ນ​ຄວາມ​ພະຍາ​ຍາມດັ່ງກ່າວ ມັນ​ກໍ​ຈະ​ເປັນການ​ປະຕິບັດ​​ການ ສ້າງ​ຄວາມ​ສົມ​ດຸນ​ກໍ​ວ່າ​ແມ່ນ. ຕາມ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ William Ide ລາຍ​ງານ​ນັ້ນ​ ​ແມ່ນ​ວ່າ ​ໃນ​ຂະນະທີ່​ບາງ​ຄົນ​ຍິນ​ດີ​ນໍາ​ການ​ຕັດສິນ​ໃຈ​ຂອງ​ວໍ​ຊິງ​ຕັນ ທີ່​ຈະ​ຫັນ​ປ່ຽນ​ຄວາມ​ສົນ​ໃຈໄປ​ຍັງ​ຂົງ​ເຂດ​ເອ​ເຊຍຫຼາຍຂຶ້ນ​​ໄປ​ນັ້ນ ກໍ​ປ​ະກົດ​ວ່າ​​​ໄດ້​ຍິນຄວາມ​ວິຕົກ​ກັງວົນຈາກ​ປະ​ເທດ​ອື່ນໆ ໂຮມ​ທັງ​ຈີນ​ນັ້ນ​ນໍາ ຊຶ່ງ​ເປັນນຶ່ງ​ຂອງ​ບັນດາ​ປະ​ເທດ ມະຫາອໍານາດທີ່​ກໍາລັງ​ກອງທັບ​ພວມເຕີ​ບ​ໂຕ​ຂຶ້ນນັບມື້​ໃນ​ຂົງ​ເຂດ. ຊຶ່ງ​ທອງ​ປານ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​.

ໃນທຸກໆ​ປີ ສະຫະລັດ​ແລະ​ໄທ ຈະ​ຮ່ວມ​ກັນ​ເປັນ​ເຈົ້າພາບທໍາ​ການ​ຊ້ອມ​ລົບທີ່​ໃຫ້​ຊື່ວ່າ​ Cobra
Gold ຊຶ່ງ​ເປັນ​ການ​ຊ້ອມ​ລົບ​ທີ່​ໃຊ້​ເວລາ​ຫຼາຍ​ກວ່າ ນຶ່ງ​ອາທິດ​ທີ່​ໃຊ້​ກະສຸນປືນ​ແທ້ແລະ​ການປະ
ຕິບັດ​ການ​ທີ່ກ່ຽວຂ້ອງ​ກັບ​ກຳລັງ​ທະຫານຕ່າງໆ​ຈາກທົ່ວ​ຂົງ​ເຂດ.

ການ​ຊ້ອມ​ລົບ​ກັນ​ທີ່​ວ່າ​ນີ້ ບໍ່​ແມ່ນ​ເລຶ່ອງ​ໃໝ່ ​ແຕ່​ເປັນ​ນຶ່ງ​ໃນ​ການ​ຊ້ອມ​ລົບ​ແບບ​ຫຼາຍ​ຝ່າຍ​ທີ່​ໃຫຍ່
​ທີ່​ສຸດ​ໃນ​ໂລກ ​ທີ່ເປັນ​ການ​ເນັ້ນ​ຍໍ້າ​ເຖິງຄວາມ​ພະຍາຍາມ​ຕ່າງໆ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ
​ນີ້ ​ເພື່ອ​ສ້າງ​ຄວາມ​ສົມ​ດຸນໃນການມີໜ້າ​ຂອງ​ຕົນ​ຄືນ​ໃໝ່​ໃນ​ຂົງ​ເຂດ​ເອ​ເຊຍ.

ທ່ານ ອັບ​ບຣາຮໍາ ​ເດນ​ມາກ ນັກວິ​ເຄາະ​ຄວາມ​ໝັ້ນຄົງ​ຜູ້​ນຶ່ງ​ປະ​ຈໍາ​ສໍານັກງານຄົ້ນຄວ້າ​ເອ​ເຊຍ​ແຫ່ງ​ຊາດ ກ່າວ​ວ່າ:

“ແທ້ໆ​ແລ້ວ ການ​ສ້າງ​ຄວາມ​ສົນ​ດຸນ​ຄືນ​ໃໝ່ ​ແມ່ນ​ກ່ຽວ​ກັບ​ການ​ຮັບ​ຮູ້​ວ່າ ປະວັດ​ສາດ​
ໂດຍ​ສ່ວນ​ໃຫຍ່​ທີ່ຈະ​ຖືກ​ບັນທຶກ​ໄວ້​ກ່ຽວ​ກັບ​ສັດຕະ​ວັດທີ່ 21 ນັ້ນ ​ແມ່ນ​ຈະ​ມີ​ຂຶ້ນຢູ່​ໃນ​
ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ. ​ແລະ​ເນຶ່ອງຈາກ​ວ່າ​ພວກເຮົາ​ເປັນ​ປະ​ເທດ​ມະຫາ​ອໍານາດໃນ
ຂົງ​ເຂດ​ປາຊິ​ຟິກປະ​ເທດ​ນຶ່ງ ພວກ​ເຮົາ​ກໍຂໍ​ຢາກ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ພວກ​ເຮົາ​ມີ​ຄວາມ ​
ສາມາດທີ່​ຈະຄຸ້ມຄອງຮັກສາ ​ການ​ເຂົ້າຫາ​ເຂົ້າ​ເຖິງແລະ​ອິດ​ທິພົນຂອງ​ພວກ​ເຮົາຢູ່​ໃນ
​ຂົງ​ເຂດ​ໄວ້​ໄດ້.”

​ເມື່ອ​ເດືອນ​ຜ່ານ​ມາ​ນີ້​ ທ່ານ ລີ​ອອນ ພາ​ແນ​ດຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້ໄປ​ຢ້ຽມຢາມ​ຫວຽດນາມ​ເປັນ​ຄັ້ງ​ປະວັດ​ສາດ ທີ່​ໂຮມ​ທັງ ການ​ຢຸດແວ່ທີ່ອ່າວ​ກໍາຣານ ອັນ​ເປັນ​ຈຸດ​ສູນ​ກາງພະລາທິການທະຫານ ທີ່​ສໍາຄັນ​ແຫ່ງ​ນຶ່ງ​ໃນປາງ​ສົງຄາມ​ຫວຽດນາມ. ທ່ານ​ພາ​ແນ​ດ​ຕ້າ ກ່າວ​ວ່າ ສະຫະລັດ​ມີ​ແຜນການ​ທີ່​ຈະເຄຶ່ອນຍ້າຍ​ກອງທັບ​ເຮືອຂອງ​ຕົນ 60 ​ເປີ​ເຊັນ​ໄປ​ຍັງ​ຂົງ​ເຂດ​ປາຊິ​ຟິກ​ພາຍ​ໃຫ້​ໄດ້​ໃນ​ປີ 2020. ທ່ານ ພາແນ​ດຕ້າ ກ່າວ​ວ່າ:

“ຢ່າງແຈ້ງ​ຂາວ​ແລ້ວ​ນັ້ນ ພວກ​ເຮົາ​ຈໍາ​ເປັນ​ຕ້ອງ​ສ້າງ​ຄວາມ​ສໍາພັນ​ດ້ານ​ການປ້ອງ​ກັນ
ປະ​ເທດ​ທີ່​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ​ກັບປະ​ເທດ​ຕ່າງໆ​ ເຊັ່ນ​ຫວຽດນາມ​ແລະແຫ່ງ​ອື່ນໆ
​ເພື່ອ​ວ່າ​ພວກເຮົາ​ຈະ​ສາມາດ​ສະໜອງ​ການ​ເຝິກອົບ​ລົມ ການຊ່ວຍ​ເຫຼືອ​ ​ແລະ​ສິ່ງ​ໃດໆ
​ກໍ​ຕາມ​ທີ່​ປ​ະ​ເທດ​ເຫຼົ່າ​ນັ້ນ​ຕ້ອງການ​ເພື່ອ​ພະຍາຍ​າມປັບປຸງ​ສະມັດຖະ​ພາບ​ຂອງ​ພວກ
ເຂົ​າ​ເຈົ້າ​ໃຫ້​ດີ​ຂຶ້ນນັ້ນ”

ນອກ​ນີ້​ແລ້ວ ​ໃນຂະນະ​ນີ້​ຟິລິບ​ປິນກໍກໍາລັງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ສະຫະລັດເພີ່ມ​ຂຶ້ນ. ​
ແລະ​ທີ່​ປະ​ເທດໄທ​ນັ້ນ ທັງ​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ໄທ ກໍາລັງ​ປຶກສາ​ຫາລື​ກັນ ທີ່​ຈະ
​ໃຊ້​ຖານ​ທັບ​ອາກາດ​ອູ່ຕະ​ເພົາ ​ໃຫ້​ເປັນ​ສູນ ກາງ​ຖາວອນ​ລະດັບ​ຂົງ​ເຂດເພື່ອ​ການ​ບັນ​ເທົາທຸກ
​ດ້ານ​ມະນຸດສະ​ທໍາ​ແລະ​ໄພພິບັດ.

​ແຕ່​ວ່າ ການ​ທີ່​ສະຫ​ະລັດ​ມີ​ການ​ພົວພັນເພີ່ມ​ຂຶ້ນ​ນັບ​ມື້​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​
ໃຕ້​ນັ້ນ ​ແມ່ນ​ຈະ​ປະ​ເຊີນ​ກັບ​ບັນຫາທ້າ​ທາຍ​ນາໆປະການ. ຊຶ່ງທ່ານເດນ​ມາກກ່າວ​ວ່າ ສະຫະ
ລັດ​ຈະ​ເອົາ​ແບບຢ່າງ​ໃນ​ອະດີດ​ຜ່ານ​ມາ ​ໃຊ້ນັ້ນ​ບໍ່​ໄດ້. ທ່ານເດ​ນມາກ​ກ່າວ​ວ່າ:

“ມັນ​ຈະ​ເປັນ​ສິ່ງ​ໃດ​ສິ່ງ​ນຶ່ງ ດັ່ງທີ່​ພວກ​ເຮົາ​ໄດ້​ພົບ​ເຫັນ​ມາ​ແລ້ວ​ໃນ​ລະຫວ່າງ​ສົງຄາມ​ເຢັນ
ສົງ​ຄວາມ​ຫວຽດນາມ ​ແຕ່​ວ່າ ເທື່ອ​ນີ້​ມັນເປັນສິ່ງ​ທີ່​ໃໝ່ໆ ທີ່ມີ​ຂະໜາດ​ນ້ອຍ​ກວ່າ ມີ​
ຄວາມ​ວ່ອງ​ໄວຄ່ອງ​ຕົວ ຫຼາຍ​ກວ່າ ​ມີ​ຄວາມ​ສຳພັນ​ທີ່​ຍັ້ງ​ຍືນ​ທາງ​ການ​ເມືອງ​ສໍາລັບ​
ບັນດາ​ຄູ່​ພາຄີ ​ແລະ​ພັນທະ​ມິດ​ຂອງ​ພວກ​ເຮົາ.”

ໃນ​ຂະນະ​ປະທາ​ນາ​ທິບໍດີ​ຟິລິ​ບປິນ ທ່ານ ​ເບ​ນິກ​ໂນ ອາ​ຄີ​ໂນ ຢ້ຽມຢາມ​ນ​ະຄອນ​ຫຼວງ​ວໍ​ຊິງ​ຕັນ
ຂອງສະຫະລັດ ​ເມື່ອ​ເດືອນຜ່ານມາ​ນີ້ ພວກ​ປະ​ທ້ວງ​ໄດ້ ​ເຕົ້າ​ໂຮ​ມກັນ​ຢູ່​ທີ່​ບໍລິ​ເວນ​ນອກ​ສະຖານ
ທູດ​ສະຫະລັດ​ປະ​ຈໍາ​ຟິລິບ​ປິນ ທີ່ພາກັນອອກສຽງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕ່າງໆ​ນາໆ ກ່ຽວ
​ກັບ​ແຜນການ ເພື່ອ​ເພີ່ມການ​ຊ້ອມ​ລົບທາງ​ທະຫານ​ຮ່ວມກັນ ​ແລະ​ສັບ​ປ່ຽນ​ການ​ມີໜ້າ​ປະ​ຈໍາ
ການ​ຂອງກອງທັບ​ສະຫະລັດ​ຢູ່​ທີ່​ນັ້ນ.

ຈີນ ຊຶ່ງ​ເວລາ​ນີ້​ເປັນ​ປະ​ເທດ​ມະຫາ​ອຳນາດ ທີ່ແສນ​ຍານຸພາບທາງທັບ​ເຮືອກໍາລັງ​ເຕີບ​ໂຕ​ຂຶ້ນ
​ນັບ​ມື້​ຢູ່​ໃນ​ຂົງ​ເຂດ ກໍໄດ້ຕໍາ​ໜິ​ຕິຕຽນສະຫະລັດ​ ທີ່​ຈະ​ເຄຶ່ອນຍ້າຍ​ກອງທັບ​ຂອງ​ຕົນ​ມາ​ຍັງ​ຂົງ
​ເຂດ​ເອ​ເຊຍ ​ແລະ​ພ້ອມ​ກັບຄວາມ​ພະຍາຍາມ​ຂອງສະຫະລັດ​ທີ່​ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້
​ແກ່ບັນດາ​ພັນທະ​ມິດ​ທາງທະຫານ​ຂອງ​ຕົນນັ້ນ​. ຊຶ່ງ​ປັກ​ກິ່ງ​ເອີ້ນ​ຄວາມ​ພະຍາຍາມ​ນີ້​ວ່າ
​ເປັນ​ການ ​ເຄຶ່ອນ​ໄຫວ​ທີ່​ບໍ່​ຖືກ​ກາລະ​ເທສະ ​ແລະ​ຮຽກຮ້ອງໃຫ້​ສະຫະລັດ​ຈົ່ງ​ເຄົາລົບ​ນັບຖື
​ຜົນ​ປະ​ໂຫຍ​ດຂອງ​ຕົນຢູ່​ໃນ​ຂົງ​ເຂດ.

ທ່ານ Wu Shicun ປະທານສະ​ຖາ​ບັນ​ແຫ່ງ​ຊາດ​ສໍາລັບ​ການ​ສຶກສາ​ເຂດ​ທະ​ເລຈີນ​ໃຕ້ ກ່າວ​ວ່າ:

“​ໃນ​ທັດສະນະ​ຂອງ​ຂ້າພະ​ເຈົ້າ​ແລ້ວ ການທີ່​ສະຫະລັດ ​ເຄຶ່ອນຍ້າຍກໍາລັງທະຫານ
​ຂອງ​ຕົນ ​ເພື່ອ​ສ້າງ​ຄວາມ​ສົນ​ດຸນ​ດ້ານ​ຍຸດ​ທະ​ສາດໃນ​ຂົງ​ເຂດ​ເອ​ເຊຍ-ປາຊິ​ຟິກນັ້ນ ​
ແມ່ນເປັນວັດຖຸ​ປະສົງ​ຢ່າງ​ນຶ່ງຂອງ​ສະຫະ ​ເພື່ອ​ຍັບ​ຍັ້ງຄວບ​ຄຸມຈີນ​”

​ໃນ​ຂະນະທີ່​ມີ​ການ​ຊ້ອມ​ລົບ Cobra Gold ລະຫວ່າງ​ສະຫະລັດ ​ແລະ​ໄທ​ ນັ້ນ ທັງຈີນ​ແລະ
​ຫວຽດນາມກໍ​ເຂົ້າຮ່ວມໃນ​ຖານະ​ເປັນ​ຜູ້​ສັງ​ເກດ​ການ. ແລະສ່ວນ​ໃຫຍ່ກໍ​ເໝືອນ​ກັບການ
​ເຄຶ່ອນຍ້າຍ​ກອງກຳລັງ​ຂອງ​ສະຫະລັດໄປ​ຍັງ​ຂົງ​ເຂດ​ເອ​ເຊຍ​ນີ້​ແລ້ວ ບັນດາ​ເຈົ້າໜ້າ​ທີ່​ທະຫານ
​ສະຫະລັດ​ກ່າວ​ວ່າ ​ມັນເປັນ​ກາ​ນຊ້ອມ​ລົບທີ່ບໍ່​ໄດ້​ແນ​ເປົ້າໝາຍ​ໃສ່​ປະ​ເທດ​ໃດ​ປະ​ເທດ​ນຶ່ງ​ ໂດຍ​ສະ​ເພາະ.

XS
SM
MD
LG