ບໍລິສັດ Uber ໄດ້ຈ້າງນັກວິສະວະກອນຄົນນຶ່ງ ຈາກອົງການອະວະກາດສະຫະລັດ ຫຼື
NASA ເພື່ອເຮັດວຽກຂັ້ນຕົ້ນໃນການລິເລີ້ມອຸດສາຫະກຳລົດທີ່ບິນໄດ້.
ທ່ານ Mark Moore ໄດ້ເຂົ້າຮ່ວມໂຄງການ Uber Elevate ທີ່ແນໃສ່ການສະໜັບສະ ໜູນບັນດາບໍລິສັດຕ່າງໆທີ່ກຳລັງພັດທະນາລົດບິນ ຕະຫຼອດທັງການເຮັດວຽກກັບບັນດາຜູ້ອອກກົດລະບຽບ ແລະລັດຖະບານຕ່າງໆທີ່ຈະພົວພັນກັບການອອກກົດລະບຽບເຫລົ່າ ນັ້ນ.
ບໍລິສັດ Uber ກ່າວວ່າ ຕົນມອງເຫັນຕົນເອງເປັນຜູ້ “ບ່ອນກະຕຸ້ນ” ແລະໄດ້ອອກເອກກະ ສານການຄົ້ນຄວ້າໃນປີການຍີ້ ກ່າວເຖິງວິໄສທັດຂອງຕົນກ່ຽວກັບ ລົດທີ່ມີລັກສະນະຄ້າຍຄືກັບເຮືອບິນເຮລິຄອບເຕີ້ ແຕ່ວ່າມີສຽງງຽບກ່ອນ ແລະມີລາຄາຖືກກ່ອນໃນການນຳໃຊ້ເປັນຈຳນວນຫຼວງຫຼາຍ.
ເອກກະສານກ່າວວ່າ ໃນຂະນະທີ່ວິໄສທັດຂອງບໍລິສັດ Uber ເປັນເຮືອບິນໃຊ້ໄຟຟ້າ ທີ່ຂຶ້ນແລະລົງທາງຕັ້ງ ຢູ່ຕາມຕາໜ່າງເດີ່ນທີ່ເປັນຮ້ານຕັ້ງຢູ່ນັ້ນ ຊຶ່ງເປັນທີ່ເຊື່ອກັນວ່າຈະສາມາດບັນລຸໄດ້ໃນທົດສະວັດທີ່ຈະມາເຖິງນີ້ດ້ວຍການປະສານ ງານທີ່ຖືກຕ້ອງເໝາະສົມ.
ທ່ານ Moore ໄດ້ກ່າວຕໍ່ອົງການ Boomberg ໂດຍທຳນາຍວ່າຈະມີການສ້າງ ລົດບິນໂຕຢ່າງຈຳນວນນຶ່ງ ທີ່ຂັບດ້ວຍມະນຸດ ໃນລະຫວ່າງນຶ່ງຫາສາມປີຕໍ່ໜ້າ.
ບໍລິສັດ Uber ສະເໜີແນະວ່າ ຜູ້ຄົນອາດຈະຂີ່ລົດແທັກຊີ Uber ທຳມະດາ ແຕ່ບ້ານເຮືອນເຂົາເຈົ້າ ໄປຫາອັນທີ່ຮ້ອງວ່າ ບ່ອນຈອດລົດບິນຫຼື “vertipot” ທີ່ເຂົາເຈົ້າສາມາດ
ຂຶ້ນລົດທີ່ບິນໄດ້ນັ້ນ. ຫລັງຈາກນັ້ນລົດບິນດັ່ງກ່າວຈະນຳພາເຂົາເຈົ້າໄປລົງບ່ອນຈອດຫຼື “vertiport” ທີ່ຢູ່ໃກ້ກັບຈຸດໝາຍປາຍທາງຂອງເຂົາເຈົ້າ.