ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອາເມຣິກັນ ຜູ້ກໍ່ຕັ້ງ ບໍລິສັດ ລົດແທັກຊີ ອູເບີ ຖືກຟ້ອງ ທີ່ເກົາຫຼີໃຕ້


ທ່ານ Travis Kalanick ຜູ້ກໍ່ຕັ້ງ ແລະບໍລິຫານງານ ບໍລິສັດລົດແທັກຊີ Uber.
ທ່ານ Travis Kalanick ຜູ້ກໍ່ຕັ້ງ ແລະບໍລິຫານງານ ບໍລິສັດລົດແທັກຊີ Uber.

ບັນດາ​ໄອ​ຍະ​ການ ​ໃນ​ເກົາຫລີ​ໃຕ້ ​ໄດ້ກ່າວ​ຫາ​ຄົນ​ອາ​ເມຣິກັນ
ທີ່​ເປັນ​ຜູ້​ກໍ່​ຕັ້ງ​ບໍລິສັດ​ລົດ​ແທັກ​ຊີ ທີ່ໃຫ້ບໍລິການໂດຍຜ່ານ​ທາງ
ໂທລະສັບສະຫຼາດ ທີ່ເອີ້ນວ່າ Uber.

ຫ້ອງການ​ໄອ​ຍະ​ການ​ເກົາຫລີ​ໃຕ້ ​ໃນ​ວັນ​ພຸດ​ມື້​ນີ້​ ໄດ້​ຍື່ນສຳ
ນວນ​ຟ້ອງ​ ຕໍ່ຫົວໜ້າ ຄະນະບໍລິຫານຂອງບໍລິສັດ Uber
ທ່ານ Travis Kalanick ​ໃນ​ຖານ​ລະເມີດ ກົດໝາຍ ​ທີ່ຫ້າມ
ບໍ່ໃຫ້ບໍລິສັດລົດ​ແທັກ​ຊີ​ທີ່​ບໍ່​ມີ​ໃບ​ອະນຸຍາດ ແລ່ນຮັບບໍລິການ.

ບໍລິສັດ Uber ​ແມ່ນໃຫ້ບໍລິການ​ຜູ້​ໂດຍສານ ທີ່​ຊອກ​ຫາຂີ່​ລົດ
ແທັກ​ຊີ ​ກັບ​ບັນດາ​ຜູ້​ຂັບ​ລົດໂດຍ​ຜ່ານຄຳ​ຮ້ອງ ທາງ​ໂທລະສັບ​ມື​ຖື ພ້ອມ​ທັງເປັນລະບົບ
​ການຈ່າຍ ທາງ​ເຄື່ອນທີ່ນຳດ້ວຍ.

ການ​ໃຫ້ບໍລິການຂອງລົກແທັກຊີ Uber ທີ່ມີສຳນັກງານ​ໃນສະຫະລັດ ໄດ້​ເຮັດ​ໃຫ້ເກີດ​ມີ
ຄວາມ​ເປັນ​ຫ່ວງໃນທົ່ວ​ໂລກ ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງຜູ້​ໂດຍສານ ​ໂດຍ​ສະ​ເພາະ​
ຫລັງ​ຈາກ​ຜູ້​ໂດຍສານ​ແມ່ຍິງ​ຄົນ​ນຶ່ງ ​ໃນນະຄອນ​ນິວ​ເດ​ລີ ​ໄດ້​ກ່າວ​ຫາ​ຄົນ​ຂັບ​ລົດວ່າ ​ຂົ່ມ
ຂືນ​ສຳ​ເລົາ​ນາງ.

ບັນດາຄົນ​ຂັບ​ລົດ​ແທັກ​ຊີທີ່​ມີ​ໃບ​ອະນຸ​ຍາດ​ ຢູ່ໃນເມືອງ​ຕ່າງໆທົ່ວ​ໂລກ ​ພາກັນບໍ່​ດີ​ໃຈ​ຕໍ່​ສິ່ງ
​ທີ່​ເຂົາ​ເຈົ້າ​ເຫັນວ່າ ເປັນການແຂ່ງຂັນ ທີ່ບໍ່​ມີ​ຄວາມ​ຍຸຕິທຳ ກັບບໍລິສັດ Uber.

​ໃນ​ຕົ້ນ​ເດືອນ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນ​ໂຊ​ລ ​ໄດ້​ອອກ​ມາດ​ຕະການ​ສະບັບ ນຶ່ງຫ້າມ
ບັນດາ​ຄົນ​ຂັບ​ລົດ​ແທັກ​ຊີ Uber ທີ່​ບໍ່​ມີ​ໃບ​ອະນຸຍາດ ​ແລະ​ຈະ​ມອບ​ເງິນ​ລາງວັນ​ໃຫ້​ແກ່​ຜູ້
ໃດກໍຕາມ ​ທີ່​ລາຍ​ງານ​ໃຫ້ເຈົ້າໜ້າທີ່ຊາບກ່ຽວ​ກັບ​ເລື້ອງ​ນີ້.

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທຶ່ອວ່າ ທ່ານ Kalanick ຈະ​ເປັນ​ຜົນ​ກະທົບ​ຢ່າງ​ໃດ ​ໃນ​ການ​ຖືກ
ຟ້ອງໃນວັນ​ພຸດມື້​ນີ້. ອົງການ​ຂ່າວ Yonghap ລາຍ​ງານ​ວ່າ ​ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້
ຈະ​ບໍ່​ທຳ​ການ​ຈັບ​ກຸມ ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງດັ່ງກ່າວ.

XS
SM
MD
LG