ທ່ານ Travis Kalanick ຜູ້ກໍ່ຕັ້ງຮ່ວມ ຂອງການເອີ້ນບໍລິການລົດ Uber ໄດ້ລາອອກ
ຈາກຕຳແໜ່ງ ຫົວໜ້າບໍລິຫານລະດັບສູງ ຂອງບໍລິສັດ ຍ້ອນຖືກກົດດັນຈາກບັນດາ
ນັກລົງທຶນ.
ການເຄື່ອນໄຫວດັ່ງກ່າວ ໄດ້ມີຂຶ້ນ ໃນຂະນະທີ່ ບໍລິສັດ Uber ກຳລັງຮັບມືກັບບັນຫາ
ການລວນລາມທາງເພດ ທີ່ໄດ້ຖືກເປີດເຜີຍໃຫ້ຮູ້ ຢູ່ທີ່ສຳນັກງານຕ່າງໆຂອງຕົນ
ຖ່າມກາງການສືບສວນສອບສວນ ເຂົ້າໃນຄວາມພະຍາຍາມຂອງບໍລິສັດ ທີ່ຈະນຳພາ ບັນດາໜ່ວຍງານຄວບຄຸບລະບຽບ ຂອງລັດຖະບານ ຢູ່ໃນທ້ອງ ຖິ່ນ ໄປໃນທາງ
ທີ່ບໍ່ຖືກຕ້ອງ.
ຂ່າວຄາວ ການລາອອກຂອງ ທ່ານ Kalanick ໄດ້ເປີດໂປງອອກມາ ໃນວັນພຸດມື້ນີ້
ນຶ່ງສັບປະດາ ຫຼັງຈາກທີ່ທ່ານໄດ້ປະກາດ ວ່າ ທ່ານຈະພັກການ ເພື່ອໄວ້ອາໄລແກ່
ການເສຍຊີວິດ ຂອງແມ່ ຂອງທ່ານ.
ບັນດາຜູ້ອຳນວຍການ ຄະນະກຳມະການຂອງບໍລິສັດ Uber ໄດ້ອອກ ຖະແຫລງ
ການສະໜັບສະໜູນ ສະບັບນຶ່ງ ໂດຍກ່າວວ່າ ທ່ານ Kalanick “ແມ່ນໃຫ້ຄວາມ
ສຳຄັນແກ່ບໍລິສັດ Uber ມາກ່ອນສະເໝີ.”
ຖະແຫລງການນັ້ນ ໄດ້ກ່າວອີກວ່າ “ດ້ວຍການກ້າວອອກໄປນັ້ນ ທ່ານ Kalanick
ໄດ້ເອົາເວລາເພື່ອດູແລຕົນເອງ ຈາກໂສກນາດຕະກຳສ່ວນຕົວ ໃນຂະນະດຽວກັນ
ກໍອຳນວຍໃຫ້ບໍລິສັດ ມີໂອກາດໂອບອ້ອມ ເອົາພາລະກິດໃໝ່ນີ້ ໃນປະຫວັດສາດ
ຂອງ Uber. ພວກເຮົາ ຍິນດີທີ່ຈະສືີບຕໍ່ຮັບໃຊ້ ຮ່ວມກັນກັບ ທ່ານ ຢູ່ໃນຄະນະ
ກຳມະການ.”
ຖະແຫລງການ ຂອງທ່ານ Kalanick ເອງ ໄດ້ກ່າວວ່າ ທ່ານ “ໄດ້ຮັບເອົາ ຂໍ້ຮຽກຮ້ອງ
ຂອງບັນດາຜູ້ລົງທຶນ” ໃນການກ້າວອອກໄປ ເພື່ອທີ່ຈະເຮັດໃຫ້ບໍລິສັດ Uber
ສາມາດ ກັບຄືນໄປສ້າງສາ ແທນທີ່ຈະມີສິ່ງລົບກວນ ກັບການຜິດຖຽງກັນຕື່ມອີກ.”
ບໍລິສັດ Uber ດຳເນີນການ ຢູ່ໃນ 80 ກວ່າປະເທດ ບ່ອນທີ່ປະຊາຊົນ ສາມາດໃຊ້
ແອັບຂອງໂທລະສັບສະຫຼາດ ຈັດແຈງການມາຮັບ.