ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ນິລະໂທດກຳ ສາກົນ ກ່າວຫາ ສຫລ ອາຣັບ ເອເມີເຣັສ ກໍ່ອາຊະຍາກຳ ສົງຄາມ ໃນ ເຢເມນ


ພວກນັກລົບຊາວເຢເມນ ກຳລັງຮັກສາຄວາມປອດໄພ ຕຶກແຫ່ງນຶ່ງ ບ່ອນທີ່ ອົງການກາແດງ ຂອງ ສະຫະລັດ ອາຣັບ ເອເມີເຣັສ ແຈກຍາຍ ເຄື່ອງຊ່ອຍເຫຼືອ ໃຫ້ແກ່ພວກທີ່ຖືກພັດຖິ່ນ ຢູ່ໃນເມືອງ ອາລ-ໂມຄາ ຂອງເຢເມນ , ວັນທີ 6 ມີນາ 2018.
ພວກນັກລົບຊາວເຢເມນ ກຳລັງຮັກສາຄວາມປອດໄພ ຕຶກແຫ່ງນຶ່ງ ບ່ອນທີ່ ອົງການກາແດງ ຂອງ ສະຫະລັດ ອາຣັບ ເອເມີເຣັສ ແຈກຍາຍ ເຄື່ອງຊ່ອຍເຫຼືອ ໃຫ້ແກ່ພວກທີ່ຖືກພັດຖິ່ນ ຢູ່ໃນເມືອງ ອາລ-ໂມຄາ ຂອງເຢເມນ , ວັນທີ 6 ມີນາ 2018.

ອົງການນິລະໂທດກຳສາກົນ ກ່າວຫາ ສະຫະລັດ ອາຣັບເອເມີເຣັສ ແລະກຳລັງຮັກສາ
ຄວາມສະຫງົບຂອງເຢເມນ ທີ່ເປັນພັນທະມິດຂອງຕົນ ຖານກໍ່ອາຊະຍາກຳສົງຄາມ
ດ້ວຍການທໍລະມານ ໃນຄຸກລັບ ຢູ່ທົ່ວພາກໃຕ້ຂອງເຢເມນ.

ທ່ານນາງ ທີຣານາ ແຮສຊານ ຈາກອົງການນິລະໂທດກຳ ໄດ້ກ່າວໃນບົດລາຍງານ
ສະບັບໃໝ່ ໃນວັນພຸດວານນີ້ ວ່າ “ສະຫະລັດ ອາຣັບເອເມີເຣັສ ປະຕິບັດງານ ໃນ
ສະພາບການທີ່ບໍ່ໂປ່ງໃສ ໃນພາກໃຕ້ຂອງເຢເມນ ທີ່ປາກົດວ່າ ມີການສ້າງຕັ້ງໂຄງ
ຮ່າງ ຂອງການຮັກສາຄວາມປອດໄພ ໄປພ້ອມໆກັນ ທີ່ຢູ່ເໜືອກົດໝາຍ ບ່ອນທີ່
ການລະເມີດຕໍ່ກົດໝາຍ ທີ່ໜ້າເປັນຫ່ວງແມ່ນມີຢູ່ຕໍ່ເນື່ອງ ໂດຍປາດສະຈາກ
ການກວດສອບ.”

ທ່ານນາງ ໄດ້ກ່າວວ່າ “ປາດສະຈາກການນຳໂຕມາລົງໂທດ ເຮັດໃຫ້ມັນຍາກຫຼາຍຂຶ້ນ
ກວ່າເກົ່າ ສຳລັບພວກຄອບຄົວຂອງພວກທີ່ຖືກຄຸມໂຕ ທີ່ຈະຕໍ່ວ່າຕໍ່ຂານ ການຈັບກຸມ
ທີ່ບໍ່ມີລະບຽບກົດໝາຍ ນັ້ນ. ແມ່ນກະທັງ ຫຼັງຈາກທີ່ພວກໄອຍະການ ຂອງເຢເມນ
ໄດ້ພະຍາຍາມທີ່ຈະໃຊ້ອຳນາດຂອງພວກເຂົາເຈົ້າ ຄວບຄຸມພວກຄຸກບາງສ່ວນ
ກໍຕາມ ກຳລັງຂອງສະຫະລັດ ອາຣັບເອເມີເຣັສ ກໍບໍ່ເອົາຫົວຊານຳ ຫຼື ໄດ້ລະເມີດຕໍ່
ຄຳສັ່ງໃຫ້ປ່ອຍໂຕພວກເຂົາເຈົ້າ ຢ່າງຮ້າຍແຮງ ໂດຍການເລື່ອນເວລາການປ່ອຍໂຕ
ອອກໄປ ເປັນບາງຄັ້ງບາງຄາວ.”

ສະຫະລັດ ອາຣັບເອເມີເຣັສ ເປັນສະມາຊິກ ສຳຄັນ ຂອງກຸ່ມແນວໂຮມ ພາຍໃຕ້ການນຳ
ພາ ຂອງຊາອຸດີ ອາຣາເບຍ ທີ່ທຳການຕໍ່ສູ້ ເພື່ອຂັບໄລ່ ພວກກະບົດຮູຕີ ທີ່ໜຸນຫຼັງໂດຍ
ອີຣ່ານ ອອກໄປຈາກເຢເມນ.

ພວກທີ່ຖືກຄວບຄຸມໂຕ ພວກທີ່ຖືກສົງໄສວ່າ ເປັນຜູ້ກໍ່ການຮ້າຍ ໃນປັດຈຸບັນ ແລະ
ອະດີດ ກ່າວວ່າ ພວກທະຫານ ສະຫະລັດ ອາຣັບເອເມີເຣັສ ແລະກຳລັງຂອງເຢເມນ
ປະຕິບັດການນອກເໜືອຈາກການບັນຊາການ ຂອງລັດຖະບານເຢເມນ ໂດຍໄດ້ທຳ
ຮ້າຍຮ່າງກາຍ ໃຊ້ໄຟຟ້າຊັອດ ແລະກະທຳຄວາມຮຸນແຮງທາງເພດ ຢູ່ໃນພວກຄຸກລັບ
ແລະຢູ່ໃນຄ້າຍທະຫານຂອງແນວໂຮມ.

ອະດີດນັກໂທດຄົນນຶ່ງ ກ່າວວ່າ ລາວໄດ້ຖືກບັງຄັບໃຫ້ຢືນຢູ່ໃນຂຸມ ແລະເອົາດິນຖົມຈົນ
ຮອດຫົວຂອງລາວ.

ຄອບຄົວຂອງພວກທີ່ຖືກຈັບກຸມ ກ່າວວ່າ ຍາດພີ່ນ້ອງຂອງເຂົາເຈົ້າ ໄດ້ຖືກຈັບໂດຍ
ພະລະການ ແລະຖືກກັກຂັງໂດຍບໍ່ມີຂໍ້ຫາ ດົນເຖິງ 2 ປີ.

ພວກຄອບຄົວກ່າວວ່າ ເຈົ້າໜ້າທີ່ ສະຫະລັດ ອາຣັບເອເມີເຣັສ ບໍ່ໄດ້ໃຫ້ຂໍ້ມູນໃດໆ ແກ່
ພວກເຂົາເຈົ້າ ແລະບາງເທື່ອກໍຕອບດ້ວຍການຂົ່ມຂູ່ ເວລາພວກເຂົາ ເຈົ້າຢາກຮູ້ຈັກ
ບ່ອນທີ່ຍາດພີ່ນ້ອງຖືກຄຸມຂັງ.

ສະຫະລັດ ອາຣັບເອເມີເຣັສ ໄດ້ປະຕິເສດຕະຫຼອດມາ ກ່ຽວກັບເລື້ອງຄຸກລັບເຫຼົ່ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG