ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ຫະ​ລັດ ອາ​ຣັບ ເອ​ເມີ​ເຣັ​ສ ກ່າວ​ວ່າ ຕົນ​ໄດ້​ຍິງ​ສະ​ກັດ​ກັ້ນ ລູກ​ສອນ​ໄຟ 2 ລູກ ທີ່​ແນ​ເປົ້າ ໃສ່​ນະ​ຄອນ​ອາ​ບູ​ດາ​ບີ


​ຮູບ​ຖ່າຍ​ທາງ​ດາວ​ທຽມ ສະ​ໜອງ​ໂດຍ Planet Labs PBC ສະ​ແດງ​ໃຫ້​ເຫັນ​ ການ​​ຍິງ​ໂຈມ​ຕີ ທີ່​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​​ໂດຍກະ​ບົດ​ຮູ​ຕີ ​ຕໍ່ສາງ​ເກັບ​ນ້ຳ​ມັນ ຂອງບ​ໍ​ລິ​ສັດ​ນ້ຳ​ມັນ​ແຫ່ງ​ຊາດ UAE ໃນ​ນະ​ຄອນ​ອາ​ບູ​ດາ​ບີ ສະ​ຫະ​ລັດ​ ອາ​ຣັບ ເອ​ເມ​ີ​ເຣັ​ສ ເມື່ອ​ວັນ​ທີ 22 ມັງ​ກອນ 2022.
​ຮູບ​ຖ່າຍ​ທາງ​ດາວ​ທຽມ ສະ​ໜອງ​ໂດຍ Planet Labs PBC ສະ​ແດງ​ໃຫ້​ເຫັນ​ ການ​​ຍິງ​ໂຈມ​ຕີ ທີ່​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​​ໂດຍກະ​ບົດ​ຮູ​ຕີ ​ຕໍ່ສາງ​ເກັບ​ນ້ຳ​ມັນ ຂອງບ​ໍ​ລິ​ສັດ​ນ້ຳ​ມັນ​ແຫ່ງ​ຊາດ UAE ໃນ​ນະ​ຄອນ​ອາ​ບູ​ດາ​ບີ ສະ​ຫະ​ລັດ​ ອາ​ຣັບ ເອ​ເມ​ີ​ເຣັ​ສ ເມື່ອ​ວັນ​ທີ 22 ມັງ​ກອນ 2022.

ສະ​ຫະ​ລັດ​ ອາ​ຣັບ ເອ​ເມີ​ເຣັ​ສ ​ຫຼື UAE ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຕົນ​ໄດ້​ຍິງສະ​ກັດ​ກັ້ນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 2 ລູກ ທີ່​ແນ​ເປົ້າ​ໝາຍ ​ໃສ່ນະ​ຄອນ​ຫຼວງ​ອາ​ບູ​ດາ​ບີ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ​ອາ​ຣັບ ​ເອ​ເມີ​ເຣັ​ສ ກ່າວ​ຢູ່​ໃນ​ຖະ​ແຫຼງການວ່າ ​ສ່ວນ​ທີ່​ເຫຼືອ​ຂອງ​ລູກ​ສອນ​ໄຟ ໄດ້​ຕົກ​ລົງ​ມາ​ໂດຍ​ບໍ່​ໄດ້​ເປັນ​ອັນ​ຕະ​ລາຍ​ໃດໆ ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ກ່າວ​ວ່າ ສະ​ຫະ​ລັດ​ ອາ​ຣັບ ເອ​ເມີ​ເຣັ​ສ “ພ້ອມ​ແລ້ວ ທີ່​ຈະ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ໃດໆ​ກໍ​ຕາມ ແລະ​ຈະ​ເອົາ​ທຸກ​ມາດ​ຕະ​ການທີ່​ຈຳ​ເປັນເພື່ອປົກ​ປ້ອງ​ຄຸ້ມ​ຄອງປະ​ເທດ​ດັ່ງ​ກ່​າວ​ ຈາກ​ການ​ໂຈມ​ຕີ.

ໃນ​ອາ​ທິດ​ແລ້ວ ການ​ໂຈມ​ຕີ​ທີ່​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ພວກ​ກະ​ບົດ​ຮູ​ຕີ ໃນ​ປະ​ເທດ​ເຢ​ເມນ ໄດ້​ຖືກ​ຄັງ​ນ້ຳ​ມັນ​ເຊື້ອ​ໄຟ ທີ່​ນະ​ຄອນ​ຫຼວງ ​ອາ​ບູ​ດາ​ບີ ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ ແລະ​ອີກ 6 ຄົນ​ໄດ້​ຮັບ​ບາດ​ເຈັບ.

ສະ​ຫະ​ລັດ ​ອາ​ຣັບ ເອ​ເມີ​ເຣັ​ສ ເປັນ​ສ່ວນ​ນຶ່ງ​ຂອງ​ແນວ​ໂຮມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຫຼາຍໆ​ຄັ້ງຕໍ່​ທີ່​ຕັ້ງ​ຂອງພວກ​ກະ​ບົດ​ຮູ​ຕີ ໃນ​ປະ​ເທດ​ເຢ​ເມນ ນັບ​ແຕ່​ໄດ້​ມີ​ການ​ໂຈມ​ຕີ​ເມື່ອ​ອາ​ທິດ​ແລ້ວ.

ສື່ມວນ​ຊົນ​ ຂອງ​ທາງ​ການ​ຊາ​ອຸ​ດີ ອາ​ຣາ​ເບຍ ລາຍ​ງານ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ຍິງ​ໂດຍພວກ​ກະ​ບົດ​ຮູ​ຕີ ​ໄດ້​ຕົກ​ລົງ​ໃສ່​ ພາກ​ໃຕ້ ​ຂອງ​ປະ​ເທດ​ ຊາ​ອຸ​ດີ ອາ​ຣາ​ເບຍ ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຢ່າງ​ໜ້ອຍ 1 ຄົນ.​

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG