ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ ສ​ຫລ ກ່າວ​ວ່າ ມີການ​​ວາງລະ​ເ​ບີດ​ໃສ່​ກຳ​ປັ່ນ 4 ລຳ ນອກ​ແຄມ​ຝັ່ງທະ​ເລຂອງ​ສະ​ຫະ​ລັດ​ເອ​ມີ​ເຣັ​ສ


ກຳ​ປັ່ນ Andrea Victory ​ທີ່​ໄດ້​ຮັບຄວາມ​ເສຍ​ຫາຍ ໃນ​ເມືອງ​ທ່າ Fujairah, UAE, 13 ພຶດ​ສະ​ພາ 2019.
ກຳ​ປັ່ນ Andrea Victory ​ທີ່​ໄດ້​ຮັບຄວາມ​ເສຍ​ຫາຍ ໃນ​ເມືອງ​ທ່າ Fujairah, UAE, 13 ພຶດ​ສະ​ພາ 2019.

ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ກ່າວ​ວ່າ ນັກ​ຊ່ຽວ​ຊານ​ທາງ​ທະ​ຫານ ເຊື່ວ​ວ່າ ໄດ້​ມີການວາງລະ​ເບີດ​ໃສ່​ກຳ​ປັ່ນ 4 ລຳ ນອກ​ແຄມ​ຝັ່ງທະ​ເລຂອງ​ສະ​ຫະ​ລັດ​ເອ​ມີ​ເຣັ​ສ ຫຼື UAE ໃນ​ວັນ​ອາ​ທິດ​ຜ່ານ​ມາ​ນີ້ ແລະ​ໄດ້​ສົງ​ໄສວ່າ ອີ​ຣ່ານ ອາດມີ​ສ່ວນ​ພົວ​ພັນ ແຕ່ເຂົາ​ເຈົ້າ ຍັງ​ບໍ່​ມີ​ຫຼັກ​ຖານໃ​ດໆ​ເທື່ອ.

ກຳ​ປັ່ນ​ລຳ​ລຽງ​ນ້ຳ​ມັນ 2 ລຳ ທີ່​ເປັນ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ​ກ່າວ​ວ່າ ກຳ​ປັ່ນ​ດັ່ງ​ ກ່າວ ແມ່ນໄດ້​ຮັບ “ຄວາມ​ເສຍ​ຫາຍ​ສົມ​ຄວນ” ໃນ​ອັນ​ທີ່ UAE ​ເອີ້ນ​ວ່າ ​ກ​ານ​ກໍ່
ວິ​ນາດ​ສະ​ກຳ ນັ້ນ.

ລັດ​ຖະ​ມົນ​ຕີ​ການ​ນ້ຳ​ມັນ​ຂອງ​ຊາ​ອຸ​ດີ ທ່ານ ຄາ​ລິດ ແອ​ລ-ຟາ​ລິ​ດ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ
ແມ່ນ​ຕັ້ງ​ໃຈ​ຈະ​ບ່ອນ​ທຳ​ລາຍ “ຄວາມ​ໝັ້ນ​ຄົງ​ຕໍ່​ການ​ສົ່ງນ້ຳ​ມັນ​ໄປ​ໃຫ້​ຜູ້​ບໍ​ລິ​ໂພກ
ໃນທົ່ວ​ໂລກ.”

ສ່ວນ​ອີກ​ລຳນຶ່ງ​ນັ້ນ ແມ່ນ​ກຳ​ປັ່ນ ທີ່ຕິດທຸງ​ນໍ​ເວ ແລະ​ລຳ​ທີ 4 ນັ້ນ​ແມ່ນ​ຂອງ UAE.
ບໍ່ມີ​ຜູ້​ໃດບາດ​ເຈັບ ແລະ​ກໍ​ບໍ່​ມີ​ນຳ​ມັນ​ຮົ່ວ​ໄຫຼ​ອອກ​ມາ ຈາກ​ໂຈມ​ຕີ​ຄັ້ງ​ນີ້.

ຈົນ​ເທົ່າ​ເຖິງ​ປັດ​ຈະ​ບັນ​ນີ້ ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ຍັງ​ບໍ່ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງກ່ຽວ​ກັບ​ວ່າ
ແມ່ນ​ຫຍັງ​ແທ້​ເກີດ​ຂຶ້ນ ຕໍ່​ກຳ​ປັ່ນທັງ 4 ລຳ​ດັ່ງ​ກ່າວ ແລະ​ຍັງ​ບໍ່​ທັນ ​ມີ​ຫຼັກ​ຖານ​ໃດໆ ທີ່​ວ່າ
ແມ່ນ​ໃຜ ເປັນ​ຜູ້​ຮັບ​ຜິດ​ຊອບ.

ລັດ​ຖະ​ມົນ​ຕີ​ການ​ນ້ຳ​ມັນ​ຂອງ​ຊາ​ອຸ​ດີ ທ່ານ ຄາ​ລິດ ແອ​ລ-ຟາ​ລິ​ດ ເຂົ້າ​ຮ່ວມກອງ​ປະ​ຊຸມ OPEC ທີ່​ ວຽນ​ນາ, ອົ​ສ​ເຕ​ຣຍ, 7 ທັນ​ວາ 2018.
ລັດ​ຖະ​ມົນ​ຕີ​ການ​ນ້ຳ​ມັນ​ຂອງ​ຊາ​ອຸ​ດີ ທ່ານ ຄາ​ລິດ ແອ​ລ-ຟາ​ລິ​ດ ເຂົ້າ​ຮ່ວມກອງ​ປະ​ຊຸມ OPEC ທີ່​ ວຽນ​ນາ, ອົ​ສ​ເຕ​ຣຍ, 7 ທັນ​ວາ 2018.

ແຕ່ນຶ່ງ​ໃນເຈົ້າ​ໜ້າ​ທີ່ກ່າວ​ວ່າ ວໍຊີງ​ຕັນ ສົງ​ໄສວ່າ​ ແມ່ນ​ອີ​ຣ່ານ.

“ນີ້​ແມ່ນ​ສິ່ງ​ທີ່​ອີ່​ຣ່ານກະ​ທຳ…ຊຶ່ງ​ເປັນ​ສິ່ງ​ທີ່​ທ່ານ​ເຫັນ​ຢູ່​ແລ້ວ​ວ່າ ອີ​ຣ່ານ ​ມັກເຮັດ
​ເລື່ອງ​ແບບ​ນີ້…ມັນ​ເຂົ້າ​ກັບ​ການ​ກະ​ທຳ​ຂອງ​ພວກ​ເຂົາ,”
ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ເຈົ້າ​ໜ້າ​ທີ່​
ໄດ້​ບອກ​ກັບ​ອົງ​ການ​ຂ່າວ​ຣອຍ​ເຕີ​ ​ໄປ.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງອີ​ຣ່ານ ທ່ານ Abbas Mousavi ໄດ້​ກ່າວ
ໃນ​ວັນ​ຈັນ​ວານ​ນີ້​ກ່ຽວ​ກັບ​ການ​ໂຈມ​ຕີ​ນີ້ວ່າ “ມັນ​ເປັນ​ເລື້ອງ​ທີ່​ໜ້າ​ຕົກໃຈ​ແລະໜ້າ​
ເສຍ​ໃຈ.
”ທ່ານ​ໄດ້​ຮຽກ​ຮ້ອງ ໃຫ້​ມີ “ການ​ສືບ​ສວນ​ສອບ​ສວນ​ຕື່ມ​ອີກ,” ​ໂດຍເຕືອນ​ວ່າ
ເຫດ​ການດັ່ງ​ກ່າວ ອາດ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ວາງ​ແຜນ​ຈາກ ​ພັກ​ຝ່າຍທີ່​ພະ​ຍາ​ຍາມ​
ສ້າງ​ຄວາມ​ປັ່ນ​ປ່ວນ ໃນ​ຂົງ​ເຂດ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ “ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ນ້ຳ​ຂຸ່ນ” ໃນ​ການ
ອອກ​ຄວາມ​ເຫັນ​ທີ່​ວ່າ​ນີ້.

​ອົງ​ການ​ຄຸ້ມ​ຄອງ​ການ​ເດີນ​ເຮືອ​ທາງ​ທະ​ເລ​ຂອງ​ສະ​ຫະ​ລັດ ໄດ້​ເຕືອນ​ໃນ​ສັບ​ປະ​ດາ
​ແລ້ວ​ນີ້ຕໍ່​ອັນ​ທີ່​ຕົນ​ຮ້ອງວ່າ “ຄວາມ​ເປັນ​ໄປ​ໄດ້​ທີ່​ມີ​ເພີ້ມ​ຂຶ້ນ​ທີ່​ວ່າ ອີ​ຣ່ານ ຫຼື ​ບໍ່ ກໍ​ພວກ​
ລູກ​ສະ​ໝຸນທີ່​ຢູ່​ໃນ​ຂົງ​ເຂດ ​ອາດ​ເອົາ​ບາດກ້າວ​ ຕໍ່​ຕ້ານ​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດ
ແລະ​ຄູ່​ພາ​ຄີ…ໂດຍ​ຈະ​ແນ​ເປົ້າ​ໝາຍ​ໃສ່​ກຳ​ປັ່ນພາ​ນິດ ທີ່​ຮວມ​ທັງ​ກຳ​ປັ່ນ​ລຳ​ລຽງ​
ນ້ຳ​ມັນ ຫຼື​ບໍ່ ກໍ​ກຳ​ປັ່ນກອງ​ທັບ​ເຮືອຂອງ​ສະ​ຫະ​ລັດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG