ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ປະເທດ ວ່າ ກຳປັ່ນບັນທຸກນ້ຳມັນ ຂອງຕົນ ທີ່ຖືກໂຈມຕີ ເປັນໄປໄດ້ສູງ ປະຕິບັດການ ໂດຍ ປະເທດໃດນຶ່ງ


ພາບນີ້ສະໜອງໂດຍ ສະພາສື່ມວນຊົນແຫ່ງຊາດຂອງ ສະຫະລັດອາຣັບເອເມີເຣັສ ສະແດງໃຫ້ເຫັນ ກຳປັ່ນບັນທຸກນ້ຳມັນ ຕິດທຸງຊາດຂອງນໍເວ ຊື່ວ່າ MT Andrea Victory ແລ່ນຢູ່ນອກຝັ່ງ Fujairah ຂອງສະຫະລັດອາຣັບເອເມີເຣັສ, ວັນທີ 13 ພຶດສະພາ 2019.
ພາບນີ້ສະໜອງໂດຍ ສະພາສື່ມວນຊົນແຫ່ງຊາດຂອງ ສະຫະລັດອາຣັບເອເມີເຣັສ ສະແດງໃຫ້ເຫັນ ກຳປັ່ນບັນທຸກນ້ຳມັນ ຕິດທຸງຊາດຂອງນໍເວ ຊື່ວ່າ MT Andrea Victory ແລ່ນຢູ່ນອກຝັ່ງ Fujairah ຂອງສະຫະລັດອາຣັບເອເມີເຣັສ, ວັນທີ 13 ພຶດສະພາ 2019.

ສະຫະລັດອາຣັບເອເມີເຣັສ ຊາອຸດີອາຣາເບຍ ແລະນໍເວ ໄດ້ກ່າວໃນວັນພະຫັດວານນີ້
ວ່າ ການສືບສວນສອບສວນໃນຂັ້ນຕົ້ນກ່ຽວ​ກັບການໂຈມຕີແບບປະສານງານ ຕໍ່ກຳປັ່ນ
ບັນທຸກນ້ຳມັນ 4 ລຳຂອງພວກເຂົາເຈົ້າ ທີ່ທ່າເຮືອສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ເມື່ອ
ເດືອນແລ້ວນີ້ ແມ່ນເປັນໄດ້ສູງວ່າດຳເນີນການໂດຍປະເທດ ໃດປະ​ເທດນຶ່ງ.

ໃນຖະແຫລງການຮ່ວມສະບັບນຶ່ງ ພວກເຂົາເຈົ້າ ໄດ້ກ່າວວ່າ ພວກລະເບີດເຫຼັກກ້າ
ໄດ້ຖືກນຳໃຊ້ ໃນການໂຈມຕີແບບປະສານງານ ເມື່ອວັນທີ 12 ພຶດສະພາ ຜ່ານມານີ້
ຊຶ່ງໄດ້ເຮັດໃຫ້ກຳປັ່ນຂົນສົ່ງ 4 ລຳດັ່ງກ່າວ ມີຮູໃຫຍ່ໃນຕົວຖັງຂອງ ກຳປັ່ນ ແຕ່ບໍ່ໄດ້
ສ້າງຄວາມເສຍຫາຍຕື່ມ ຫຼືມີການຮົ່ວໄຫລຂອງນ້ຳ​ມັນ. ລະເບີດເຫຼັກກ້າ ແມ່ນປະເພດ
ທີ່ກອງທັບເຮືອໃຊ້ ຊຶ່ງມັນຈະຕິດໃສ່ກັບເປົ້າໝາຍ ດ້ວຍເຫຼັກກ້າ.

ຖະແຫລງການນີ້ ກ່າວວ່າ “ມັນປາກົດວ່າ ເປັນໄປໄດ້ສູງທີ່ສຸດວ່າ ພວກລະເບີດ
ດັ່ງກ່າວ ໄດ້ຖືກນຳໄປວາງໃສ່ພວກກຳປັ່ນ ໂດຍພວກນັກດຳນ້ຳ ທີ່ປະຕິບັດການ
ຈາກເຮືອໄວ.”
ຖະ​ແຫຼງການກ່າວອີກວ່າ “ໃນຂະນະທີ່ ການສືບສວນຍັງດຳ​ເນີນ
ຢູ່​ຕໍ່​ໄປ​ນັ້ນ ຄວາມແທ້ຈິງເຫຼົ່ານີ້ ບົ່ງຊີ້ຢ່າງໜັກແໜ້ນວ່າ ການໂຈມຕີທັງ 4 ເປັນພາກ
ສ່ວນນຶ່ງຂອງປະຕິບັດການ ທີ່ສະຫລັບຊັບສ້ອນ ແລະ​ມີ​ການປະສານງານ​ກັນ ໄດ້ຖືກ
ດຳເນີນການໂດຍກຸ່ມໃດນຶ່ງ ທີ່ມີຄວາມອາດສາມາດໃນການປະຕິ​ບັດງານພຽບພ້ອມ
ແລະເປັນໄປໄດ້ສູງທີ່ສຸດວ່າ ເປັນກຸ່ມຕາງ​ໜ້າ​ໃຫ້ປະເທດໃດນຶ່ງ.”

ສາມປະເທດດັ່ງກ່າວ ໄດ້ນຳສະເໜີ ການກວດພົບເຫັນຂອງພວກເຂົາເຈົ້າຕໍ່ສະພາ
ຄວາມໝັ້ນຄົງສະຫະປະຊາຊາດ ໃນກອງປະຊຸມ ທີ່ບໍ່ເປັນທາງການ ໃນວັນພະຫັດ
ວານນີ້ ເພື່ອຈະປຶກສາຫາລືໃນສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນໄພຂົ່ມຂູ່ ຕໍ່ການແລ່ນ
ເຮືອພານິດສາກົນ ແລະຄວາມປອດໄພຂອງໂລກ ໃນການສະໜອງ ພະລັງງານ.

ໃນຂະນະທີ່ພວກເຂົາເຈົ້າໄດ້ເນັ້ນໜັກວ່າ ການສືບສວນຂອງພວກເຂົາເຈົ້າແມ່ນຍັງຢູ່
ໃນຂັ້ນເລີ້ມຕົ້ນ ແລະບໍ່ໄດ້ຮ່ວມກັນ ບົ່ງຊີ້ໃສ່ປະເທດໃດນຶ່ງຢູ່ໃນຖະແຫລງການຂອງ
ພວກເຂົາເຈົ້າ ເອກອັກຄະລັດຖະທູດ ຂອງ ຊາອຸດີອາຣາເບຍ ທ່ານ ອັບດາລາ ອາລ-
ມູອາລລີມີ ໄດ້ກ່າວວ່າ ໄດ້ມີ “ຫຼັກຖານທີ່ປາກົດອອກມາ ໃນ ເບື້ອງຕົ້ນ” ທີ່ບົ່ງຊີ້ໄປ
ໃນທິດທາງດຽວ.

“ພວກເຮົາເຊື່ອວ່າ ຄວາມຮັບຜິດຊອບສຳລັບການກະທຳນີ້ ແມ່ນຈະເປັນຂອງ
ອີຣ່ານ”
ທ່ານອາລ-ມູອາລລີມີໄດ້ກ່າວຕໍ່ກຸ່ມນັກຂ່າວນ້ອຍໆກຸ່ມນຶ່ງ. ທ່ານກ່າວ ຕໍ່ໄປ
ວ່າ “ພວກເຮົາບໍ່ມີຄວາມລັ່ງເລໃຈເລີຍ ທີ່ຈະຖະແຫລງແບບນີ້ ພວກເຮົາເຊື່ອວ່າ
ມີຫຼັກຖານພຽງພໍທີ່ສະແດງໃຫ້ເຫັນແບບນັ້ນ.”

ທ່ານໄດ້ກ່າວວ່າ ການໂຈຕີດັ່ງກ່າວເປັນໄປຕາມ “ແບບແຜນຂອງພຶດຕິກຳປົກ ກະຕິ ຂອງລະບອບການປົກຄອງອີຣ່ານ ໃນແງ່ຂອງການເຜີຍແຜ່ການກໍ່ການ ຮ້າຍ ການກໍ່ວິນາດສະກຳ ແລະການສ້າງຄວາມວຸ້ນວາຍຢູ່ໃນຫຼາຍໆເຂດຂອງ ໂລກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG