ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ອາຣັບ ເອເມີເຣັສ ກ່າວວ່າ ຕົນບໍ່ມີສ່ວນ ກ່ຽວຂ້ອງ ໃນການເລືອກຕັ້ງ ສຫລ ປີ 2016


ທ່ານ ອານວາ ກາຣກັຊ ລັດຖະມົນຕີການຕ່າງປະເທດ ຂອງ ສະຫະລັດ ອາຣັບເອເມີເຣັສ, ໃນພາບຖ່າຍນີ້ ແມ່ນກຳລັງ ໂອ້ລົມ ກັບ ບັນດານັກຂ່າວ ຢູ່ໃນ ນະຄອນຫຼວງ ດູໄບ, ວັນທີ 24 ມິຖຸນາ 2017.
ທ່ານ ອານວາ ກາຣກັຊ ລັດຖະມົນຕີການຕ່າງປະເທດ ຂອງ ສະຫະລັດ ອາຣັບເອເມີເຣັສ, ໃນພາບຖ່າຍນີ້ ແມ່ນກຳລັງ ໂອ້ລົມ ກັບ ບັນດານັກຂ່າວ ຢູ່ໃນ ນະຄອນຫຼວງ ດູໄບ, ວັນທີ 24 ມິຖຸນາ 2017.

ສະຫະລັດ ອາຣັບເອເມີເຣັສ ກ່າວວ່າ ຕົນບໍ່ໄດ້ພະຍາຍາມທີ່ຈະໃຊ້ອິດທິພົນຊຸກຍູ້ ການ
ເລືອກຕັ້ງ ປະທານາທິບໍດີ ປີ 2016 ທີ່ໃຫ້ການສະໜັບສະໜູນ ຕໍ່ທ່ານດໍໂນລ ທຣຳ.

ທ່ານ ອານວາ ກາຣກັຊ ລັດຖະມົນຕີການຕ່າງປະເທດ ຂອງ ສະຫະລັດ ອາຣັບເອເມີເຣັສ
ໄດ້ຂຽນລົງໃນທວີດເຕີ້ ປະຕິເສດໃນວັນອັງຄານວານນີ້ ລຸນຫຼັງທີ່ມີລາຍງານຂ່າວ ຂອງ
ສະຫະລັດ ທີ່ກ່າວວ່າ ທ່ານດໍໂນລ ທຣຳ ຈູເນຍ ໄດ້ພົບປະກັບ ທູດພິເສດ ຈາກຊາອຸດີ
ອາຣາເບຍ ແລະ ສະຫະລັດ ອາຣັບເອເມີເຣັສ ໃນປີ 2016.

ທ່ານ ກາຣກັຊ ໄດ້ຂຽນວ່າ “ຕ້ອງຫັນຄວາມສົນໃຈໄປຍັງຄວາມເປັນຈິງຕ່າງໆ ກ່ຽວກັບ
ການຄາດຄິດ ແລະການສັນນິດຖານ. ສະຫະລັດ ອາຣັບເອເມີເຣັສ ບໍ່ໄດ້ທຳຄວາມພະ
ຍາຍາມໃດໆ ທີ່ຈະໃຊ້ອິດທິພົນຕໍ່ການເລືອກຕັ້ງໃນປີ 2016. ຄືກັນກັບລັດຖະບານ
ອື່ນໆ ທີ່ເປັນພັນທະມິດ ກັບ ສຫະລັດ ບັນດາເຈົ້າໜ້າທີ່ ຂອງສະຫະລັດ ອາຣັບ
ເອເມີເຣັສ ກໍໄດ້ ຕິດຕໍ່ກັບພວກເຈົ້າໜ້າທີ່ ແລະທີ່ປຶກສາ ຂອງທັງສອງ ຄະນະ
ໂຄສະນາຫາສຽງ ການເລືອກຕັ້ງ ປີ 2016 ເພື່ອແຈ້ງໃຫ້ຊາບ ແລະ ເພື່ອຮັບຊາບ
ຈຸດຢືນ ໃນດ້ານນະໂຍບາຍການຕ່າງປະເທດ ຂອງບັນດາຜູ້ສະໝັກ ລົງແຂ່ງຂັນ.”

ໜັງສືພິມ ນິວຢອກ ໄທມສ໌ ໄດ້ລາຍງານເມື່ອສັບປະດາແລ້ວນີ້ ວ່າ ທ່ານທຣຳ ຈູເນຍ
ໄດ້ຈັດກອງປະຊຸມພົບປະ ທີ່ປະກອບດ້ວຍບັນດາຜູ້ແທນຈາກສະຫະລັດ ອາຣັບ
ເອເມີເຣັສ ແລະຊາອຸດີ ອາຣາເບຍ. ອີງຕາມລາຍງານ ຜູ້ແທນດັ່ງກ່າວ ໄດ້ບອກລູກ
ຊາຍທ່ານທຣຳ ວ່າ ພວກຫົວໜ້າຂອງທັງສອງປະເທດໃນອ່າວເປີເຊຍ ແມ່ນຢາກ
ຈະຊ່ອຍ ໃຫ້ພໍ່ຂອງທ່ານຊະນະ ຕຳແໜ່ງຢູ່ທຳນຽບຂາວ.

ສ່ວນພວກທະນາຍຄວາມ ຂອງທ່ານທຣຳ ຈູເນຍ ກໍໄດ້ກ່າວວ່າ ບໍ່ມີຫຍັງເລີຍ ໄດ້ອອກ
ມາຈາກກອງປະຊຸມນັ້ນ ເຊິ່ງອີງຕາມລາຍງານຂອງໜັງສືພິມ ໄທມສ໌ ແລ້ວ ຈະສະແດງ
ໃຫ້ເຫັນວ່າ ປະເທດອື່ນໆ ນອກເໜືອຈາກ ຣັດເຊຍ ອາດຈະໄດ້ແຊກແຊງ ຫຼືພະຍາຍາມ
ທີ່ຈະເຂົ້າໄປຫຍຸ້ງກ່ຽວ ໃນການເລືອກຕັ້ງ ປີ 2016 ໃນການສະໜັບສະໜູນ ທ່ານທຣຳ.

ໄອຍະການພິເສດ ທ່ານໂຣເບີດ ມັລເລີ ກຳລັງສືບສວນສອບສວນ ເບິ່ງວ່າ ຄະນະໂຄ
ສະນາຫາສຽງຂອງທ່ານທຣຳ ໄດ້ສົມຮູ້ຮ່ວມຄິດ ກັບ ພວກເຈົ້າໜ້າທີ່ຣັດເຊຍ ຫຼືບໍ່ ແລະ
ປະທານາທິບໍດີ ທຣຳ ໄດ້ພະຍາຍາມທີ່ຈະຂັດຂວາງການສອບສວນຫຼືບໍ່. ມົສກູ ແລະ
ຄະນະໂຄສະນາຫາສຽງ ຂອງທ່ານທຣຳ ຕ່າງກໍປະຕິເສດ ຕໍ່ຂໍ້ກ່າວຫາຕ່າງໆ. ທ່ານທຣຳ
ໄດ້ເອີ້ນການສືບສວນສອບສວນ ດັ່ງກ່າວ ວ່າ ເປັນການຊອກຫາເລື້ອງຈັບຜິດ ທີ່ຮ້າຍ
ແຮງທີ່ສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG