ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເອອີ ຢືນຢັນ ນັກການທູດ ຖືກຂ້າຕາຍ 5 ຄົນ ໃນ ອັຟການິສຖານ


ພາບຂອງບ້ານພັກຫຼັງໜຶ່ງ ຫຼັງຈາກລະເບີດແຕກໃນເມືອງ Kandahar, ອັຟການິສຖານ, 11 ມັງກອນ, 2017.
ພາບຂອງບ້ານພັກຫຼັງໜຶ່ງ ຫຼັງຈາກລະເບີດແຕກໃນເມືອງ Kandahar, ອັຟການິສຖານ, 11 ມັງກອນ, 2017.

ປະເທດ ສະຫະລັດ ອາຣັບ ເອມີເຣັດຊ ຫຼື UAE ໄດ້ຢືນຢັນ​ເຖິງການໂຈມຕີດ້ວຍລະເບີດ ທີ່ເມືອງ Kandahar ທີ່​ຕັ້ງຢູ່ພາກໃຕ້ຂອງ ອັຟການິສຖານ ເຊິ່ງໄດ້ສັງຫານນັກການທູດ ຂອງພວກເຂົາເຈົ້າ 5 ຄົນໃນວັນອັງຄານວານນີ້.

​ລະເບີດດັ່ງກ່າວໄດ້ເຮັດໃຫ້ປະຊາຊົນເສຍຊີວິດທັງໝົດຢ່າງໜ້ອຍ 11 ຄົນ ແລະ ບາດ ເຈັບອີກ 16 ຄົນ, ສ່ວນໃຫຍ່ແມ່ນເຈົ້າໜ້າທີ່ລະດັບສູງ ຂອງລັດຖະບານ ອັຟການິສຖານ. ​ເຈົ້າແຂວງ Homayun Azizi ແລະ ເອກອັກຄະລັດຖະທູດ UAE ປະຈຳນະຄອນຫຼວງ ກາບູລ ທ່ານ Juma Mohammad Abdullah al-Kaani ກໍລວມຢູ່ໃນຈຳນວນຜູ້ທີ່ໄດ້ ຮັບບາດເຈັບນັ້ນ.

ຜູ້ປົກຄອງນະຄອນ Dubai ທ່ານ Sheikh Mohammed bin Rashid Al Maktoum, ນາຍົກລັດຖະມົນຕີິຂອງ UAE ແລະ ຮອງປະທານາທິບໍດີ UAE ໄດ້ກ່າວທາງ Twitter ວັນພຸດມື້ນີ້ວ່າ “ມັນບໍ່ມີການສະແດງໃຫ້ເຫັນຄວາມເມດຕາກະລຸນາ ຫຼື ສິນທຳ ຫຼື ສາ ສະໜາຕໍ່​ເຫດລະເບີດ ແລະ ຂ້າຄົນຜູ້ທີ່ຫາທາງຊ່ວຍເຫຼືອປະຊາຊົນ. ຂໍໃຫ້ພະເຈົ້າຄຸ້ມ ຄອງຜູ້ເສຍສະຫຼະຂອງພວກເຮົາ ແລະ ຍອມຮັບລາວດ້ວຍໃນຄວາມຊອບທຳ.”

ກະຊວງການຕ່າງປະເທດ UAE ໄດ້ກ່າວໃນວັນອັງຄານວານນີ້ວ່າ ເອກອັກຄະລັດຖະທູດ ຂອງພວກເຂົາເຈົ້າ ໄດ້ເດີນທາງໄປເມືອງ Kandahar ໃນການປະຕິບັດພາລະກິດດ້ານ ມະນຸສະທຳ ທີ່ໄດ້ເພັ່ງເລັງໃສ່ການຊ່ວຍເຫຼືອພວກເດັກນ້ອຍກຳພ້າ ອັຟການິສຖານ ແລະ ປະກາດມອບທຶນການສຶກສາ.

ພວກ ຕາລີບານ ທີ່ຕໍ່ຕ້ານລັດຖະບານໄດ້ປະຕິເສດການມີສ່ວນຮ່ວມ, ໂດຍກ່າວວ່າ ພວກ ເຂົາເຈົ້າບໍ່​ແມ່ນ​ຜູ້​ວາງລະເບີດ ແລະ ​ໄດ້​ຖິ້ມ​ໂທດໃສ່ “ພວກຄູ່ແຂ່ງຢູ່ໃນທ້ອງຖິ່ນ” ​ແທນ ​ໃນການໂຈມຕີດັ່ງກ່າວ.

ຄວາມຮຸນແຮງໄດ້ເກີດຂຶ້ນບໍ່ດົນ ຫຼັງຈາກລະເບີດແຕກສອງຄັ້ງໄດ້ເກີດຂື້ນໃນນະຄອນ ຫຼວງຂອງ ອັຟການິສຖານ ເຊິ່ງໄດ້ສັງຫານປະຊາຊົນ 37 ຄົນ ແລະ ບາດເຈັບອີກ 98 ຄົນ. ກະຊວງສາທາລະນະສຸກ ອັຟການິສຖານ ໄດ້ເປີດເຜີຍຕົວເລກທີ່ຖືກທົບທວນໃນວັນພຸດ ມື້ນີ້ວ່າ ຜູ້ເຄາະຮ້າຍລວມມີບັນດາເຈົ້າໜ້າທີ່ລັດຖະບານ, ເຈົ້າໜ້າທີ່ຮັກສາຄວາມປອດ ໄພ, ຄົນຍ່າງຕາມຖະໜົນ ແລະ ບັນດາສະມາຊິກສະພາ. ມືລະເບີດໄດ້ແນເປົ້າໃສ່ຂະ ບວນລົດທີ່ໄດ້ເດີນທາງອອກຈາກຫ້ອງການສະພາແຫ່ງຊາດ.

ໂຄສົກພວກຕາລີບານ ໄດ້ອ້າງຄວາມຮັບຜິດຊອບຢ່າງວ່ອງໄວ ໃນເຫດການດັ່ງກ່າວ, ໂດຍກ່າວວ່າ ມືລະເບີດສະຫຼະຊີບໄດ້ລະເບີດຕົນ ເອງ ໃນຂະນະດຽວກັນ ມືລະເບີດອີກ ຄົນໜຶ່ງກໍໄດ້ກົດປຸ່ມລະເບີດລົດ ຂອງລາວທີ່ບັນຈຸລະເບີດເຕັມຄັນ.

ສະຫະລັດ ໄດ້ກ່າວປະນາມຄວາມຮຸນແຮງໃນ ອັຟການິສຖານ ຢ່າງ ແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Afghan Bombing
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG