ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕົ້ນຄຣິສຕ໌ມາສ ແພງທີ່ສຸດ ໃນໂລກ


ຕົ້ນຄຣິສຕ໌ມາສ ທີ່ເອ້ຍ້ອງດ້ວຍເຄື່ອງປະດັບທີ່ເປັນເພັດນິນຈິນດາ ມູນຄ່າ 11 ລ້ານ$ ຢູ່ຫ້ອງໂຖງຂອງ ໂຮງແຮມ Emirates Palace ທີ່ນະຄອນຫລວງ Abu Dhabi ຂອງສະຫະລັດອາຫຣັບເອມີເຣສ ຫລື UAE, ວັນທີ 15 ທັນວາ 2010
ຕົ້ນຄຣິສຕ໌ມາສ ທີ່ເອ້ຍ້ອງດ້ວຍເຄື່ອງປະດັບທີ່ເປັນເພັດນິນຈິນດາ ມູນຄ່າ 11 ລ້ານ$ ຢູ່ຫ້ອງໂຖງຂອງ ໂຮງແຮມ Emirates Palace ທີ່ນະຄອນຫລວງ Abu Dhabi ຂອງສະຫະລັດອາຫຣັບເອມີເຣສ ຫລື UAE, ວັນທີ 15 ທັນວາ 2010

ໂຮງແຮມແຫ່ງນຶ່ງທີ່ສະຫະລັດອາຫຣັບເອເມີເຣັດ ໄດ້​ເປີດ​
ໂຕ​ອັນທີ່ທາງໂຮງແຮມເວົ້າວ່າເປັນຕົ້ນຄຣິສຕ໌ມາສທີ່ແພງ
ທີ່ສຸດໃນໂລກ.

ຕົ້ນຄິຣສຕ໌ມາສທຽມທີ່ສູງ 13 ແມັດຢູ່ໂຮງແຮມ Emira-
tes Palace ໃນອາບູດາບີ ມີເຄື່ອງເອ້ຍ້ອງປະດັບປະດາ
ໄປ​ດ້ວຍ ເພັດ ໄຂ່ມຸກ ແລະແກ້ວພິລາ ຮວມກັນທັງໝົດ
181 ເມັດ. ສ່ວນໃຫຍ່ ຂອງເພັດນິນຈິນດາເຫຼົ່ານີ້ ແມ່ນ
ເປັນສາຍຄໍ ແລະຕຸ້ມຫູທີ່ໃຫ້ຢືມມາ​ເອ້ຍ້ອງໂດຍຮ້ານຂາຍ
ເພັດພອຍໃນເຂດທ້ອງຖິ່ນ.

ພວກຜູ້ຈັດການຂອງໂຮງແຮມໄດ້​ເປີດ​ໂຕຕົ້ນຄຣິສຕ໌ມາສ
ທີ່ມີລາຄາແພງດັ່ງກ່າວໃນອາທິດນີ້ ໂດຍເວົ້າວ່າ ພວກ
ເຂົາເຈົ້າຫວັງວ່າ ຈະໄດ້ຖືກຮັບຮູ້ ຫຼື ບັນທຶກລົງໃນປື້ມ ສະຖິຕິໂລກ Guinness Book.

ນອກນັ້ນແລ້ວ ຕົ້ນຄຣິສຕ໌ມາສຂະໜາດໃຫຍ່ທີ່ຕັ້ງຢູ່ໃນບໍລິເວນຫ້ອງ​ໂຖງຂອງໂຮງແຮມຍັງ
ມີເຄື່ອງປະດັບອື່ນໆ ຮວມທັງໂບ ເຄື່ອງຕົກແຕ່ງ ທີ່ເປັນຮູບຊົງມົນ ໄຟ​ແສງ​ສີແລະເຄື່ອງເອ້
ຕ່າງໆຕາມປະເພນີຂອງບຸນຄຣິສຕ໌ມາສອີກດ້ວຍ.

XS
SM
MD
LG