ຫົວໜ້າຂອງວົງດົນຕີຣັອກ U2 ທ້າວໂບໂນ (Bono) ທີ່ເປັນຊາວໄອຣິສແລະເພື່ອນຮ່ວມວົງ ທີ່ມີຊື່ວ່າ ເດິ ເອດຈ໌ (The Edge) ໄດ້ພາກັນສະແດງດົນຕີເປັນເວລາ 40 ນາທີຢູ່ທີ່ສະຖານີລົດໄຟໃຕ້ດິນໃນນະຄອນຫຼວງກີຢິບ ໃນມື້ວັນອາທິດວານນີ້ ພ້ອມທັງຍົກຍ້ອງປະຊາຊົນຊາວຢູເຄຣນທີ່ພາກັນຕໍ່ສູ້ກັບຣັດເຊຍ ເພື່ອອິດສະຫຼະພາບຂອງພວກເຂົາເຈົ້າ, ອີງຕາມລາຍງານ ຂອງອົງການຂ່າວຣອຍເຕີສ໌.
“ປັດຈຸບັນນີ້ ປະທານາທິບໍດີຂອງພວກເຈົ້າ ເປັນຜູ້ນໍາຂອງໂລກໃນການຕໍ່ສູ້ເພື່ອອິດສະຫຼະພາບ, ປະຊາຊົນຊາວຢູເຄຣນ ບໍ່ແມ່ນພຽງແຕ່ຕໍ່ສູ້ເພື່ອອິດສະຫຼະພາບຂອງພວກເຈົ້າເອງ ພວກເຈົ້າຕໍ່ສູ້ເພື່ອໝົດທຸກຄົນ ທີ່ຮັກໃນເສລີພາບ,” ທ້າວໂບໂນ ບອກກັບຜູ້ຄົນທີ່ ພາກັນເຕົ້າໂຮມກັນຢູ່ສະຖານີລົດໄຟໃຕ້ດິນ ເຄຣັສຊາຕິກ (Khreshchatyk) ປະມານ 100 ຄົນ, ໂດຍລາວໄດ້ກ່າວເຖິງປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດິເມຍ ເຊເລັນສກີ.
ຣັດເຊຍ ບຸກລຸກໄປເຂົ້າໄປໃນຢູເຄຣນ ເມື່ອວັນທີ 24 ກຸມພາ, ໂດຍແນໃສ່ນະ ຄອນຫຼວງກີຢິບ ກ່ອນທີ່ຈະຖອນກອງກໍາລັງຂອງພວກເຂົາອອກຈາກຂົງເຂດທີ່ ຢູ່ໃກ້ກັບນະຄອນຫຼວງ ໃນຊ່ວງທ້າຍເດືອນມີນາ ແລ້ວມຸ້ງເປົ້າໝາຍກອງກໍາລັງຕິດອາວຸດຂອງພວກເຂົາ ໄປທາງທິດຕາເວັນອອກຂອງຢູເຄຣນ.
ຣັດເຊຍ ເຊິ່ງຮ້ອງການປະຕິບັດການຂອງພວກເຂົາຢູ່ໃນ ຢູເຄຣນ ວ່າ “ການປະຕິບັດງານພິເສດຂອງກອງທັບ,” ຍັງຄົງດໍາເນີນການໂຈມຕີດ້ວຍລູກສອນໄຟໄປທົ່ວປະເທດຢູເຄຣນ. ຢ່າງໃດກໍຕາມ, ບາງຄົນໄດ້ພາກັນກັບຄືນໄປຍັງນະ ຄອນຫຼວງກີຢິບ, ເຖິງແມ່ນວ່າ ສຽງສັນຍານເຕືອນໄພຈະຍັງຄົງດັງຢູ່ຢ່າງຕໍ່ເນື່ອງກໍຕາມ.
ທ້າວໂບໂນ ໄດ້ຮວບຮວມຜູ້ຄົນຢູ່ໃນຫຼາຍບົດເພງ ໃນລະຫວ່າງການສະແດງດົນຕີຂອງລາວ.
ລາວກ່າວວ່າ “ໃນຕອນແລງຂອງວັນທີ 8 ພຶດສະພານີ້, ຈະມີການຍິງຂຶ້ນຢູ່ໃນທ້ອງຟ້າຂອງປະເທດຢູເຄຣນ, ແຕ່ໃນທີ່ສຸດ ພວກເຈົ້າກໍຈະເປັນອິດສະຫຼະ. ພວກເຂົາຈະເອົາຊີວິດຂອງພວກເຈົ້າໄປໄດ້, ແຕ່ ພວກເຂົາບໍ່ສາມາດເອົາຄວາມພາກພູມໃຈໃນກຽດສັກສີ ຂອງພວກເຈົ້າໄປໄດ້.”