ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ວຍເຫລືອ ຂອງສະຫະລັດ ໃນການເກັບ​ກູ້ລະເບີດບໍ່ທັນແຕກແກ່ລາວທີ່ເລີ້ມຂຶ້ນແຕ່ປີ 1996 ເປັນຕົ້ນມານັ້ນ ນັບມື້ນັບເພີ້ມຂຶ້ນ


ວີໂອເອສໍາພາດທ່ານເອກອັກຄະລັດຖະທູດຄໍາພັນ ອັ່ນລາວັນ ກ່ອນ​ທ່ານຈະກັບຄືນປະະເທດເພື່ອ​ຮັບ​ໜ້າ​ທີ່​ການ​ໃໝ່ ໃນ​ຕົ້ນ​ເດືອນ​ເມ​ສາ, 2022 ຊຶ່ງ​ທ່ານ​ໄດ້​ກ່າວ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັນ​ຂອງ​ສະ​ຫະ​ລັດ ແລະ​ລາວ ໃນ​ດ້ານ​ຕ່າງໆ ລວມ​ທັງ​ການ​ຊ່ວຍ​ເຫລືອຂອງ​ສະ​ຫະ​ລັດ​ໃນການ​ຂຸດ​ຄົ້ນ​ລະ​ເບີດບໍ່​ທັນ​ແຕກ.

ການ​ຊ່ວຍ​ເຫລືອຂອງ​ສະ​ຫະ​ລັດ​ໃນການ​ຂຸດ​ຄົ້ນ​ລະ​ເບີດບໍ່​ທັນ​ແຕກ ຫລື UXO ແກ່​ລາວທີ່​ເລີ້ມ​ຕົ້ນຂຶ້ນ​ແຕ່​ປີ 1996 ເປັນ​ຕົ້ນ​ມານັ້ນນັບ​ມື້​ນັບ​ເພີ້ມ​ຂຶ້ນ, ໂດຍ​ສະ​ເພາະ​ແມ່ນ​ໃນ 3 ປີ​ຜ່ານ​ມານີ້ ອີງ​ຕາມ​ທ່ານ​ຄຳ​ພັນ ອັ່ນ​ລາ​ວັນ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສປ​ປ ລາວ ປະ​ຈຳສະ​ຫະ​ລັດ ທີ່​ກ່າວຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບ​ວີ​ໂອ​ເອ ​ກ່ອນ​ຈະ​ອອກ​ເດີນ​ທາງ​ກັບ​ຄືນ​ປະ​ເທດ ເມື່ອມໍ່​ໆ​ມານີ້ວ່າ:

ທ່ານ​ຄຳ​ພັນໄດ້​ມາດຳ​ລົງ​ຕຳ​ແໜ່ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ ​ນັບ​ແຕ່​ເດືອນມີ​ນາ ປີ 2019 ຫາ​ເດືອນນີ້. ທ່ານ​ເວົ້າວ່າ ການ​ຊ່ວຍ​ເຫລືອ​ຂອງ​ສະ​ຫະ​ລັດ​ໃນ​ດ້ານ​ UXO ເປັນ​ວຽກ​ງານບູ​ລິ​ມະ​ສິດສູງ​ອັນ​ນຶ່ງໃນ​ການ​ຮ່ວມ​ມື ແລະພົວ​ພັນ​ສອງ​ຝ່າຍ​ຂອງ​ລາວກັບ​ສະ​ຫະ​ລັດ. ມັນຍິ່ງ​ເພີ້ມ​ຄວາມ​ສຳ​ຄັນ​ເພີ້ມຂຶ້ນອີກນັບ ຕັ້ງ​ແຕ່​ການ​ຢ້ຽມ​ຢາມ​ລາວ ອັນເປັນ​ປະ​ຫວັດ​ການ ​ຂອງທ່ານບ​າ​ຣັກ​ ໂອ​ບາ​ມາ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ ຊຶ່ງ​ທ່ານປະ​ກາດ​ໃຫ້​ເງິນ​ຊ່ວຍ​ເຫລືອ​ດ້ານນີ້ 90 ລ້ານ​ໂດ​ລາ​ສຳ​ລັບ 3 ປີ (2017-2019). ຈາກ​ນັ້ນກໍ​ເພີ້ມ​ຂຶ້ນ​ມາເລື້ອຍໆໃນ 3 ປີ​ຜ່ານ​ມາ.

XS
SM
MD
LG