ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາກກະດູກ ຂອງ ທະຫານ ສຫລ ທີ່ເສຍຊີວິດ ໃນສົງຄາມເກົາຫຼີ ຈະຖືກສົ່ງກັບຄືນ ບ້ານເກີດ ໃນໄວໆນີ້


ທະຫານຄົນນຶ່ງ ພວມເປົ່າແກ ໃນລະວ່າງ ພິທີ ສົ່ງສະການ ໃຫ້ແກ່ ທະຫານເກົ່າ ທີ່ຮັບໃຊ້ໃນສົງຄາມເກົາຫຼີ ສິບຕີປະຈຳການ ເກລນ ໂຊນເມັນ ໃນເມືອງ ປາລເມີ ລັດ ເທນເນັສຊີ, ວັນທີ 12 ມັງກອນ 2013.
ທະຫານຄົນນຶ່ງ ພວມເປົ່າແກ ໃນລະວ່າງ ພິທີ ສົ່ງສະການ ໃຫ້ແກ່ ທະຫານເກົ່າ ທີ່ຮັບໃຊ້ໃນສົງຄາມເກົາຫຼີ ສິບຕີປະຈຳການ ເກລນ ໂຊນເມັນ ໃນເມືອງ ປາລເມີ ລັດ ເທນເນັສຊີ, ວັນທີ 12 ມັງກອນ 2013.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວໃນວັນພຸດວານນີ້
ວ່າ ຊາກກະດູກຂອງທະຫານອາເມຣິກັນບາງຄົນ ທີ່ເສຍຊີວິດໃນປາງສົງຄາມເກົາຫຼີ
ຈະຖືກສົ່ງມາເຖິງສະຫະລັດ ໃນສອງສາມອາທິດຂ້າງໜ້ານີ້. ວັນເວລາ ແລະຈຳນວນ
ຂອງຊາກກະດູກ ທີ່ຈະຖືກສົ່ງມານັ້ນ ຍັງບໍ່ໄດ້ມີການແຈ້ງໃຫ້ຊາບເທື່ອ.

ທ່ານພອມພຽວກ່າວໃນລະຫວ່າງກອງປະຊຸມຄະນະລັດຖະບານ ທີ່ທຳນຽບຂາວ ວ່າ
“ພວກເຮົາຄິດວ່າ ໃນໄລຍະສອງສາມອາທິດຂ້າງໜ້ານີ້ ຊາກກະດູກຊຸດທຳອິດ
ຈະຖືກສົ່ງມາເຖິງ. ນັ້ນຄືຄວາມໝັ້ນໝາຍ ດັ່ງນັ້ນ ຄວາມກ້າວໜ້າ ແມ່ນແນ່ນອນ
ໄດ້ມີຂຶ້ນຢູ່ທີ່ນັ້ນ.”

ພວກເຈົ້າໜ້າທີ່ຂອງທັງສອງປະເທດໄດ້ພົບປະກັນຢູ່ບໍລິເວນຊາຍແດນເກົາຫຼີໃນວັນ
ອາທິດ ແລະ ວັນຈັນຜ່ານມາ ໃນຄວາມພະຍາຍາມເພື່ອປະສານງານ ກ່ຽວກັບການຈັດ
ສົ່ງຊາກກະດູກທະຫານອາເມຣິກັນຊຸດທຳອິດທີ່ເສຍຊີວິດ ໃນລະຫວ່າງ ສົງຄາມແຕ່ປີ
1950 ຫາ 53​ ນັ້ນ ກັບຄືນມາຍັງສະຫະລັດ.

ສະຖານທີ່ແຫ່ງຕ່າງໆ ບ່ອນທີ່ຊາກກະດູກ ຂອງພວກທະຫານ ສະຫະລັດ ໄດ້ຖືກພົບເຫັນ ຢູ່ໃນເກົາຫຼີເໜືອ.
ສະຖານທີ່ແຫ່ງຕ່າງໆ ບ່ອນທີ່ຊາກກະດູກ ຂອງພວກທະຫານ ສະຫະລັດ ໄດ້ຖືກພົບເຫັນ ຢູ່ໃນເກົາຫຼີເໜືອ.

ກ່ອນໜ້ານີ້ ທ່ານພອມພຽວ ກ່າວວ່າ ການຕົກລົງໄດ້ບັນລຸກັນໃນລະຫວ່າງການພົບປະ
ສຸດຍອດ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາຜ່ານມາ ລະຫວ່າງປະທາ ນາທິບໍດີ ດໍໂນລ
ທຣຳ ແລະຜູ້ນຳເກົາຫຼີີເໜືອ ທ່ານກິມ ຈົງ ອຶນ ກ່ຽວກັບ ການສົ່ງຊາກກະດູກທະຫານ
ອາເມຣິກັນໃຫ້ແກ່ສະຫະລັດ.

ສະຫະລັດ ແລະເກົາຫຼີເໜືອ ເລີ້ມຊອກຫາຊາກກະດູກທະຫານອາເມຣິກັນ ໃນປີ​ 1996
ແຕ່ການຊອກຫາດັ່ງກ່າວ ໄດ້ຍຸຕິລົງເປັນການຊົ່ວຄາວໃນປີ 2005 ຍ້ອນຄວາມເຄັ່ງຕຶງ
ທາງດ້ານນິວເຄລຍ ທີ່ເພີ້ມທະວີຂຶ້ນ. ຊາກກະດູກທີ່ເຊື່ອວ່າ ເປັນຂອງທະຫານ
ອາເມຣິກັນ 220 ຄົນ ໄດ້ຖືກຄົ້ນພົບ ກ່ອນທີ່ ການປະຕິບັດງານ ຈະຖືກສັ່ງໃຫ້ໂຈະ.

ມີທະຫານອາເມຣິກັນ ຫຼາຍກວ່າ 36,000 ຄົນ ໄດ້ເສຍຊີວິດໃນສົງຄາມເກົາຫຼີ ແລະ
ປະມານ 7,800 ຄົນ ຍັງຫາຍສາບສູນ ອີງຕາມໂຕເລກຂອງກະຊວງປ້ອງກັນປະເທດ.

ບັນຫາຂັດແຍ້ງດັ່ງກ່າວໄດ້ສິ້ນສຸດລົງດ້ວຍຂໍ້ຕົກລົງຢຸດຍິງ ແທນທີ່ຈະແມ່ນສົນທິສັນຍາ
ສັນຕິພາບຢ່າງເປັນທາງການ ໝາຍຄວາມວ່າ ໃນທາງເຕັກນິກແລ້ວ ເກົາຫຼີ ທັງສອງ
ຍັງຢູ່ໃນພາວະສົງຄາມ.

ວັນຄົບຮອບ 65 ປີ ໃນການເຊັນຂໍ້ຕົກລົງດັ່ງກ່າວ ແມ່ນວັນທີ 27 ກໍລະກົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG