ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ແລະ ກຸ່ມ​ຕາ​ລີ​ບານ ອາ​ດ​ໄດ້​ບັນ​ລຸ ​ຂໍ້​ຕົກ​ລົງ ກ່ຽວ​ກັບ ການ​ຖອນ​ກຳ​ລັງ


ສະ​ມາ​ຊິກ​ຂອງ​ຄະ​ນະ​ຜູ້​ແທນ​ກຸ່ມ​ຕາ​ລີ​ບານ ເຂົ້າ​ບ່ອນ​ນັ່ງ ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບຫຼາຍ​ຝ່າຍ ກ່ຽວ​ກັບ ອັ​ຟ​ກາ​ນິ​ສ​ຖານ ໃນ​ນະ​ຄອນຫຼວງ ມົ​ສ​ກູ. 9 ພະ​ຈິກ, 2018.
ສະ​ມາ​ຊິກ​ຂອງ​ຄະ​ນະ​ຜູ້​ແທນ​ກຸ່ມ​ຕາ​ລີ​ບານ ເຂົ້າ​ບ່ອນ​ນັ່ງ ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບຫຼາຍ​ຝ່າຍ ກ່ຽວ​ກັບ ອັ​ຟ​ກາ​ນິ​ສ​ຖານ ໃນ​ນະ​ຄອນຫຼວງ ມົ​ສ​ກູ. 9 ພະ​ຈິກ, 2018.

ສະ​ຫະ​ລັດ ແລະ ກຸ່ມ​ຕາ​ລີ​ບານ ອາ​ດໄດ້​ຕົກ​ລົງ​ກັນ​ແລ້ວ ກ່ຽວ​ກັບ ແຜນ​ການ​ສຳ​ລັບ​ບ
ກອງກຳລັງ ສະຫະລັດ ທີ່ຈະເດີນທາງອອກຈາກ ອັຟການິສຖານ, ແຫຼ່ງຂ່າວທີ່ຮູ້ ກ່ຽວ
ກັບ ຂ່າວຄືບໜ້ານັ້ນໄດ້ບອກວີໂອເອໃນວັນເສົາວານນີ້. ໃນການຕອບແທນ, ກຸ່ມກະ
ບົດດັ່ງກ່າວຈະໃຫ້ການຮັບປະກັນວ່າ ບໍ່ມີກຸ່ມກໍ່ການສາຮ້າຍສາກົນໃດ ຈະໄດ້ຮັບອະ
ນຸຍາດໃນການໃຊ້ດິນແດນຂອງ ອັຟການິສຖານ ເພື່ອຂົ່ມຂູ່ ອາເມຣິກາ ຫຼື ປະເທດ
ອື່ນໆໃນອະນາຄົດ.

ຄວາມ​ເຂົ້າ​ໃຈ​ດັ່ງ​ກ່າວ​ແມ່ນ​ຜົນ​ທີ່​ອອກ​ມາ​ຂອງ​ການ​ເຈ​ລາ​ທີ່​ເຄັ່ງ​ຕຶງ ແລະ ບໍ່​ຖືກ​ລົບ
ກວນ ລະ​ຫວ່າງ ສະ​ຫະ​ລັດ ແລະ ຕົວ​ແທນ​ຂອງ​ກຸ່ມ​ກະ​ບົດ​ໃນ​ນະ​ຄອນຫຼວງ ໂດ​ຮາ
ປະເທດ ກາຕ້າ. ບັນດາຜູ້ແທນຂອງລັດຖະບານເຈົ້າພາບ ແລະ ປາກິສຖານ ກໍໄດ້
ເຂົ້າຮ່ວມເຊັ່ນກັນ.

ແຫຼ່ງ​ຂ່າວ​ຕ່າງໆ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ເຂົາ​ເຈົ້າ​ຄາດ​ວ່າ ສອງ​ຝ່າຍ​ທີ່​ທຳ​ການ​ເຈ​ລະ​ຈາ​
ນັ້ນ ຈະປະກາດແຜນການຖອນຕົວຊ້າສຸດແມ່ນວັນຈັນມື້ອື່ນນີ້, ຖ້າທຸກຢ່າງດຳເນີນໄປ
ຕາມແຜນ. ແຜນການຖອນກຳລັງຂອງ ສະຫະລັດ ຈະກຳນົດໃຫ້ກຸ່ມ ຕາລີບານ ປະຕິ
ບັດການ “ຢຸດຍິງ.”

ແນວ​ໃດ​ກໍ​ຕາມ, ການ​ຖອນ​ກຳ​ລັງ ແລະ ການ​ຢຸດ​ຍິງ​ນັ້ນ, ຈະ​ມີ​ຂໍ້ “ຈຳ​ກັດ ແລະ ມີ​
ເງື່ອນໄຂ.” ແຫຼ່ງຂ່າວຕ່າງໆບໍ່ໄດ້ປະຕິເສດຄວາມເປັນໄປໄດ້ວ່າ ປະທານາທິບໍດີ ດໍ
ໂນລ ທຣຳ ເອງຈະປະກາດ ແລະ ເປີດເຜີນລາຍລະອຽດ ກ່ຽວກັບ ຂໍ້ຕົກລົງສະບັບສຸດ
ທ້າຍກັບກຸ່ມ ຕາລີບານ ໃນການກ່າວຄຳປາໄສຕໍ່ປະເທດຊາດຂອງທ່ານ ສຳລັບຍາມ
ໃດກໍຕາມທີ່ມີກຳນົດຈັດຂຶ້ນ.

​ທູດ​ພິ​ເສດ ສະ​ຫະ​ລັດ ສຳ​ລັບ​ການ​ປອງດອງ ອັ​ຟ​ກາ​ນິ​ສ​ຖານ, ທ່ານ ຊາ​ລ​ເມ
ຄາລີຊາດ ໄດ້ນຳໜ້າຝ່າຍ ອາເມຣິກັນ ໃນສິ່ງທີ່ບັນດາຜູ້ສັງເກດການອະທິບາຍວ່າ
ເປັນການພົວພັນທີ່ບໍ່ເຄີຍມີມາກ່ອນ ລະຫວ່າງ ຄູ່ປໍລະປັກທັງສອງໃນສົງຄາມດົນ 17
ປີນັ້ນ.

ທ່ານ ຄາ​ລີ​ຊາດ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ ໃນ​ຕອນ​ແລງ​ຂອງວັນ​ເສົາ​ວານນີ້ ຫຼັງ​
ຈາກໄດ້ຢູ່ໃນນະຄອນຫຼວງ ໂດຮາ ເປັນເວລາ 6 ວັນນັ້ນວ່າ, ທ່ານໄດ້ມຸ່ງໜ້າໄປ ອັຟ
ການິສຖານ ສຳລັບການປຶກສາຫາລື.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG