ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຊູ​ເມີ ຕັດ​ການ​ເດີນ​ທາງ​ຢ້ຽມ​ຢາມ ເອ​ເຊຍ ສັ້ນ​ລົງ


ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຈັກ ຊູ​ເມີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ຢູ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນ ປັກ​ກິ່ງ, 9 ຕຸ​ລາ 2023.
ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຈັກ ຊູ​ເມີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ຢູ່​ສະ​ຖານ​ທູດ ສະ​ຫະ​ລັດ ໃນ ປັກ​ກິ່ງ, 9 ຕຸ​ລາ 2023.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຈັກ ຊູ​ເມີ ໄດ້​ຕັດ​ເວ​ລາ​ການ​ເດີນ​ທາງ​ໄປ​ເອ​ເຊຍ​ຂອງ​ທ່ານ​ສັ້ນ​ລົງ ແລະ ຈະ​ກັບ​ຄືນ​ມາ ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ມື້​ອື່ນເພື່ອ​ຕອບ​ສະ​ໜອງ​ຕໍ່​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ ອິ​ສ​ຣາ​ແອ​ລ, ອີງ​ຕາມ​ໂຄ​ສົກ​ຂອງ​ຜູ້​ນຳ​ສຽງ​ສ່ວນຫຼາຍ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດໃນ​ວັນ​ອັງ​ຄານ​ວານນີ້.

ກຸ່ມ​ທີ່​ນຳ​ພາ​ໂດຍ​ທ່ານ ຊູ​ເມີ, ຜູ້​ທີ່​ໄດ້​ພົບ​ປະ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ ຈີນ, ຈະ​ຍ້າຍ​ໄປ​ປະ​ຊຸມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ. ກຸ່ມ​ດັ່ງ​ກ່າວ​ຍັງ​ຖືກ​ຄາດ​ວ່າ ​ຈະ​ໄປ​ຢ້ຽມ​ຢາມ ຍີ່​ປຸ່ນ.

ໂຄ​ສົກ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ຖືກ​ສົ່ງ​ທາງ​ອີ​ເມ​ລ​ວ່າ “ລຸນຫຼັງ​ການ​ປະ​ຊຸມ​ທີ່​ມີ​ໝາກ​ຜົນ​ໃນ ຈີນ, ລວມ​ທັງ​ກັບ​ປະ​ທານ​ປະ​ເທດ ສີ ແລະ ຍ້ອນ​ເຫດ​ການ​ທີ່​ໂສກ​ເສົ້າ​ເກີດ​ຂຶ້ນ​ໃນ ອິ​ສ​ຣາ​ແອ​ລ ນັ້ນ, ບັນ​ດາ​ສະ​ມາ​ຊິກຄະ​ນະ​ຜູ້​ແທນ​ລັດ​ຖະ​ສະ​ພາ​ຈາກ​ສອງ​ພັກ​ການ​ເມືອງ​ ພາຍ​ໃຕ້​ການ​ນຳ​ພາ ​ຂອງ​ຜູ້​ນຳ​ສຽງ​ສ່ວນຫຼາຍ ທ່ານ ຈັກ ຊູເມີ ແມ່ນ​ຈະ​ຍ້າຍ​ການ​ປະ​ຊຸມ​ຂອງ​ພວກ​ເພິ່ນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ໄປ​ເປັນ​ວັນ​ພຸດ ແລະ ຈະ​ກັບ​ຄືນ​ມາ ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ. ຜູ້​ນຳ ທ່ານ ຊູ​ເມີ ຈະ​ກັບ​ມາ​ຮອດ​ລັດ ນິວຢອກ ໃນ​ແລງວັນ​ພະ​ຫັດ.”

ທ່ານ ຊູ​ເມີ ແມ່ນ​ເຈົ້າ​ໜ້າ​ທີ່ ​ທີ່​ຖືກ​ເລືອກ​ຊາວ ຢິວ ທີ່​ມີ​ຕຳ​ແໜ່ງ​ສູງ​ທີ່​ສຸດ​ໃນສະ​ຫະ​ລັດ. ທ່ານ​ຈະ​ກັບ​ຮອດ​ບ້ານ​ໃນ​ລັດ ນິວຢອກ ຕອນ​ແລງວັນ​ພະ​ຫັດ​ມື້​ອື່ນ, ຈະ​ໄດ້​ຮັບ​ການ​ລາຍ​ງານ​ສັ້ນ ແລະ ຫຼ້າ​ສຸດ​ທີ່​ເປັນ​ຄວາມ​ລັບ, ເຂົ້າ​ຮ່ວມ​ງານ​ຂອງ​ຊຸມ​ຊົນ, ໄປ​ຮ່ວມ​ພິ​ທີ​ສູດ​ມົນ ແລະ ໃຊ້​ເວ​ລາ​ໄວ້​ອາ​ໄລ ​ກັບ​ຄອບ​ຄົວ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG