ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ເວົ້າວ່າ ຈີນ ຈະພະຍາຍາມສ້າງສາຍພົວພັນທີ່ໝັ້ນຄົງ ກັບ ວໍຊິງຕັນ ໃນອະນາຄົດອັນໃກ້ນີ້


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຂວາ, ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຈັບມືກັນ ກ່ອນກອງປະຊຸມຢູ່ນອກກອງປະຊຸມສຸດຍອດ G20 ໃນເກາະ ບາຫຼີ, ອິນໂດເນເຊຍ, 14 ພະຈິກ 2022.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຂວາ, ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຈັບມືກັນ ກ່ອນກອງປະຊຸມຢູ່ນອກກອງປະຊຸມສຸດຍອດ G20 ໃນເກາະ ບາຫຼີ, ອິນໂດເນເຊຍ, 14 ພະຈິກ 2022.

ຈີນ ຢາກມີສາຍພົວພັນທີ່ໝັ້ນຄົງກັບ ສະຫະລັດ ໃນອະນາຄົດອັນໃກ້ນີ້ ໃນຂະນະທີ່ເຂົາເຈົ້າປະເຊີນກັບສິ່ງທ້າທາຍດ້ານເສດຖະກິດພາຍໃນປະເທດ ແລະ ກັບຕ້ານຢັນໃນ ເອເຊຍ ຕໍ່ການທູດທີ່ດຸຮ້າຍຂອງເຂົາເຈົ້າ, ອີງຕາມການກ່າວຂອງຜູ້ປະສານງານເຂດອິນໂດປາຊີຟິກຂອງທຳນຽບຂາວ ທ່ານ ເຄີດ ແຄມໂບລ໌ ໃນວັນພະຫັດວານນີ້.

ຄວາມບໍ່ພໍໃຈ ກ່ຽວກັບ ມາດຕະການໂຄວິດທີ່ເຄັ່ງຄັດໄດ້ກໍ່ໃຫ້ເກີດການປະທ້ວງ ທີ່ໂມໂຫຢ່າງກວ້າງຂວາງໃນເດືອນທີ່ຜ່ານມາ, ເຊິ່ງແມ່ນການສະແດງໃຫ້ເຫັນ ການຄັດຄ້ານຂອງສາທາລະນະທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ປະທານປະເທດ ສີ ຈິ່ນຜິງ ໄດ້ກຳອຳນາດໃນປີ 2012. ກົດລະບຽບຕ່າງໆ ໄດ້ມີສ່ວນເຮັດໃຫ້ເສດຖະ ກິດຊັກຊ້າ, ແຕ່ການລຸດຜ່ອນມາດຕະການຫ້າມທັງຫຼາຍຍັງໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງຄັ້ງໃໝ່ວ່າໄວຣັສດັ່ງກ່າວອາດຄວບຄຸມບໍ່ໄດ້.

ທ່ານ ແຄມໂບລ໌ ໄດ້ກ່າວວ່າບັນຫາທີ່ວ່ານັ້ນ, ບວກກັບຂໍ້ເທັດຈິງທີ່ວ່າ ຈີນ ໄດ້ເປັນສັດຕູກັບເພື່ອນບ້ານຂອງເຂົາເຈົ້າຫຼາຍປະເທດ, ໝາຍຄວາມວ່າ ເຂົາເຈົ້າໄດ້ມີຄວາມສົນໃຈໃນສາຍພົວພັນທີ່ສາມາດເດົາໄດ້ກັບວໍຊິງຕັນ ໃນ “ອະນາຄົດ ອັນໃກ້ນີ້.”

ທ່ານ ແຄມໂບລ໌ ໄດ້ກ່າວໃນກອງປະຊຸມດ້ານຄວາມປອດໄພ ແອສເພັນ (Aspen) ໃນນະຄອນຫຼວງ ວໍຊິງຕັນ, ໂດຍກ່າວເຖິງບັນຫາຂັດແຍ້ງເຂດແດນຂອງ ຈີນ ກັບ ຍີ່ປຸ່ນ ແລະ ອິນເດຍວ່າ “ເຂົາເຈົ້າໄດ້ປະເຊີນໜ້າ ແລະ ທ້າທາຍຫຼາຍປະເທດໃນເວລາດຽວກັນ. ຂ້າພະເຈົ້າຄິດວ່າເຂົາເຈົ້າຮູ້ວ່ານັ້ນ, ໃນຫຼາຍດ້ານ, ໄດ້ສົ່ງຜົນທີ່ກົງກັນຂ້າມ.

ທ່ານ ແຄມໂບລ໌ ໄດ້ກ່າວວ່າ “ທັງໝົດນັ້ນໄດ້ຊີ້ໃຫ້ຂ້າພະເຈົ້າເຫັນວ່າສິ່ງສຸດທ້າຍທີ່ ຈີນ ຕ້ອງການໃນເວລານີ້ກໍແມ່ນການມີສາຍພົວພັນທີ່ບໍ່ເປັນມິດຢ່າງເປີດເຜີຍກັບ ສະຫະລັດ. ເຂົາເຈົ້າຢາກມີລະດັບຂອງຄວາມສາມາດເດົາໄດ້ ແລະ ຄວາມໝັ້ນຄົງ, ແລະ ພວກເຮົາກໍພະຍາຍາມຊອກຫາສິ່ງນັ້ນເຊັ່ນກັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG