ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍຶດທະນາຄານແຫ່ງທີ 3 ທີ່ຫຼົ້ມແຫຼວ ໃນຮອບສອງເດືອນ


ແຟ້ມຮູບພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ນອກສາຂາຂອງ ທະນາຄານ First Republic ໃນ ນະ​ຄອນຊານຟຣານຊິສໂກ, ລັດຄາລີຟໍເນຍ ໃນວັນທີ 28 ເມສາ 2023.
ແຟ້ມຮູບພາບ - ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ນອກສາຂາຂອງ ທະນາຄານ First Republic ໃນ ນະ​ຄອນຊານຟຣານຊິສໂກ, ລັດຄາລີຟໍເນຍ ໃນວັນທີ 28 ເມສາ 2023.

ບັນດາ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ການ​ເງິນ​ຂອງ​ສະຫະລັດ ​ໄດ້​ຍຶດ​ເອົາ​ທະນາຄານ First Republic ​ທີ່​ມີ​ບັນຫາ ​ແລະ​ໄດ້​ຂາຍ​ຊັບ​ສິນ​ຂອງທະນາຄານດັ່ງ​ກ່າວ​ໃຫ້​ແກ່​ທະ​ນາ​ຄານ JPMorgan Chase ​ເຊິ່ງຖື​ເປັນ​ຄວາມ​ລົ້ມແຫຼວ​ໃຫຍ່ ​ຄັ້ງ​ທີ 3 ຂອງ​ທະນາຄານ​ອາ​ເມ​ຣິ​ກາ​ ໃນ​ຮອບສອງ​ເດືອນ.

ໃນຖະແຫຼງການເມື່ອ​ເຊົ້າວັນຈັນ​ນີ້, ບໍລິສັດປະກັນໄພເງິນຝາກຂອງລັດຖະບານກາງ ຫຼື FDIC ກ່າວວ່າຜູ້ຝາກເງິນທັງຫມົດ ຂອງ First Republic ໃນ San Francisco ຈະກາຍເປັນລູກຄ້າຂອງ JPMorgan ແລະສາມາດເຂົ້າເຖິງເງິນຝາກຂອງພວກເຂົາໄດ້ທັນທີ.

ພາຍໃຕ້ຂໍ້ຕົກລົງນີ້, JPMorgan ໄດ້ຊື້ຊັບສິນຂອງ First Republic "ຈຳນວນຫຼວງຫຼາຍ​ທັງ​ໝົດ" ແລະຕົກລົງທີ່ຈະຮັບຜິດຊອບເງິນຝາກຂອງບໍລິສັດ, ເຊິ່ງລວມເຖິງເງິນຝາກທີ່ສູງກວ່າວົງເງິນຄໍ້າປະກັນຂອງລັດຖະບານກາງ ຢູ່ທີ່ 250,000 ໂດລາ ຕໍ່ບັນຊີ. First Republic ມີຊັບສິນປະມານ 229.1 ຕື້ໂດລາ ແລະເງິນຝາກ 103.9 ຕື້ໂດລາ.

ແຕ່ JPMorgan ບໍ່ໄດ້ຮັບ​ເອົາຫນີ້ສິນ​ຂອງບໍລິສັດ ຫຼືຮຸ້ນ​ບູລິມະສິດຂອງ First Republic, JPMorgan ກ່າວໃນຖະແຫຼງການ. ດັ່ງນັ້ນ, ຄວາມລົ້ມແຫຼວຂອງ First Republic ຄາດວ່າ ຈະເຮັດໃຫ້ບໍລິສັດປະກັນໄພເງິນຝາກ ຂອງລັດຖະບານກາງ ຫຼື FDIC ມີຄ່າໃຊ້ຈ່າຍປະມານ 13 ຕື້ໂດລາສະຫະລັດ, ອົງການໄດ້ກ່າວ. ເງິນຈະມາຈາກກອງທຶນປະກັນໄພເງິນຝາກ ຂອງ FDIC, ເຊິ່ງທະນາຄານຜູ້ປະກັນໄພ ປະກອບສ່ວນທຸກໆສາມເດືອນ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG