ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຜີຍແຜ່ສາສະໜາ ສະຫະລັດ ຖືກລັກພາຕົວ ໃນປະເທດ ເຮຕີ


ສະຖານທູດ ສະຫະລັດ ໃນນະຄອນຫຼວງ ປອກ ໂອ-ແປຣັງສ໌, ປະເທດ ເຮຕີ. 9 ກໍລະກົດ, 2021.
ສະຖານທູດ ສະຫະລັດ ໃນນະຄອນຫຼວງ ປອກ ໂອ-ແປຣັງສ໌, ປະເທດ ເຮຕີ. 9 ກໍລະກົດ, 2021.

ຜູ້ຄົນກຸ່ມນຶ່ງທີ່ມີນັກເຜີຍແຜ່ສາສະໜາ ສະຫະລັດ 17 ຄົນ, ລວມທັງເດັກນ້ອຍ, ໄດ້ຖືກລັກພາຕົວໂດຍແກັ່ງອັນຕະພານໃນປະເທດ ເຮຕີ, ອີງຕາມຂໍ້ຄວາມຂອງສຽງບັນທຶກທີ່ຖືກສົ່ງໂດຍກຸ່ມສາສະໜານຶ່ງທີ່ຮູ້ ກ່ຽວກັບ ເຫດການນັ້ນ.

ອົງການການຊ່ວຍເຫຼືອຄຣິສຕຽນ, ທີ່ມີຫ້ອງການຕັ້ງຢູ່ລັດ ໂອໄຮໂອ ທາງພາກຕາເວັນຕົກຕອນກາງຂອງ ສະຫະລັດ, ໄດ້ສົ່ງຂໍ້ຄວາມຫາອົງການອື່ນໆ, ໂດຍເວົ້າວ່າ 17 ຄົນທີ່ວ່ານັ້ນໄດ້ໄປຊ່ວຍສ້າງສະຖານທີ່ລ້ຽງເດັກກຳພ້າ ແລະ ໄດ້ອອກຈາກສະຖານທີ່ເວລາທີ່ເຂົາເຈົ້າໄດ້ຖືກລັກພາຕົວ.

ຂໍ້ຄວາມທີ່ຍາວນຶ່ງນາທີນັ້ນໄດ້ກ່າວວ່າ “ນີ້ແມ່ນຄຳແຈ້ງເຕືອນຂໍໃຫ້ສູດມົນພິເສດ. ຂໍພາວະນາວ່າສະມາຊິກແກັ່ງດັ່ງກ່າວຈະຮູ້ສຳນຶກບາບ.”

ຂໍ້ຄວາມໄດ້ກ່າວວ່າຜູ້ອຳນວຍການປະຈຳສະໜາມຂອງອົງການດັ່ງກ່າວ ແລະ ຄອບຄົບຂອງລາວ ແລະ ຜູ້ຊາຍທີ່ບໍ່ໄດ້ລະບຸຕົວຄົນນຶ່ງຍັງຢູ່ທີ່ບ່ອນພັກຂອງອົງການນັ້ນ ເວລາທີ່ຄົນອື່ນໆທີ່ໄປຢ້ຽມ ຢາມສະຖານທີ່ລ້ຽງເດັກກຳພ້າຖືກລັກພາຕົວ. ຜູ້ອຳນວຍການປະຈຳສະໜາມໄດ້ແຈ້ງເຕືອນບັນດາເຈົ້າໜ້າທີ່ ສະຫະລັດ.

ໂຄສົກລັດຖະບານ ສະຫະລັດ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ໄດ້ຮັບຊາບ ກ່ຽວກັບ ລາຍງານຂອງການລັກພາຕົວດັ່ງກ່າວ. ໂຄສົກໄດ້ກ່າວ, ໃນຂະນະດຽວກັນໄດ້ປະຕິເສດທີ່ຈະໃຫ້ຄຳເຫັນເພີ່ມເຕີມວ່າ “ສະຫວັດດີພາບ ແລະ ຄວາມປອດໄພຂອງປະຊາຊົນ ສະຫະລັດ ໃນຕ່າງປະເທດແມ່ນນຶ່ງໃນບູລິມະສິດສູງສຸດຂອງກະຊວງການຕ່າງປະເທດ.”

ການລັກພາຕົວຄັ້ງຫຼ້າສຸດໃນປະເທດ ເຮຕີ ທີ່ປະເຊີນກັບບັນຫາໄດ້ມີຂຶ້ນພຽງບໍ່ເທົ່າໃດວັນ ຫຼັງຈາກບັນດາເຈົ້າໜ້າທີ່ລະດັບສູງ ສະຫະລັດ ໄດ້ໄປຢ້ຽມຢາມປະເທດໝູ່ເກາະ ຄາຣີບຽນ ດັ່ງກ່າວ ແລະ ໄດ້ສັນຍາຈະໃຫ້ທຶນຊ່ວຍເຫຼືອອີກ 15 ລ້ານໂດລາສຳລັບຕຳຫຼວດແຫ່ງຊາດຂອງ ເຮຕີ ເພື່ອຊ່ວຍຫຼຸດຜ່ອນຄວາມຮຸນແຮງຂອງແກັ່ງອັນຕະພານ.

ທ່ານນາງ ອຸສຣາ ເຊຢາ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສະຫະລັດ ທີ່ຮັບ ຜິດຊອບສຳລັບຄວາມປອດໄພຂອງພົນລະເຮືອນ, ປະຊາທິປະໄຕ ແລະ ສິດທິມະນຸດໄດ້ກ່າວໃນ
ທວິດເຕີເມື່ອບໍ່ດົນມານີ້ວ່າ, “ການຮື້ຖອນແກັ່ງທີ່ໃຊ້ຄວາມຮຸນແຮງແມ່ນສຳຄັນຕໍ່ຄວາມໝັ້ນຄົງ ແລະ ຄວາມປອດໄພຂອງປະຊາຊົນ ເຮຕີ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG