ໃນວັນພຸດມື້ນີ້ ແມ່ນວັນ Juneteenth ໄດ້ຖືກກໍານົດເປັນວັນບຸນປະຈໍາປີຄັ້ງທີສາມຢູ່ໃນ ສະຫະລັດ, ເຊິ່ງເປັນວັນພັກຂອງລັດຖະບານກາງ ເພື່ອລະລຶກເຖິງການປົດຂ້າທາດຂອງຄົນຜິວດຳ ໃນຊ່ວງປີ 1865 ຂອງໄລຍະທ້າຍສົງຄາມກາງເມືອງຂອງສະຫະລັດ.
ຊື່ຂອງວັນພັກ ແມ່ນມາຈາກວັນທີ 19 ມິຖຸນາ ປີ 1865, ໃນເວລາທີ່ພົນຕີຂອງກອງທັບສະຫະລັດ ທ່ານກໍຣ໌ດອນ ແກຣັງເຈີ (Gordon Granger) ໄດ້ນຳທັບເຂົ້າໄປໃນເມືອງ ກາລເວສຕັນ (Galveston), ລັດເທັກຊັສ ແລະແຈ້ງໃຫ້ຂ້າທາດປະມານ 250,000 ຄົນວ່າ ພວກເຂົາໄດ້ຮັບການປົດປ່ອຍ ລຸນຫຼັງສົງຄາມ 4 ປີ ລະຫວ່າງກອງທັບຂອງສະຫະພາບສະຫະລັດທາງພາກເໜືອທີ່ໄດ້ຮັບໄຊຊະນະ ແລະບັນດາລັດສະຫະພັນຢູ່ທາງພາກໃຕ້.
ຄໍາສັ່ງຂອງ ພົນຕີ ແກຣັງເຈີ ໄດ້ບັງຄັບໃຊ້ ການປະກາດປົດປ່ອຍ ທີ່ເອີ້ນວ່າ Emancipation Proclamation ທີ່ໄດ້ລົງນາມ ໃນວັນທີ 1 ມັງກອນ ປີ 1863 ໂດຍປະທານາທິບໍດີ ໃນເວລານັ້ນ ຄື ທ່ານ ເອບຣາແຮມ ລິນຄອນ (Abraham Lincoln) ທີ່ໄດ້ໃຫ້ອິດສະຫຼະພາບແກ່ຄົນຜິວດໍາທີ່ເປັນຂ້າທາດຫຼາຍກວ່າ 3 ລ້ານຄົນ ໃນທົ່ວສະຫະພັນ ແຕ່ບໍ່ມີຜົນບັງຄັບໃຊ້ຢ່າງແທ້ຈິງຈົນເຖິງຊ່ວງສິ້ນສຸດລົງຂອງສົງຄາມ ເມື່ອບັນດາລັດສະຫະພັນ ໄດ້ທໍາການຍອມຈໍານົນ.
ຊຸມຊົນຄົນຜິວດຳ ໄດ້ຮັບການລະນຶກເຖິງວັນທີ່ເປັນການສິ້ນສຸດຂອງການເປັນຂ້າທາດ ໂດຍການສະເຫຼີມສະຫຼອງແບບສ່ວນໂຕ ໃນຕະຫຼອດໄລຍະສັດຕະວັດຕໍ່ມາ. ການປະຕິບັດຢ່າງເປັນທາງການຂອງວັນ Juneteenth ຄັ້ງທໍາອິດມີຂຶ້ນໃນປີ 1980, ເມື່ອລັດ ເທັກຊັສ ໄດ້ທໍາການປະກາດວ່າ ເປັນວັນພັກທາງສັງຄົມ. ຊຸມຊົນອື່ນໆໃນທົ່ວສະຫະລັດ ກໍຄ່ອຍໆເລີ້ມຮັບຮອງເອົາການສະເຫຼີມສະຫຼອງວັນດັ່ງກ່າວ ເປັນວັນພັກປະຈໍາປີຂອງສາທາລະນະ, ແລະໃນທີ່ສຸດ, ປັດຈຸບັນນີ້ ກໍໄດ້ເຮັດໃຫ້ທັງຫມົດ 50 ລັດ ແລະຂົງເຂດ District of Columbia ພາກັນຮັບຮູ້ວັນດັ່ງກ່າວ.
ຟໍຣັມສະແດງຄວາມຄິດເຫັນ