ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ, ຍີ່​ປຸ່ນ ແລະ ເກົາຫຼີ​ໃຕ້ ເປີດ​ໃຊ້​ລະ​ບົບ​ຕິດ​ຕາມ​ການ​ຍິງ​ລູກ​ສອນ​ໄຟ​ ຂອງ ເກົາຫຼີ​ເໜືອ


ພາບ​ທີ່ບໍ່​ມີ​ວັນ​ທີ່​ເປີດ​ເຜີ​ຍ​ໂດຍ​ອົງ​ການ​ຂ່າວ​ສູນ​ກາ​ງ​ຂອງ​ເກົາຫຼີ​ເໜືອ​ເມື່ອ​ວັນ​ທີ 19 ທັນ​ວາ 2023 ສະ​ແດງ​ໃຫ້​ເຫັນ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ Hwasongpho-18 ຢູ່​ສະ​ຖານ​ທີ່​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃນ ເກົາຫຼີ​ເໜືອ.
ພາບ​ທີ່ບໍ່​ມີ​ວັນ​ທີ່​ເປີດ​ເຜີ​ຍ​ໂດຍ​ອົງ​ການ​ຂ່າວ​ສູນ​ກາ​ງ​ຂອງ​ເກົາຫຼີ​ເໜືອ​ເມື່ອ​ວັນ​ທີ 19 ທັນ​ວາ 2023 ສະ​ແດງ​ໃຫ້​ເຫັນ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ Hwasongpho-18 ຢູ່​ສະ​ຖານ​ທີ່​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃນ ເກົາຫຼີ​ເໜືອ.

ໃນ​ການ​ປະ​ກາດ​ຮ່ວມ​ກັນ​ໃນ​ວັນ​ອັງ​ຄານມື້ນີ້, ເກົາຫຼີ​ໃຕ້, ຍີ່​ປຸ່ນ ແລະ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ເປີດ​ໃຊ້​ລະ​ບົບ​ທີ່ກວດ​ຈັບ ແລະ ປະ​ເມີນ​ການ​ຍິງ​ລູກ​ສອນ​ໄຟ​ຂອງ ເກົາຫຼີ​ເໜືອ ໃນ​ເວ​ລາ​ຈິງ ແລະ ໄດ້​ສ້າງ​ຕັ້ງ​ແຜນ​ການ​ຊ້ອມ​ລົບ​ສາມ​ຝ່າຍ ພາຍ​ໃນ​ໄລ​ຍະຫຼາຍ​ປີ.

ນອກ​ຈາກ​ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສາມ​ປະ​ເທດດັ່ງ​ກ່າວ ກໍ​ໄດ້​ຈັດ​ກອງ​ປະ​ຊຸມ​ທາງວິ​ດີ​ໂອ ກ່ຽວ​ກັບ ການຫຼຸດ​ຜ່ອນ​ກິດ​ຈະ​ກຳ​ທາງ​ຄອມ​ພິວ​ເຕີ​ທີ່​ຜິດ​ກົດ​ໝາຍ​ຂອງ ເກົາຫຼີ​ເໜືອ, ເຊິ່ງ​ອາ​ດ​ສົ່ງທຶນ​ໃຫ້​ໂຄງ​ການ​ອາ​ວຸດ​ຕ່າງໆ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ການ​ກ່າວ​ຂອງ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຢູນ ຊຸກ ຢອ​ລ.

ເກົາຫຼີ​ເໜືອ ໄດ້​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ​ເຂົາ​ເຈົ້າ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ຫຼື ICBM ຂອງ​ປະ​ເທດ​ທີ່​ຖືກ​ໂດ​ດ​ດ່ຽວ​ນັ້ນໃນ​ວັນ​ຈັນ​ວານນີ້ ເພື່ອ​ປະ​ເມີນ​ຄວາມ​ພ້ອມ​ເຮັດ​ສົງ​ຄາມ​ຂອງກອງ​ກຳ​ລັງ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ​ຕໍ່​ຄວາມ​ມຸ່ງ​ຮ້າຍ​ທີ່​ເພີ່ມ​ຂຶ້ນ​ຂອງ ສະ​ຫະ​ລັດ, ໃນ​ຂະ​ນະ​ທີ່ ວໍ​ຊິງ​ຕັນ ແລະ ພັນ​ທະ​ມິດ​ທັງຫຼາຍ​ຂອງ​ເຂົາ​ເຈົ້າ​ ໄດ້​ເລີ່ມ​ປະ​ຕິ​ບັດ​ການ​ລະ​ບົບ​ແລກ​ປ່ຽນ​ຂໍ້​ມູນ​ລູກ​ສອນ​ໄຟ​ໃນ​ເວ​ລາ​ຈິງ.

ສື່ມວ​ນ​ຊົນ​ລັດ​ຖະ​ບານ ເກົາຫຼີ​ເໜືອ ໄດ້​ກ່າວ​ວ່າ​ທ່ານ ກິມ ຈົງ ອຶນ ໄດ້​ເບິ່ງ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ Hwasong-18 ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ​ຂອງ​ນະ​ຄອນຫຼວງ ພຽງ​ຢາງ ໃນ​ວັນ​ຈັນ​ວານນີ້. ລູກ​ສອນ​ໄຟ​ດັ່ງ​ກ່າວ​ໄດ້​ບິນ​ຂຶ້ນ​ສູງ​ເຖິງ 6,518 ກິ​ໂລ​ແມັດ, ບິນ​ໄກ 1,002 ກິ​ໂລ​ແມັດ ແລະ ໄດ້​ຕົກ​ຖືກ​ເປົ້າ​ໝາຍ​ຕາມ​ທີ່​ໄດ້​ຕັ້ງ​ໃຈ​ໄວ້​ຢ່າງ​ແນ່ນອນ, ເຊິ່ງ​ແມ່ນພື້ນ​ທີ່​ທະ​ເລ​ທີ່​ເປົ່າ​ຫວ່າງ, ອີງ​ຕາມ​ການ​ກ່າວ​ຂອງ​ສື່ມວ​ນ​ຊົນ​ລັດ​ຖະ​ບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG