ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ​ ສະ​ພາ​ຕ່ຳ ສ​ຫລ ຈະ​ປະເມີນລາ​ຍງານ ​ການ​ສື​ບ​ສວນ ປ. ທ​ຣຳ


 ປ. ດ​ໍ​ໂນ​ລ ທ​ຣຳ ກ່າວ​ຢູ່ກອງ​ປະ​ຊຸມ​ໂຕະ​ມົນ ກ່ຽວ​ກັບ​ຄວາມ​ປອດ​ໄພຊາຍ​ແດນ ທີ່​ທ​ໍ​າ​ນຽບ​ຂາວ ວັນ​ທີ 11 ມັງ​ກອນ 2019.
ປ. ດ​ໍ​ໂນ​ລ ທ​ຣຳ ກ່າວ​ຢູ່ກອງ​ປະ​ຊຸມ​ໂຕະ​ມົນ ກ່ຽວ​ກັບ​ຄວາມ​ປອດ​ໄພຊາຍ​ແດນ ທີ່​ທ​ໍ​າ​ນຽບ​ຂາວ ວັນ​ທີ 11 ມັງ​ກອນ 2019.

ຄະ​ນະ​ກຳ​ມ​າ​ທິ​ການ​ສະ​ພາ​ຕ່ຳ​ຈະ​ເບິ່ງ​ລາຍ​ງານຂອງ​ສື່​ມວນ​ຊົນທີ່​ວ່າ ອົງ​ການ​ສັນ​ຕິ​
ບານ​ກາງ ຫຼື FBI ໄດ້​ສື​ບ​ສວນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ໄດ້​ເຮັດ​ວຽກ​ຕາງ​ໜ້າ​
ໃຫ້ ຣັດ​ເຊຍ ເພື່ອຕ້ານ​ຜົ​ນ​ປະ​ໂຫຍດ​ຂອງ​ ສະ​ຫະ​ລັດ, ອີງ​ຕາມ​ການ​ກ່າວ​ຂອງ ປະ​
ທານ​ຄະ​ນະ​ກຳ​ມາ​ທິ​ການ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໃນ​ວັນ​ເສົາ​ວານ​ນີ້.

ໜັງ​ສື​ພິມ​ນິວຢອກ ໄທມ໌ສ ໄດ້​ລາຍ​ງານ​ວ່າ​ການ​ສື​ບ​ສວນ​ໄດ້​ເລີ້ມ​ຂຶ້ນ​ຫຼັງ​ຈາກ ປະ​ທາ​
ນາ​ທິ​ບໍ​ດີ ທ​ຣຳ ໄດ້​ປົດ​ຕຳ​ແໜ່ງ ທ່ານ​ເຈມ​ສ໌ ໂຄ​ມີ ອອກ​ຈາກ​ໜ້າ​ທີ່​ໃນ​ຖາ​ນະ​ຫົວ​ໜ້າ​
ອົງ​ກາ​ນ​ສັນ​ຕິ​ບານ​ກາງ​ ໃນ​ເດືອນ​ພຶດ​ສ​ະ​ພາ 2017 ແລະ​ກ່າວ​ວ່າ​ບັນ​ດາ​ນັກ​ສືບ​ສວນ​
ຂອງອົງ​ການ​ສືບ​ລັບ​ຕ້ອງ​ໄດ້​ພິ​ຈາ​ລະ​ນາ​ວ່າ ການ​ປະຕິ​ບັດ​ຂອງ​ທ່ານ ​ທ​ຣຳນັ້ນ ​ອາດ
​ເປັນ​ໄພ​ຂົ່ມ​ຂູ່​ຕໍ່ຄວາມ​ປອດ​ໄພ​ຂອງ​ປະ​ເທດຫຼືບໍ່.

ທຳ​ນຽບ​ຂາວ ໄດ້​ປະ​ຕິ​ເສດ​ບົດ​ຄ​ວາມ​ຂອງ ນິວຢອກ​ໄທ​ມ໌ສ ໃນ​ຕອນ​ແລງວັນ​ສຸກ​ທີ່
​ຜ່ານ​ມາວ່າ “ບໍ່​ແມ່ນ​ຄວາມ​ຈິງ”, ໃນ​ຂະ​ນະ​ທີ່​ ປະ​ທາ​ນາ​ທິ​ບໍ​ ​ທ​ຣຳ ​ເອງ ກໍໄດ້​ປະ​ນາມ
​ທ່ານ​ໂຄ​ມີ ແລະ FBI ໃນຂໍ້​ຄວາ​ມທວິດ​ເຕີເປັນ​ສິບ​ຄັ້ງ​ເມື່ອ​ວັນ​ເສົາ​ວານ​ນີ້.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈາກ​ລັດ​ນິວຢອກ ທ່ານ​ເຈີ​ໂຣ​ລ​ດ໌ ແນັດ​ເລີ​ຣ ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ່​ລັດ​ຖະ​ສຳ​ພາ ສະ​ຫະ​ລັດ ວັນ​ທີ 20 ທັນ​ວາ 2018.
ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈາກ​ລັດ​ນິວຢອກ ທ່ານ​ເຈີ​ໂຣ​ລ​ດ໌ ແນັດ​ເລີ​ຣ ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ່​ລັດ​ຖະ​ສຳ​ພາ ສະ​ຫະ​ລັດ ວັນ​ທີ 20 ທັນ​ວາ 2018.

​ປະ​ທານຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ທ່ານ ​ເຈີ​ໂຣ​ລ​ດ໌ ແນັດ​ເລີ​ຣ ກ່າວ​ວ່າ
ຄະ​ນະ​ກຳ​ມະ​ການ​ຂອງ​ທ່ານ “ຈະ​ເອົາ​ບາດ​ກ້າວ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ
ການ​ປະ​ຕິ​ບັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ການ​ຕອບ​ໂຕ້​ຂອງ​ FBI ຕໍ່​ການ​ປະ​ພຶດ​ດັ່ງ
​ກ່​າວ” ໃນ​ດີ​ຂຶ້ນ ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ຈະ​ມາ​ເຖິງ​ນີ້. ທ່ານ​ຍັງ​ກ່າວ​ວ່າ ບັນ​ດາ​ສະ​ມາ
​ຊິກ​ສະ​ພາ​ຈະ​ພະ​ຍາ​ຍາມ​ປົກ​ປ້ອງ ​ບັນ​ດາ​ນັກສືບ​ສວນ​ຈາກ “ການ​ໂຈມ​ຕີ​ຢ່າງ​ບ້າ​ບິ່ນ
ເພີ່ມ​ຂຶ້ນຂອງ​ປະ​ທາ​ນາ​ທິ​ບໍ​ດີ.”

ສະ​ມາ​ຊິກ​ສະ​ພາ​ຕ່ຳ ພັກ​ເດ​ໂມ​ແຄ​ຣັດ ທ່ານອາ​ດຳ ຊິ​ຟ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ວັນ​ທີ 22 ມີ​ນາ 2018.
ສະ​ມາ​ຊິກ​ສະ​ພາ​ຕ່ຳ ພັກ​ເດ​ໂມ​ແຄ​ຣັດ ທ່ານອາ​ດຳ ຊິ​ຟ ຈາກ​ລັດ​ຄາ​ລິ​ຟໍ​ເນຍ ວັນ​ທີ 22 ມີ​ນາ 2018.

ທ່ານ​ແນັດ​ເລີ​ຣ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ ນິວຢອກ ໄດ້ກ່າວໃນ​ຖະ​ແຫຼງ
​ການ​ວ່າ “ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ສົງ​ໄສຄວາ​ມ​ຮ້າຍ​ແຮງ ຫຼືຄວາມ​ເປັນ​ມື​ອາ​ຊີບ​ຂອງອົງ
​ການ FBI ດັ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ມີ​ປະ​ຕິ​ກິ​ລິ​ຍາຕໍ່​ເລື້ອງ​ດັ່​ງກ່າວ​ນີ້. ພວກ​ເຮົາ​ໄດ້​
ຮຽນ​ຮູ້​ຈາກ​ລາຍ​ງານ​ນີ້​ວ່າ ແມ່ນກະ​ທັ້ງ​ໃນ​ຕອນ​ຕົ້ນ​ໆ​ຂອງລັດ​ຖະ​ບານ​ທ່ານ​ທ​ຣຳ
ນັ້ນ, ການ​ປະ​ພຶດ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນບໍ່​ປົກ​ກະ​ຕິ ແລະ​ ມີ​ຄວາມ​ເປັນ​
ຫ່ວງວ່າອົງ​ການ FBI ຈະ​ຕົກ​ຢູ່ໃນການ​ບັ​ງ​ຄັບ​ໃຫ້​ເຮັດ​ທີ່​ບໍ່ເຄີຍ​ເຮັດ​ກ່ອນ ຄືເປີດ
​ການ​ສືບ​ສວນ​ປາບ​ປາມ​ການ​ສືບ​ລັບ ຕໍ່ປະ​ທາ​ນາ​ທິ​ບໍ​ດີ​ທີ່​ກຳ​ລັງ​ຢູ່​ໃນ​ຕຳ​ແໜ່ງ.”

ອະ​ດີດ​ຫົວ​ໜ້າ​ສັນ​ຕິ​ບານ​ກາງ ທ່ານ​ເຈມ​ສ໌ ໂຄ​ມີ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 17 ທັນ​ວາ 2018.
ອະ​ດີດ​ຫົວ​ໜ້າ​ສັນ​ຕິ​ບານ​ກາງ ທ່ານ​ເຈມ​ສ໌ ໂຄ​ມີ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 17 ທັນ​ວາ 2018.

ໜັງ​ສື​ພິມ​ໄທ​ມ໌ສ ກ່າວ​ວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່ FBI ໄດ້​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບສາຍ
​ພົວ​ພັນ​ຂອງ​ ທ່ານ​ ທ​ຣຳ ກັບ ​ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ
​ນາ​ທິ​ບໍ​ດີ​ປີ 2016 ແຕ່​ໄດ້​ໂຈະການ​ເປີດການ​ສືບ​ສວນສອບ​ສວນ​ຈົນ​ກວ່າ​ວ່າ ທ່ານ
​ທ​ຣຳ ​ໄດ້​ປົດ​ຕຳ​ແໜ່ງ​ທ່ານ​ ໂຄ​ມີ ເພື່ອ​ສືບ​ສວນໃນ​ການ​ກ່າວ​ຫາ​ກ່ຽວ​ກັບ ການ​
ແຊກ​ແຊງ​ການເລືອກ​ຕັ້ງ​ໂດຍ​ຣັດ​ເຊຍ. ອົງ​ການ FBI ຍັງ​ໄດ້​ພິ​ຈາ​ລະ​ນາ​ວ່າ ການ​
ປົດ​ຕຳ​ແໜ່ງ​ຂອງ​ທ່ານ ໂຄ​ມີ ໂດຍປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ຣີ​ພັ​ບບ​ລິ​ກັນ ນັ້ນ​ແມ່ນ
ການ​ຂັດ​ຂວາງ​ຕໍ່ຂະ​ບວນ​ການ​ຍຸ​ຕິ​ທຳຫຼືບໍ່.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG