ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຫາສຽງເລືອກຕັ້ງໃນ ສະຫະລັດ


ທ່ານປະທານາທິບໍດີ ບາຣັກ ໂອບາມາ ກ່າວຄໍາປາໃສ ທີ່ງານລ້ຽງຂອງ DCCC ທີ່ຫ້ອງປະຊຸມໃຫຍ່ (Convention Center) ໃນເມືອງ Providence ຂອງລັດ Rhode Island ໃນວັນທີ 25 ຕຸລາ 2010
ທ່ານປະທານາທິບໍດີ ບາຣັກ ໂອບາມາ ກ່າວຄໍາປາໃສ ທີ່ງານລ້ຽງຂອງ DCCC ທີ່ຫ້ອງປະຊຸມໃຫຍ່ (Convention Center) ໃນເມືອງ Providence ຂອງລັດ Rhode Island ໃນວັນທີ 25 ຕຸລາ 2010

ຢູ່ສະຫະລັດ, ການ​ເຄື່ອນ​ໄຫວ​ກ່ຽວກັບ​ ການເລືອກຕັ້ງ ກໍາລັງເພີ່ມທະວີຄວາມເຂັ້ມຂຸ້ນຂຶ້ນ ນັບມື້​ ​ໃນ​ໄລຍະໃກ້ຈະຮອດວັນສຸດທ້າຍຂອງການຫາສຽງສໍາລັບການເລືອກຕັ້ງກາງສະ​ໄໝ ຂອງ ຜູ້​ແທນລັດຖະ​ສະພາສະຫະລັດ. ທັງສອງພັກໃຫຍ່ ​ໄດ້​ພາກັນອອກ​ໄປ​ຫາ​ສຽງສະໜັບ ສະໜູນ ຈາກກຸ່ມເລືອກຕັ້ງທີ່ສໍາຄັນໆ ​ໃນ​ຂະນະ​ທີ່ວັນປ່ອນ​ບັດ​ ຄືວັນ​ທີ 2 ພະຈິກ ຍັບ​​ໃກ້ ​ເຂົ້າມາ​​ນັ້ນ ​​ໂດຍ​ຫວັງທີ່ຈະຊຸກຍູ້​ໃຫ້​ຜູ້ຄົນໃນເຂດເລືອກຕັ້ງຫຼັກໆ ພາກັນໄປປ່ອນບັດ​ເອົາ​ຄົນ​ໃນ ​ພັກ​ຕົນ ໃນວັນເລືອກຕັ້ງ.

ການຢັ່ງ​ຫາງ​ສຽງປະຊາຊົນ​ຫລາຍໆ​ບັ້ນ ໄດ້ສະ​ແດງໃຫ້​ເຫັນ​
ວ່າ​ ພັກຝ່າຍຄ້ານຂອງ​ລັດຖະບານ ຊຶ່ງກໍ​ຄືພັກ
Republican ນັ້ນ ກໍາລັງມີ​ຄະ​ແນນ​ນໍາ​ໜ້າ​ໄດ້​ປຽບຢ່າງ​
ໃຫຍ່​ຫລວງໃນຊ່ວງ​ເວລາ​ກ້າວໄປສູ່ວັນເລືອກຕັ້ງກາງສະ​
ໄໝ​ໃນປີ​ນີ້. ນັບເປັນ​ເວລາຫລາຍເດືອນມາແລ້ວ ທີ່ການ
ສໍາຫຼວດໄດ້ສະແດງໃຫ້ເຫັນວ່າ ຜູ້​ເລືອກ​ຕັ້ງທີ່ເປັນສະມາ
ຊິກ​ຂອງ​ພັກ Republican ໂດຍສະເພາະຢ່າງຍິ່ງກໍ​ແມ່ນ
ພວກ​ອານຸລັກ​ນິຍົມ ຫລື ພວກ​ນິຍົມ​ແນວທາງເດີມນັ້ນ
ແມ່ນ​ມີກໍາລັງ​ໃຈຫ້າວ​ຫັນ​ຕໍ່ການເລືອກຕັ້ງປີນີ້ແລະ ຕັ້ງໃຈ
ທີ່ຈະອອກໄປໃຊ້​ສິດເລືອກ​ຕັ້ງກັນຢ່າງ​ພ້ອມພຽງເປັນຈໍານວນ​ຫລວງຫລາຍ.

ເມື່ອຮູ້ວ່າ​ເປັນ​ເຊັ່ນນັ້ນ, ທ່ານປະທານາທິບໍດີ ບາຣັກໂອບາມາ ແລະພວກຜູ້​ນໍາ​ພັກ
Democrats ຄົນ​ອື່ນໆກໍໄດ້ພາກັນເຂົ້າ ຮ່ວມການ​ໃຊ້ຄວາມ​ພະຍາຍາມຢ່າງ​ດຸ​ເດືອດ
ໃນນາທີສຸດທ້າຍ ​ກໍ​ວ່າ​ໄດ້ ເພື່ອຊຸກຍູ້ກຸ່ມຜູ້ລົງຄະແນນຫລັກຂອງພັກ Democrat
ຊຶ່ງເປັນກຸ່ມທີ່​ມີ​ບົດບາດສໍາຄັນ ໃນການ​ນໍາ​ໄຊຊະນະມາ​ໃຫ້ການເລືອກຕັ້ງປະທານາທິ
ບໍດີ ຂອງທ່ານໂອບາມາ​ ​ເມື່ອ 2 ປີ ກ່ອນນັ້ນ. ທ່ານກ່າວ​ປຸກ​ໃຈ​ປະຊາຊົນ​ໃນ​ການໂຄ
ສະນາ​ຫາ​ສຽງ​ວ່າ:

“ດັ່ງ​ດຽວ​ກັນ​ກັບ​ທີ່ພວກ​ທ່ານ​ໄດ້ເຮັດ ​ໃນ​ປີ 2008 ນັ້ນ​ ທ່ານ​ສາມາດ​ທ້າ​ທາຍ​ຕໍ່​
ຄວາມ​ເຊື່​ອ ຖື​ຂອງ​ຄົນ​ທົ່ວ​ໄປ​ນັ້ນ​ໄດ້. ​ແມ່ນ​ແລ້ວ ທ່ານ​ສາມາດ​ເຮັດແນວ​ນັ້ນໄດ້!
ແມ່ນ​ແລ້ວ​ ທ່ານ​ສາມາດ​ເຮັດ​ນັ້ນ​ໄດ້!”

ການຢັ່ງ​ຫາງ​ສຽງຄັ້ງຫລ້າ​ສຸດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ແຂ່ງ ຂັນ​ກັນຍາດ​ເອົາບ່ອນ​ນັ່ງ​
ໃນສະພາສູງ ​ຫລາຍໆ​ບ່ອນ ແມ່ນສູ​ສີກັນ​ຫລາຍ​ຂຶ້ນ​ເລື້ອຍໆ ​ໃນ​ໄລຍະຫລາຍໆ​ມື້ສຸດທ້າຍ
ຂອງການໂຄສະນາຫາສຽງ, ຊຶ່ງ​ໄດ້​ເຮັດໃຫ້ພວກ Democrats ມີກຳລັງໃຈຂຶ້ນ.​ ນັກວິເຄາະ
ສ່ວນໃຫຍ່ຄາດວ່າ ພັກ Republican ຈະຍາດ​ໄດ້​ບ່ອນ​ນັ່ງເປັນ​ຈໍານວນ​ຫລວງຫລາຍໃນ
ສະພາຕໍ່າ, ແລະ ກໍ​ມີ​ອີກຫຼາຍຄົນ​ທີ່ທໍານາຍໄວ້​ແລ້ວວ່າ ພວກພັກRepublican ຈະ​ໄດ້​
ບ່ອນນັ່ງ 39 ບ່ອນ ທີ່ຕ້ອງການເພື່ອ​ໃຫ້​ສາມາດຍາດ​ເອົາການຄວບຄຸມສະພາຕໍ່າ ຄືນ​ມາ
ໄດ້ນັ້ນ.

ທັງພັກ Republican ຊຶ່ງນໍາໜ້າໂດຍ ທ່ານ ບາຣັກ ໂອບາມາ ແລະ ພັກ Republican ຊຶ່ງລວມມີທ່ານ ນາງ ຊາຣາ ເພລິນ (ເບື້ອງຂວາລຸ່ມ) ກໍາລັງພາກັນ ແຂ່ງຂັນກັນຫາສຽງ ຢ່າງແຂງຂັນ.
ທັງພັກ Republican ຊຶ່ງນໍາໜ້າໂດຍ ທ່ານ ບາຣັກ ໂອບາມາ ແລະ ພັກ Republican ຊຶ່ງລວມມີທ່ານ ນາງ ຊາຣາ ເພລິນ (ເບື້ອງຂວາລຸ່ມ) ກໍາລັງພາກັນ ແຂ່ງຂັນກັນຫາສຽງ ຢ່າງແຂງຂັນ.

ພັກ Republican ຕ້ອງ​ໄດ້ບ່ອນນັ່ງໃນ​ສະພາ
ສູງ ຄືນ​ມາ 10 ບ່ອນ ເພື່ອ​ໃຫ້​ໄດ້​ເປັນພັກ
ສຽງສ່ວນຫລາຍໃນສະພາສູງ​ ແຕ່ວ່ານັກວິ
ເຄາະສ່ວນຫຼາຍເຊື່ອວ່າ ມັນ​ຈະຍາກຫລາຍ
ກວ່າ​ສໍາລັບ​ພັກ Republican ທີ່ຈະຍາດເອົາ
ສຽງສ່ວນຫລາຍໃນສະພາສູງນີ້​ໄດ້.

ພັກການເມືອງໃຫຍ່ທັງສອງ ​ແມ່ນ​ກາງ​ຕໍ່ນໍາ
ການສະໜັບສະໜຸນຢ່າງ​ແຮງກ້າ​ ຈາກກຸ່ມຜູ້
ເລືອກຕັ້ງຫລັກ ທີ່ມີແນວໂນ້ມວ່າ ຈົງຮັກພັກດີ
ຕໍ່ພັກນຶ່ງພັກດຽວ ​ຈາກການເລືອກຕັ້ງບັ້ນນຶ່ງ
ໄປຫາ​ອີກບັ້ນນຶ່ງ.

ທ່ານ Mike O’Brien ນັກ​ສື່​ຂ່າ​ວການເມືອງ
ໃຫ້ໜັງສືພີມ The Hill ໃນນະຄອນ ຫລວງ
ວໍຊິງຕັນ ກ່າວວ່າ ພັກ Democrat ໄດ້ເພັ່ງ
ເລັງການ​ຫາ​ສຽງສະໜັບສະໜູນ ​ໃສ່ບັນດາ
ກຸ່ມ​ຜູ້ປ່ອນ​ບັດ​ເລືອກ​ຕັ້ງຫລັກ ກຸ່ມດຽວກັນກັບພວກທີ່ເຄີຍມີ​ບົດບາດສໍາຄັນ ໃນ​ການ​ນໍາໄຊ
ຊະນະ​ມາ​ໃຫ້ທ່ານບາຣັກ ໂອບາມາ ເມື່ອສອງປີ ຜ່ານ​ມານັ້ນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ພາກັນອອກ
ມາ​ປ່ອນ​ບັດ​ໃນ​ເດືອນ​ພະ​ຈິກ.

ພວກ​ເລືອກ​ຕັ້ງເຫລົ່ານັ້ນຈະແມ່ນພວກຊາວໜຸ່ມ ພວກມີສິດປ່ອນບັດເທື່ອທໍາອິດ
ທີ່​ໄດ້ອອກມາ ປ່ອນບັດໃນການເລືອກຕັ້ງຄັ້ງປີ 2008 ນັ້ນ. ພວກແມ່ຍິງພວກ
ຄົນຈາກ ປະຊາຄົມຊົນກຸ່ມນ້ອຍຕ່າງໆ ທໍານອງນັ້ນ. ພວກ​ເລືອກ​ຕັ້ງເຫລົ່າ​ນີ້ໄດ້​
ພາກັນ​ອອກໄປປ່ອນບັດຢ່າງຫລວງຫລາຍ ໃນປີ 2008 ຊຶ່ງນັບວ່າເປັນສິ່ງທີ່ບໍ່
ເຄີຍມີມາກ່ອນ.”

ຜູ້​ເລືອກ​ຕັ້ງທີ່ເປັນ​ແມ່ຍິງ ແມ່ນມີຄວາມສໍາຄັນ​ເປັນ​ພິ​ເສດຕໍ່​ພັກ Democrats ໃນການ
ເລືອກຕັ້ງປີນີ້. ພວກເຂົາ​ເຈົ້າກວາ​ມ​ເອົາສ່ວນໃຫຍ່ຂອງພົນລະ​ເມືອງ​ໃນ​ຊາດ ແລະ ກໍ​ນິ
ຍົມຜູ້ສະໝັກເລືອກ​ຕັ້ງ​ທີ່​ສັງກັດ​ພັກ Democratic ​ແຕ່​ໃດ​ໆ​ມາ​ແລ້ວ. ແຕ່ ທ່ານ
Andy Barr ທີ່​ເວັບ​ໄຊ້ Politico ເວົ້າວ່າ ປີນີ້ຕ່າງກັບປີ​ອື່ນໆ ຊຶ່ງ​ທ່ານໃຫ້​ຄຳ​ເຫັນ​ວ່າ:

“ພວກ​ແມ່ຍິງ​ທີ່​ນິຍົມ​ແນວທາງ​ປານ​ກາງ ​ແມ່ນ​ພວກ​ທີ່​ພັກ​ໃດ​ກໍ​ສາມາດ​ຍາດ​ເອົາ​
ໄດ້ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ເຂົາ​ເຈົ້າ​ໄດ້ປ່ອນ​ບັດ​ເອົາ​ທ່ານໂອ​ບາ​ມາ ຢ່າງ​ຫລວງ
ຫລາຍ ໃນ​ການ​ເລືອກ​ຕັ້ງ​ເທື່ອ​ແລ້ວ​ນີ້ ​ຊຶ່ງກໍໄດ້​ເປັນ​ຜົນ​ດີ​ຕໍ່ພັກ​ Democrat. ​
ແຕ່​ບັດ​ນີ້ ການ​ສໍາ​ຫລວດ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາເຈົ້າ​ມີ​ແນວ​ໂນ້ມໄປ
ທາງພວກ​ສະມາຊິກ​ພັກ Republican. ດັ່ງ​ນັ້ນ ພວກ Democrats ຈຶ່ງກໍາລັງ
ເຮັດທຸກ​ວີ​ທີ​ທາງ​ ທີ່​ພວກ​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້ ​ເພື່ອ​ພະຍາຍາມ​ດຶງ​ດູດ​ເອົາ​ສຽງ​
ຈາກ​ພວກ​ແມ່ຍິງ ​ທີ່​ນິຍົມ​ແນວທາງ​ປານ​ກາງ​ນັ້ນ.”

ຝ່າຍສະມາຊິກ​ພັກ Republican ນັ້ນ ​ແມ່ນອາ​ໃສກາງ​ຕໍ່ການ​ອອກໄປ​ປ່ອນ​ບັດໃນ​ຈໍານວນ
ຫລວງຫລາຍ ຂອງຜູ້​ເລືອກ​ຕັ້ງທີ່​ເປັນຄົນຜິວຂາວ, ຜູ້ຊາຍ ແລະກໍ​ມີ​ອາຍຸແກ່ ທີ່ ພວກເຂົາ​
ເຈົ້າຫວັງ​ວ່າ ຈະນໍາພາໄປສູ່ໄຊຊະນະ​ ​ໃນ​ວັນທີ 2 ພະຈິກທີ່​ຈະ​ມາ​ເຖິງນີ້.

ກຸ່ມ​ເຫລົ່າ​ນັ້ນໄດ້ດຶງດູດເປັນ​ພິ​ເສດໂດຍຂະ​ບວນການ Tea Party ໃນປີນີ້, ຊຶ່ງ​ເປັນ​ອົງການ
ຈັດຕັ້ງປະສົມ ​ແບບ​ຫລວ​ມໆ ຂອງ​ກຸ່ມຮາກຖານ ທີ່ນິຍົມ​ແນວທາງ​ເດີມ ​ແລະ ກຸ່ມຫົວນິຍົມ
ຄວາມ​ເປັນ​ອິດ​ສະລະ ຫລື​ແນວ​ຄິດ​ແປກໃໝ່ ທີ່ຢາກໃຫ້ລັດຖະບານມີບົດບາດ​ຄວບ​ຄຸມໜ້ອຍ
ລົງ ແລະ ມີການ​ເກັບພາສີຕໍ່ານັ້ນ.

ທ່ານ Marco Rubio ຊຶ່ງເປັນຜູ້ສະໝັກຜູ້ແທນ​ຈາກພັກ Replublican ທີ່​ລົງ​ແຂ່ງຂັນ​ເອົາ
ບ່ອນນັ່ງ​ໃນສະພາສູງ​ໃນລັດ Florida ເປັນຜູ້ນຶ່ງທີ່​ໄດ້ຮັບການສະໜັບສະໜູນຈາກສະມາຊິກ
ຂອງ Tea Party ໃນ​ລະດັບ​ຊາດ.

ທ່ານ Andy Barr ຈາກເວັບ​ໄຊ້ Politico ກ່າວວ່າ ຜູ້ປ່ອນ​ບັດ​ເລືອກ​ຕັ້ງທີ່​ເປັນ​ຜູ້ຊາຍຄົນ
ຂາວ ແລະຜູ້ມີ​ອາຍຸແກ່ ແມ່ນ​ເປັນກຸ່ມຜູ້​ປ່ອນ​ບັດ ທີ່ມີ​ຄວາມຫ້າວ​ຫັນຫຼາຍ ທີ່ສຸດ ໃນປີນີ້,
ແລະປາກົົດວ່າ ພວກເຂົາເຈົ້າ​ ​ແມ່ນ​ກຽມພ້ອມ​ທີ່​ຈະອອກ​ໄປ​ໃຫ້​ການສະໜັບສະ ໜຸນຜູ້ສະ
ໝັກເລືອກ​ຕັ້ງ ຈາກພັກ Replublican ເປັນ​ຈໍານວນຫລວງຫຼາຍ.

“ກ່ອນນີ້ ພວກ​ຄົນ​ກຸ່ມ​ນີ້ ​ໄດ້​ປ່ອນ​ບັດ​ເອົາ​ທ່ານ​ບາຣັກ​ໂອ​ບາ​ມາ ​ເປັນ​ຈໍານວນ​
ຫລວງຫລາຍ. ​ແຕ່​ບັດ​ນີ້​ ພວກ​ເຮົາ​ກໍາລັງ​ເຫັນ​ວ່າ ມີຈໍານວນ​ສູງ​ທີ່​ສຸດໃນ​ບັນ
ດາພວກ​ຜູ້​ຊາຍ​ຜິວ​ຂາວ​ແລະ​ພວກ​ອາຍຸ​ສູງ​ ທີ່ຈະ​ປ່ອນ​ບັດ​ເອົາ​ພວກ​ສະມາຊິກ​
ພັກ Republican.”

ນັກວິເຄາະສ່ວນໃຫຍ່ເຊື່ອວ່າ ປະ​ເດັນ​ສໍາຄັນ​ອັນ​ດັບນຶ່ງ ໃນການເລືອກຕັ້ງປີນີ້ ແມ່ນຄວາມ
ຮູ້ສຶກໃນ​ທາງ​ລົບຂອງປະຊາຊົນ​ກ່ຽວ​ກັບສະພາບ​ເສດຖະກິດຂອງສະຫະລັດ, ແລະ ອັດຕາ
ການຫວ່າງງານ ທີ່ສູງຢູ່​ໃນ​ປັດຈຸບັນ​ນີ້.

ທ່ານ Ted Strickland (ຜູ້ເຄິ່ງກາງ) ເຈົ້າປົກຄອງລັດ Ohio, ໂອ້ ລົມກັບຄະນະກໍາມະບານ ທີ່ເປັນຜູ້ສະໜັບ ສະໜູນການຫາສຽງໃຫ້ທ່ານ Strickland ໄດ້ຮັບການເລືອກຕັ້ງຄືນ ຢູ່ທີ່ຫ້ອງປະຊຸມຂອງກໍາມະ ກອນ ເມືອງ Cleveland, ໃນວັນທີ 19 ຕຸລາ Oct 2010
ທ່ານ Ted Strickland (ຜູ້ເຄິ່ງກາງ) ເຈົ້າປົກຄອງລັດ Ohio, ໂອ້ ລົມກັບຄະນະກໍາມະບານ ທີ່ເປັນຜູ້ສະໜັບ ສະໜູນການຫາສຽງໃຫ້ທ່ານ Strickland ໄດ້ຮັບການເລືອກຕັ້ງຄືນ ຢູ່ທີ່ຫ້ອງປະຊຸມຂອງກໍາມະ ກອນ ເມືອງ Cleveland, ໃນວັນທີ 19 ຕຸລາ Oct 2010

ທ່ານ John Fortier ຊຶ່ງເປັນ
ຜູ້ຊ່ຽວຊານຈາກສະຖາບັນ
American Enterprise ແລະ
ເປັນ​ແຂກຮັບເຊີນ ໃນລາຍການ
Encounter ຂອງ VOA ໃ​ຫ້​ຂໍ້​ສັງ​ເກດ​ວ່າ:

“ຂ້າພະເຈົ້າຄິດວ່າ ຜົນ​ສ່ວນ​
ໃຫຍ່​ຂອງການເລືອກຕັ້ງຄັ້ງນີ້
ແມ່ນລົງຕົວໄປແລ້ວ. ​ເວລາ​
ນີ້ມີຄວາມຮູ້ສຶກຢູ່ໃນອາເມຣິ
ກາ ທີ່​ໄດ້​ຫັນໄປຕໍ່ຕ້ານພັກ
ເດໂມແຄຣທ ແລະກໍ​ຄົງຈະ​
ນໍາ​ເອົາ ສະມາຊິກພັກຣີພັບ
ບລິກັນ ​ເຂົ້າ​ໄປ​ນັ່ງໃນສະພາຫລາຍຄົນ. ​ເນື່ອງ​ຈາກ​ວ່າ ສະພາວະເສດຖະກິດບໍ່
ຄ່ອຍ​ດີປານ​ໃດ ການເລືອກຕັ້ງກາງສະໄໝຈຶ່ງ​ມັກຈະຕໍ່ຕ້ານພັກທີ່ຄອງອໍານາດ
ແລະພັກທີ່ຢູ່ໃນທໍານຽບຂາວ ໃນ​ເວລານີ້.”

ນອກຈາກການ​ເລືອກ​ຕັ້ງ​ເອົາ​ຜູ້ແທນ​ລັດຖະສະພາສະຫະລັດ​ແລ້ວ​ ໃນປີນີ້​ແລ້ວ ກໍຍັງ​ມີ 37
ລັດໃນຈໍານວນ 50 ລັດ ຂອງປະ​ເທດ​ ທີ່ທຳການເລືອກຕັ້ງເອົາ​ເຈົ້າ​ແຂວງ ຫລື ຜູ້ປົກຄອງ
ລັດຂອງ​ພວກ​ເຂົາ​ເຈົ້າ.

XS
SM
MD
LG