ທຳນຽບຂາວ ແລະ ລັດຖະສະພາ ສະຫະລັດ ປາກົດວ່າ ໄດ້ມຸ້ງໜ້າໄປສູ່ການຕົກລົງກັນ
ໃນວັນພຸດວານນີ້ ກ່ຽວກັບເລື່ອງ ແຜນການໃຊ້ຈ່າຍຊົ່ວຄາວ ເພື່ອ ຫລີກລ່ຽງ ການປິດ
ລັດຖະບານ ໃນຕອນທ່ຽງຄືນ ຂອງວັນສຸກຈະມາເຖິງ ແຕ່ ມັນບໍ່ໄດ້ລວມເງິນຈຳນວນ
5 ຕື້ໂດລາ ທີ່ປະທານາທິບໍດີ ດໍໂນລ ທຣຳ ຕ້ອງ ການເພື່ອກໍ່ສ້າງກຳແພງ ຢູ່ເລາະຕາມ
ຊາຍແດນ ລະຫວ່າງ ສະຫະລັດ ແລະ ເມັກຊິໂກ.
ສະພາສູງໄດ້ຮັບຮອງເອົາມາດຕະການດັ່ງກ່າວດ້ວຍການອອກສຽງລົງຄະແນນ ໃນ
ຕອນແລງ ວັນພຸດວານນີ້. ມັນຈະເປັນທຶນໃຊ້ໃນການປະຕິບັດງານຂອງລັດຖະບານ
ໃນໄລຍະໄຕມາດທີນຶ່ງ ຈົນຮອດວັນທີ 8 ກຸມພາ ໃນເວລານັ້ນ ທ່ານ ທຣຳ ແລະບັນດາ
ສະມາຊິກສະພາ ອາດໄດ້ປະເຊີນໜ້າ ກັນອີກເທື່ອນຶ່ງ ເຊິ່ງເປັນໄປໄດ້ວ່າ ຈະມີການປິດ
ລັດຖະບານໃນບາງສ່ວນ.
ມາດຕະການດັ່ງກ່າວ ໃນປັດຈຸບັນນີ້ ຈະຖືກນຳສະເໜີ ຕໍ່ສະພາຕ່ຳ.
ທ່ານ ທຣຳ ໄດ້ປະຕິຍານ ໃນລະຫວ່າງ ການໂຄສະໜາຫາສຽງປີ 2016 ວ່າ ຈະສ້າງ
ກຳແພງຢູ່ຊາຍແດນ ເພື່ອສະກັດກັ້ນ ພວກອົບພະຍົບ ທີ່ເຂົ້າເມືອງ ໂດຍຜິດກົດໝາຍ
ແລະຈະໃຫ້ເມັກຊິໂກ ຈ່າຍຄ່າສ້າງກຳແພງນັ້ນ. ເຖິງຢ່າງໃດດີ ທ່ານ ປະທານາທິບໍດີ
ກໍບໍ່ສາມາດລະດົມທຶນຈາກພາສີຂອງປະຊາຊົນໄດ້ ສຳລັບສ້າງ ກຳແພງ ເຖິງແມ່ນວ່າ
ທັງສອງສະພາ ໃນປັດຈຸບັນນີ້ ແມ່ນຢູ່ພາຍໃຕ້ການຄວບຄຸມ ຂອງພັກຣີພັບບລີກັນຢູ່
ກໍຕາມ.
ທ່ານ ກຳລັງປະເຊີນກັບການທ້າທາຍ ທາງດ້ານການເມືອງ ທີ່ໜັກໜ່ວງຫຼາຍຂຶ້ນຕື່ມອີກ
ໃນປີໃໝ່ ຈະມາເຖິງນີ້ ຊຶ່ງເປັນເວລາທີ່ ພັກເດໂມແຄຣັດ ຜູ້ທີ່ໄດ້ ຄັດຄ້ານຢ່າງແຂງຂັນ
ຕໍ່ການສ້າງກຳແພງນັ້ນ ຈະໄດ້ເຂົ້າຄວບຄຸມສະພາຕ່ຳ ໃນຂະນະທີ່ ພັກຣີພັບບລີກັນ
ຍັງຄົງກຳສຽງສ່ວນຫຼາຍ ໃນສະພາສູງຢູ່.
ຢູ່ໃນທວີດເຕີ ທ່ານ ທຣຳ ໄດ້ກ່າວວ່າ “ໃນທາງໃດທາງນຶ່ງ ພວກເຮົາຈະຊະນະ ໃນ
ເລື່ອງຂອງກຳແພງ!”
ທີ່ປຶກສາ ຂອງທ່ານ ທຣຳ ທ່ານນາງ ແຄລລີແອນ ຄອນເວ ໄດ້ກ່າວຕໍ່ບັນດາ ນັກຂ່າວວ່າ
ຜູ້ນຳສະຫະລັດ “ແນ່ນອນ” ຈະ“ສຶກສາເບິ່ງ” ແຜນການໃຊ້ຈ່າຍ ຊົ່ວຄາວ.
ທ່ານທຣຳ ເມື່ອສັບປະດາແລ້ວນີ້ ໄດ້ກ່າວວ່າ ທ່ານ ຈະ “ພູມໃຈ” ທີ່ຮັບຜິດຊອບ ໃນ
ການປິດລັດຖະບານ ເພື່ອທີ່ຈະໄດ້ຮັບທຶນ 5 ຕື້ໂດລາ ມາກໍ່ສ້າງກຳ ແພງຢູ່ເລາະຕາມ
ຊາຍແດນ ທີ່ຍາວ 3,200 ກິໂລແມັດຕິດກັບເມັກຊິໂກ ແຕ່ ໂດຍປາດສະຈາກຄະແນນ
ສຽງ ທີ່ພຽງພໍ ໃນລັດຖະສະພາ ທ່ານທຣຳ ຈຶ່ງໄດ້ ຖອຍຄືນ ໃນວັນອັງຄານຜ່ານມານີ້
ເຊິ່ງທຳນຽບຂາວກ່າວວ່າ ຕົນຈະຊອກເບິ່ງ “ໃນທາງອື່ນ” ເພື່ອຈະໄດ້ທຶນດັ່ງກ່າວ ໂດຍ
ຈະພະຍາຍາມຊອກຫາທຶນທີ່ບໍ່ໄດ້ ຖືກນຳໃຊ້ ຈາກອົງການຕ່າງໆ ຂອງລັດຖະບານກາງ.