ມີການຢັ້ງຢືນວ່າ 2 ຄົນເສຍຊີວິດ ແລະ ຫຼາຍໝື່ນຄົນ ໄດ້ຖືກ
ຍົກຍ້າຍອອກຈາກຖິ່ນຖານ ໃນຂະນະທີ່ພາຍຸໄຕ້ຝຸ່ນ ກົບປູ
ເຄື່ອນຍ້າຍຢ່າງຊ້າໆ ພັດຖະຫລົ່ມ ລ້າງຜານ ພາກເໜືອ
ຂອງຟີລິບປິນ ໃນວັນອາທິດວານນີ້.
ພາຍຸຫົວນີ້ ໄດ້ຫລຸດກຳລັງລົງ ໜ້ອຍນຶ່ງ ຕັ້ງແຕ່ໄດ້ພັດຂຶ້ນຝັ່ງ
ເປັນຕົ້ນມາ ແຕ່ຍັງມີກຳລັງພໍ ທີ່ຈະພັດເສົາໄຟຟ້າ ແລະ ສາຍ
ສື່ສານຕ່າງໆ ໃຫ້ຂາດສະບັ້ນ ດ້ວຍລົມທີ່ແຮງ ແລະ ຝົນທີ່ຕົກ
ໜັກ ຊຶ່ງອາດຈະສືບຕໍ່ໄປຈົນຮອດວັນພຸດ.
ບັນດາເຈົ້າໜ້າທີ່ ກ່າວວ່າ ເດັກຊາຍ ອາຍຸ 14 ປີ ຄົນນຶ່ງ ເສຍ
ຊີວິດ ຢູ່ໃນບໍລິເວນ ຊານເມືອງນະຄອນຫຼວງ Manila ໃນວັນອາທິດວານນີ້ ເວລາ ຕົ້ນໄມ້
ລົ້ມທັບເຮືອນລາວ ແລະ ໃນຂະນະດຽວກັນ ຝາຊີມັງໄດ້ພັງລົງມາທັບ ແມ່ຍິງ ອາຍຸ 62 ປີ
ເສຍຊີວິດ ໃນແຂວງ ກ້ຳຕາເວັນຕົກສຽງເໜືອ ຂອງນະຄອນຫຼວງ.
ຫຼາຍໝື່ນຄົນ ບໍ່ມີໄຟຟ້າໃຊ້ ແລະ ຢູ່ບາງພື້ນທີ່ ແມ່ນຈົມຢູ່ພາຍໃຕ້ນ້ຳ ຢ່າງຖ້ວມລົນ. ພາຍຸ
ໄຕ້ຝຸ່ນ ຍັງໄດ້ລົບກວນ ຖ້ຽວບິນຂອງສາຍການບິນຕ່າງໆ ແລະ ການບໍລິການຂອງເຮືອ
ຂ້າມຟາກ ໄປຍັງເກາະໃຫຍ່ Luzon ຢູ່ທາງພາກເໜືອ.
ບັນດານັກ ພະຍາກອນອາກາດ ກ່າວວ່າ ພາຍຸໄຕ້ຝຸ່ນ ກົບປູ ຈະຍັງຄົງປົກຄຸມ ເກາະ Luzon ຢູ່ອີກສອງສາມມື້ ຍ້ອນວ່າມີອາກາດຄວາມກົດດັນສູງ ໃນບໍລິເວນພາກເໜືອ ແລະ ມີພາຍຸໄຕ້ຝຸ່ນອີກຫົວນຶ່ງ ຢູ່ໃນພາກຕາເວັນຕົກສຽງເໜືອຂອງປາຊີຟິກ.
ບັນດານັກພະຍາກອນອາກາດ ຄາດຄະເນວ່າ ພາຍຸດັ່ງກ່າວ ອາດພາໃຫ້ມີຝົນຕົກໜັກ
ໃນປະລິມານ 600 ມີລິແມັດ ໃນລະຍະສອງສາມມື້ຂ້າງໜ້ານີ້.