ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ໄຕ້ຝຸ່ນ ບໍລະເວນ ກໍາລັງຄຸກຄາມ ເອເຊຍ


ພາບໄຕ້ຝຸ່ນບໍລະເວນ ຈາກອົງການ NOAA, ວັນທີ 26 ສິງຫາ 2012
ພາບໄຕ້ຝຸ່ນບໍລະເວນ ຈາກອົງການ NOAA, ວັນທີ 26 ສິງຫາ 2012

ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ກ່າວ​ວ່າ ພາຍຸໄຕ້​ຝຸ່ນ​ຮ້າ​ຍແຮງຫົວ​ນຶ່ງ ທີ່​ໄດ້ຜັດ​ຜ່ານ​ໝູ່ ເກາະ​ທາງ​ພາກ​ໃຕ້​ສຸດຂອງປະ​ເທດ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ ຫ້າ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ບໍ່​ໄດ້​ສ້າງ​ຄວາ​ມ​ເສຍ​ຫາຍ​ໃຫຍ່ຫລວງ​ໃດໆ.

ພາຍຸ​ໄຕ້​ ຝຸ່ນທີ່ຊື່ວ່າ ບໍລະ​ເວນ (Bolaven) ຕາມ​ຊື່​ພູ​ພຽງ​ບໍລະ​ເວນ​ໃນ​ປະ​ເທດ ລາວ​ນັ້ນ ຍັງ​ສືບ​ຕໍ່​ນໍາ​ເອົາ​ຝົນຕົກ​ໜັກ ​ແລະ​ລົມ​ແຮງ​ມາ​ສູ່​ເກາະ Okinawa ​ແລະ ​Amami ​ໃນ​ວັນ​ຈັນມື້​ນີ້ ​ໃນ​ຂະນະ​ທີ່ກໍາລັງພັດ​ເຄື່ອນ​ເຂົ້າ​ໄປ​ສູ່​ເຂດ​ທະ​ເລ​ຈີນຕາ​ເວັນ​ອອກ. ປະມານ 75,000 ຄົນຢູ່ໃນສອງ​ເກາະດັ່ງກ່າວ​ບໍ່​ມີ​ໄຟຟ້າໃຊ້. ການ​ຄົມມະ
ນາຄົມ ໄດ້​ຮັບ​ຜົນ​ກະທົບ​ ​ແລະ​ໂຮງຮຽນຕ່າງໆຕ້ອງ​ໄດ້ອັດ​ລົງ.

ຄາດ ​ກັນວ່າ ໄຕ້​ຝຸ່ນບໍລະ​ເວນ ​ຈະສົ່ງຜົນ​ກະທົບ​ຕໍ່ຫລາຍໆ​ເຂດ​ຂອງແຫລມ​ເກົາຫລີ ​ໃນ​ຕອນແລງ​ມື້​ນີ້ ​ແລະ​ພາກ​ຕາ​ເວຫນ​ອອກ​ຂອງ​ຈີນ​ ​ໃນ​ວັນ​ພຸດ.

​ໃນ​ຂະນະ​ດຽວ​ກັນ ​ພາຍຸ​ອີກ​ຫົວ​ນຶ່ງ​ທີ່ຢູ່​ໃນ​ຂົງ​ເຂດ ກໍກໍາລັງ​ຫັນ​ກັບ​ຄືນ​ເຂົ້າ​ສູ່​ເກາະໄຕ້​ຫວັນ ອີກ​ຄັ້ງ​ນຶ່ງ.

ບັນດາ ​ນັກ​ພະຍາ​ກອນ​ອາກາດ ຄາດຄະ​ເນ​ວ່າ ພາຍຸ Tembin ຈະພັດ​ຜ່ານ ເກາະ​ໄຕ້​ຫວັນ ​ໄປ​ໃນຕອນ​ເດິກ​ຂອງວັນ​ຈັນມື້ນີ້ ຫລື​ບໍ່​ກໍຕອນ​ເຊົ້າ​ວັນ​ອັງຄານມື້​ອື່ນ. ພາຍຸຫົວ​ນີ້​ໄດ້​ຖະຫລົ່ມໄຕ້​ຫວັນ​ເທື່ອນຶ່ງ​ແລ້​ວ​ໃນ​ວັນ​ສຸກຜ່ານ​ມາ ກ່ອນ​ທີ່​ມັນ​ຈະເຄື່ອນ​ອອກ​ສູ່​ທະ​ເລ ​ແຕ່​ກັບ​ຖືກ​ໄຕ້​ຝຸ່ນ​ບໍລະ​ເວນ​ຂວາງ​ທາງ ​ແລະ​ຕີ​ກັບ​ຄືນ​ສູ່​ໄຕ້​ຫວັນ​ອີກ.

XS
SM
MD
LG