ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ 3 ຄົນ​ແລ້ວ ເສຍ​ຊີ​ວິດ ຍ້ອນ ໄຕ້ຝຸ່ນ Wutip ຢູ່ ​ຫວຽດ​ນາມ (ວີດີໂອ)


Typhoon Wutip Hits Vietnam; 74 Chinese Fishermen Missing in South China Sea
please wait

No media source currently available

0:00 0:00:47 0:00
ລິງໂດຍກົງ

ໄຕ້ຝຸ່ນ Wutip ​ພັດ​ຖະຫຼົ່ມ​ຫວຽດນາມ

ໄຕ້ຝຸ່ນ Wutip ​ໄດ້​ສັງຫານຢ່າງ​ນ້ອຍ 3 ຄົນ ​ແລະ​ເຮັດ​ໃຫ້​ອີກ
ຫຼາຍ​ສິບ​ຄົນບາດ​ເຈັບ ​ໃນ​ຂະນະ​ທີ່ລົມພາຍຸໄຕ້ຝຸ່ນດັ່ງກ່າວ
​ພັດ​ຖະຫຼົ່ມ​ຫວຽດນາມ ​ໃນ​ວັນ​ອັງຄານ​ມື້​ນີ້.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີ​ບ້ານ​ເຮືອນຢ່າງ​ນ້ອຍ 100 ພັນ​ຫຼັງໄດ້ຮັບ
ເສຍ​ຫາຍ ​ຈາກພາຍຸໄຕ້ຝຸ່ນ​ດັ່ງກ່າວ​ນີ້ ທີ່​ມີ​ຄວາມ​ໄວ​ຫຼາຍ​ກ່ວາ
100 ກິ​ໂລ​ເມັດ​ຕໍ່​ຊົ່ວ​ໂມງນັ້ນ.

​ເຈົ້າ​ໜ້າ​ທີ່​ຫວຽ​ດນາມ ​ໄດ້​ຍົກຍ້າຍ ຜູ້​ຄົນ​ຫຼາຍ​ພັນ​ຄົນ ກ່ອນ​ທີ່
ພາຍຸໄຕ້ຝຸ່ນ​ Wutip ຈະໄປ​ເຖິງ​. ມີ​ລາຍ​ງານ​ວ່າ ​ໄຟຟ້າ​ໄດ້​ມອດ​ໃນ​ບາງ​ເຂດ.

​ໄຕ້​ຝຸ່ນຫົວ​ນີ້ ຊຶ່ງ​ໄດ້​ອ່ອນ​ກໍາລັງ​ລົງ​ເປັນພາຍຸ​ເຂດ​ຮ້ອນ​ທໍາ​ມະ​ດາ ​ເຮັດ​ໃຫ້​ເຮືອ​ປະ​ມົງ​ຂອງ
ຈີນ ຢ່າງ​ນ້ອຍ 3 ລໍາ​ ຫຼົ້ມ​ ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ ທີ່ຍັງ​ຜົນ​ໃຫ້​ມີ​ຊາວ​ປະມົງ​ຫຼາຍ​ສິບ​ຄົນ
​ຫາຍສາບ​ສູ​ນຢູ່.

ອົງການ​ຂ່າວ​ຊິນ​ຫົວ ຂອງ​ທາງ​ການ​ຈີນລາຍ​ງານ​ວ່າ ຊາວປະມົງ 74 ຄົນ ຍັງຊອກ​ຫາ​ບໍ່ທັນ
​ພໍ້​ເທື່ອ ຫຼັງຈາກເຮືອຂອງພວກເຂົາເຈົ້າຫາຍ​ສາບ​ສູນ​ໃກ້ໆ​ໝູ່​ເກາະ Paracel ໃນວັນອາທິດ
ແລ້ວນີ້. ຊິນ​ຫົວຍັງກ່າວອີກວ່າ ພວກກູ້ໄພໄດ້ຊ່ອຍກູ້ເອົາ 14 ຄົນທີ່ລອດຊີວິດມາ ໄດ້ນັ້ນ.
XS
SM
MD
LG