ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຝຸ່ນ ວິພາ ພັດປະທະ ຍີ່ປຸ່ນ ເຮັດໃຫ້ 17 ຄົນ ເສຍຊີວິດ (ວີດີໂອ/ສະໄລດ໌)


Typhoon Wipha Kills At Least 13 in Japan
please wait

No media source currently available

0:00 0:00:45 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ພາຍຸ​ໄຕ້​ຝຸ່ນທີ່​ຮ້າຍ​ແຮງ​ທີ່​ສຸດ​ ທີ່​ປະ​ທະຍີ່ປຸ່ນ ​ ໃນຮອບເກືອບ​ນຶ່ງ​
ທົດ​ສະ​ວັດ ​ໄດ້​ພັດ​ຂຶ້ນ​ເໜືອ​ໄປ​ຕາມ​ຊາຍ​ຝັ່ງ​ທະ​ເລ​ໃນ​ວັນ​ພຸດ​ມື້​ນີ້
ພ້ອມ​ກັບ​ລົມ​ແຮງ​ ຝົນຕົກ​ໜັກ ​ແລະດິນ​ເ​ຈື່​ອນທີ່ເຮັດ​ໃຫ້ ຢ່າງ​
ໜ້ອຍ 17 ຄົນ​ເສຍ​ຊີວິດ.

​ໄຕ້​ຝຸ່ນ ວິພາ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍໜັກທີ່​ສຸດ​ແກ່​ເກາະ Izu
Oshima ຢູ່ທາງ​ທິດ​ໃຕ້​ຂອງ​ນະ​ຄອນ​ໂຕ​ກຽວ. ບັນດາ​ເຈົ້າ​ໜ້າ​ທີ່
ກ່າວວ່າ ຢ່າງ​ໜ້ອຍ 50 ຄົນ​ຍັງ​ຊອກ​ຫາ​ບໍ່​ເຫັນ ຫລັງ​ຈາກ​ເຮືອນ​
ຫລາຍ​ຫລັງ​ໄດ້​ຖືກ​ທໍາລາຍ ຫລື​ຖືກ​ນໍ້າ​ພັດ​ໄປ.

ພາ​ຍຸ​ຍັງ​ໄດ້​ລົບກວນການ​ຄົມມະນາຄົມຕອນ​ເຊົ້າ ​ໃນ​ຂະນະ​ທີ່
​ພັດ​ຜ່ານ​ນະຄອນຫລວງ​ໂຕກຽວ ພາ​ໃຫ້​ມີ​ການ​ຍຸດ​ການ​ບໍລິການ​ຂອງ​ລົດໄຟ ລົບ​ລ້າງ​ຖ້ຽວບິນ ​ ​
ປິດ​ໂຮງຮຽນ​ແລະ​ໂຮງການ​ຕ່າງໆ.

ປາກົດ​ວ່າ ເມືອງ​ຫລວງ​ໂຕ​ກຽວ​ໄດ້​ຫລີກເວ້ນ​ຈາກການ​ໄດ້​ຮັບ ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່ ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ກໍາລັງ​ຊອກ​ຫາ ​ເດັກນ້ອຍ​ຜູ້​ຊາຍ​ສອງ​ຄົນ ທີ່​ຫາຍ​ສາບ​ສູນ ​ຫລັງ​ຈາກ​ໄປ​ຫລີ້ນ​ຢູ່​ຫາດ​ຊາຍ.

ພາ​ຍຸ​ວິພາໄດ້ພັດ​ກາຍ​ ໂຮງ​ໄຟຟ້າ​ນິວ​ເຄລຍ Fukushima ທີ່​ມີ​ບັນຫາ​ຢູ່​ນັ້ນ​ໄປ ບ່ອນ​ທີ່
ກ່ອນ​ໜ້າ​ນີ້ ​ນໍ້າ​ຝົນ​ໄດ້ມີ​ສ່ວນເຮັດ​ໃຫ້ ​ກໍາ​ມັນ​ຕະພາບ​ລັງສີ​ຮົ່ວ​ໄຫລອອກ​ມາ. ພວກຄວບ
ຄຸມ​ໂຮງ​ໄຟຟ້າ ບໍ່​ໄດ້​ລາຍງານວ່າ ມີກໍາ​ມັນຕະພາບ​ລັງສີ​ໃນລະດັບທີ່​ຜິດປົກກະ ຕິ​ໃດໆ
ແລະ​ກ່າວ​ວ່າ ພວກ​ຕົນ​ໄດ້​ຖອກ​ເທນໍ້າ​ຝົນຖີ້ມ​ລົງ​ໄປ​ໃນ​ທະ​ເລ ຫລັງ​ຈາກ​ກວດ​ເບິ່ງ​ກໍາ​
ມັນ​ຕະພາບ​ລັງສີ​ແລ້ວ.


ໃນ​ໄລຍະ​ທີ່​ມີ​ຄວາມ​ແຮງ​ສູງ​ສຸດນັ້ນ ​ໄຕ້​ຝຸ່ນ​ວິພາ ມີ​ລົມແຮງ​ເຖິງ 180 ກິ​ໂລ​ແມັດ​ຕໍ່​ຊົ່ວ​
ໂມງ. ​ແຕ່ບັດ​ນີ້​ໄດ້​ອ່ອນກໍາລັງ​ລົງ​ມາ ​ເປັນ​ພາຍຸຄວາມ​ກົດ​ດັນອາກາດ​ຕໍ່າເຂດ​ຮ້ອນ​ທໍາ​
ມະ​ດາແລ້ວ ​ແລະ​ກໍາລັງ​ເຄື່ອນ​ຍ້າຍ​ອອກ​ຈາກ ຍີ່​ປຸ່ນ.

​ໄຕ້​ຝຸ່ນ​ລູກ​ນີ້​ແມ່ນເປັນລູກ​ທີ່ຮ້າຍ​ແຮງ​ທີ່​ສຸດ​ຂອງຍີ່​ປຸ່ນ ນັບ​ແຕ່​ປີ 2004 ​ເວລາ​ ພາຍຸ​ໄຊ​ໂຄລນຫົວ​ນຶ່ງ ​ໄດ້ເຮັດ​ໃຫ້​ແຜ່ນດິນ​ເຈື່ອນ ​ແລະ​ນໍ້າ​ຖ້ວມ ທີ່​ສົ່ງ​ຜົນ​ໃຫ້​ເກືອບ​ 100 ຄົນ​ເສຍ​ຊີວິດ.
XS
SM
MD
LG