ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ໄຕ້ຝຸ່ນວົງຟົງ ພັດຖະຫຼົ່ມ ພາກຕາເວັນອອກ ຂອງຟິລິບປີນ


ປະຊາຊົນທີ່ກ້າຫານ ພາກັນອອກມາກວດເບິ່ງຄວາມເສຍຫາຍ ຈາກໄຕ້ຝຸ່ນວົງຟົງ.
ປະຊາຊົນທີ່ກ້າຫານ ພາກັນອອກມາກວດເບິ່ງຄວາມເສຍຫາຍ ຈາກໄຕ້ຝຸ່ນວົງຟົງ.

ໄຕ້ຝຸ່ນຂະໜາດແຮງຫົວນຶ່ງ ພັດເຂົ້າຖະຫຼົ່ມທາງພາກຕາເວັນອອກຂອງຟິລິບປີນ ໃນວັນ
ພະຫັດວານນີ້ ໃນຂະນະທີ່ໄສ້າງຄວາມສັບສົນ ໃຫ້ແກ່ພວກເຈົ້າໜ້າທີ່ ທີ່ພະຍາຍາມຈະ
ຍົກຍ້າຍປະຊາຊົນຫຼາຍສິບພັນຄົນ ທີ່ຖືກແຍກໃຫ້ຢູ່ຢ່າງໂດດດ່ຽວເພື່ອປ້ອງກັນການ
ແຜ່ລະບາດຂອງໂຄວິດ-19.

ໄຕ້ຝຸ່ນວົງຟົງ (Vongfong) ທີ່ມີລົມແຮງ 150 ກິໂລແມັດຕໍ່ຊົ່ວໂມງ ແລະແຮງສຸດເຖິງ
185 ກິໂລແມັດຕໍ່ຊົ່ວໂມງນັ້ນ ໄດ້ພັດເຂົ້າຖະຫຼົ່ມແຂວງຊາມາ ທີ່ຕັ້ງຢູ່ ທາງພາກເໜືອ
ດ້ວຍລົມແຮງ ແລະມີຝົນຕົກໜັກ.

ອົງການຂ່າວເອພີ (AP) ລາຍງານວ່າ ຜູ້ປົກຄອງແຂວງທ່ານເອດວິນ ອົງຈວນ ໄດ້ຮ້ອງ
ຂໍໃຫ້ນຳໃຊ້ອາຄານໂຮງຮຽນເຖິງສອງເທົ່າ ເປັນບ່ອນຫລົບໄພສຳລັບພວກຊາວບ້ານປະມານ 80,000 ຄົນຜູ້ທີ່ຖືກບັງຄັບໃຫ້ຍົກຍ້າຍອອກຈາກບ່ອນ ທີ່ມີຄວາມສ່ຽງສູງ ຢູ່
ຕາມໝູ່ບ້ານຊາຍຝັ່ງ.

ຄວາມແອອັດຢູ່ບ່ອນລີ້ໄພສຸກເສີນເປັນພາບທີ່ເຫັນກັນຢູ່ເລື້ອຍໆຕາມໝູ່ເກາະ ຖືກພັດ
ຖະຫຼົ່ມໂດຍໄຕ້ຝຸ່ນແລະລົມພາຍຸເຖິງ 20 ຫົວ ໃນແຕ່ລະປີແລະນອກນັ້ນຍັງປະສົບກັບ
ພູໄຟລະເບີດ ແລະແຜ່ນດິນໄຫວ ຢູ່ເປັນປະຈຳ.

ມີການພະຍາກອນວ່າ ລົມພາຍຸຫົວນີ້ຈະພັດໄປທາງພາກຕາເວັນຕົກສຽງເໜືອ ແລະພັດ
ຖະຫຼົ່ມຂ້າມບ່ອນທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນທາງພາກຕາເວັນ ອອກຂອງບັນ
ດາແຂວງແລະມືອງຕ່າງໆຮວມທັງນະຄອນຫຼວງມະນີລາກ່ອນຈະ ອອກໄປຈາກພາກ
ເໜືອຂອງປະເທດໃນວັນອາທິດຈະມາເຖິງນີ້.

ໄຕ້ຝຸ່ນວົງຟົງ ແມ່ນຊື່ລົມພາຍຸຫົວທຳອິດ ທີ່ພັດເຂົ້າຖະຫຼົ່ມຟິລິບປີນໃນປີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG