ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຕ້ຝຸ່ນ Vincente ຖະຫລົ່ມ ຮົງກົງ (ສະໄລດ໌)


ບັນດາເຈົ້າ​ໜ້າ​ທີ່ ​ໃນ​ຮົງ​ກົງ ກ່າວ​ວ່າ ​ພາຍຸ​ໄຕ້​ຝຸ່ນ​ທີ່​ຮ້າຍ​ແຮງລູກ​ນຶ່ງ ​ໄດ້​ເຮັດ​ໃຫ້​ 100
ກວ່າຄົນ ໄດ້​ຮັບ​ບາດ​ເຈັບ​ ​ໃນ​ຂະນະ​ທີ່ໄຕ້​ຝຸ່ນ​ລູກ​ນັ້ນ​ພັດ​ກະ​ໜໍ່າ​ຮົງ​ກົງໃນ​ຕອນ​ກາງຄືນ
ດ້ວຍ​ລົມພັດແຮງ ຈົນຖອນ​ຮາ​ກຕົ້ນ​ໄມ້ ​ແລະ​ພັດເອົາສິ່ງ​ຂອງ​ຕ່າງໆ​ຂື້ນ​ສູ່່​ອາກາດ​.

​ພາຍຸ​ໄຕ້​ຝຸ່ນ ທີ່​ມີ​ຊື່ວ່າ Vincente ມີ​ລົມ​ແຮງ​ເຖິງ 140 ກິ​ໂລ​ແມດ ຕໍ່​ຊົ່ວ​ໂມງ ກ່ອນ​ພັດ​
ເຂົ້າ​ຖະຫລົ່​ມຮົງ​ກົງ ​ສົ່ງ​ຜົນ​ໃຫ້ພວກ​ເຈົ້າ​ໜ້າ​ທີ່ຕ້ອງຍົກ​ລະດັບ​ຄໍາ​ເຕືອນ ຂື້ນສູງ​ສຸດ ນັບ
​ຕັ້ງ​ແຕ່​ປີ 1999 ມາ.

ລົມພາຍຸ​ດັ່ງກ່າວ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເດີ່ນ​ເຮືອ​ບິນ ​ແລະການ​ເດີນທາງ​ທາງ​ເຮືອ​ຂ້າມ​ຟາກ
​ແລະ​ບັງ​ຂັບ​ໃຫ້ຕະຫລາດ​ຫຸ້ນ​ຂອງ​ຮົງ​ກົງ ຕ້ອງ​ໄດ້​ເປີດ​ຊ້າ ​ໃນວັນ​ອັງຄານມື້​ນີ້.

ໄຕ້​ຝຸ່ນ ວິນ​ເຊັນ​ເຕ ​ໄດ້​ອ່ອນຄວາມ​ແຮງ​ ​ລົງໜ້ອຍ​ນຶ່ງ ​ໃນ​ຂະນະ​ທີ່​ມັນ​ເຄື່ອນ​ຍ້າຍ​ເຂົ້າ​ສູ່​
ແຂວງ ກວາງຕຸ້ງ ປະ​ເທດ​ຈີນ.

XS
SM
MD
LG